ແງ່ຫວັງແຫ່ງການສົ່ງອອກຂອງຫວຽດນາມໃນປີ2015

ແງ່ຫວັງແຫ່ງການສົ່ງອອກຂອງຫວຽດນາມໃນປີ2015 - ảnh 1
ພາບ​ປະ​ກອບ

(vovworld) - ຕາມ​ສະ​ຫະ​ສະ​ມາ​ຄົມ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ແລ້ວ, ປີ 2014, ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຂອງ ຫວຽດ​ນາມ ໄປ​ຍັງ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ບັນ​ລຸ 3,4 ຕື້ USD, ເພີ່ມ​ຂຶ້ນ 17% ເມື່ອ​ທຽບ​ໃສ່​ປີ 2013. ສະ​ຫະ​ສະ​ມາ​ຄົມ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ຮັບ​ຮູ້​ວ່າ: ປີ 2015, ເມື່ອ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ໄດ້​ຮັບ​ການ​ລົງ​ນາມ, ການ​ສົ່ງ​ອອກ​ເຄື່ອງຕ່ຳ​ແຜ່ນ​ຕັດ​ຫຍິບ​ຂອງ ຫວຽດ​ນາມ ຜ່ານ ອີ​ຢູ​ຈະ​ເພິ່ມ​ຂຶ້ນ​ສູງ. ຄາດ​ວ່າ, ປີ 2015, ວົງ​ເງິນ​ສົ່ງ​ອອກ​ເຄື່ອງຕ່ຳ​ແຜ່ນ​ຕັດ​ຫຍິບ ຂອງ ຫວຽດ​ນາມ ຜ່ານ​ຕະຫຼາດ ອີ​ຢູ ຈະ​ບັນ​ລຸ​

ກ່​ວາ 4 ຕື້ USD.

        ໃນ​ຂະ​ນະ​ນັ້ນ, ແຜນ​ຮ່າງ​ສົ່ງ​ອອກ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ໄລ​ຍະ 2010 – 2015 ໂດຍ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນ​ະ​ບົດອະ​ນຸ​ມັດ​ຜ່ານ, ​ໄດ້ວາງ​ຈຸດ​ໝາຍ​ສູ້​ຊົນ​ຮອດ​ທ້າຍ​ປີ 2015 ວົງ​ເງິນ​ສົ່ງ​ອອກ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ບັນ​ລຸ 1,6 ຕື້ USD. ແຕ່​ໃນປີ 2014, ຂະ​ແໜງນີ້​ໄດ້​ບັນ​ລຸ​ຕົວ​ເລກ​ດັ່ງ​ກ່າວ​ກ່ອນ 1 ປີ. ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ໄດ້​ຍົກ​ອອກ​ມາດ​ຕະ​ການ​ລະ​ອຽດ​​ເພື່ອຊຸກ​ຍູ້​ການ​ສົ່ງ​ອອກ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ, ໃນ​ນັ້ນ​ສຸມ​ໃສ່​ກໍ່​ສ້າງ ແລະ ພັດ​ທະ​ນາ​ເຂດ​ວັດ​ຖຸ​ດິບ​ເປັນ​ປົກ​ກະ​ຕິ ແລະ ໝັ້ນ​ຄົງ, ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ​ດ້ວຍ​ເຕັກ​ໂນ​ໂລ​ຢີ​​ທີ່ມີ​ເງິນ​ລົງ​ທຶນ​ຕ່ຳ, ເກັບ​ທຶນ​ໄວ, ປະ​ຢັດ​ເຊື້ອ​ເພີງ, ສຸ​ມ​ໃສ່​ບຳ​ລຸງ​ສ້າງ​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.


ຂ່າວ/ບົດ​ອື່ນ