ໂຄສະນາພາບພົດຫວຽດນາມຢູ່ງານວາງສະແດງທ່ອງທ່ຽວສາກົນມົດສະກູ.

ໂຄສະນາພາບພົດຫວຽດນາມຢູ່ງານວາງສະແດງທ່ອງທ່ຽວສາກົນມົດສະກູ. - ảnh 1
(ພາບ: qtv.vn)

(vovworld) - ວັນ​ທີ 24/3, ຢູ່​ມົດ​ສະ​ກູ, ງານ​ວາງສະ​ແດງ​ທ່ອງ​ທ່ຽວ​ສາກົນຄັ້ງ​ທີ 19 ​ໄດ້​ສິ້ນ​ສຸດ​ລົງ, ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວລາ 4 ວັນ. ງານ​ວາງສະ​ແດງ​ຄັ້ງ​ນີ້ມີບໍລິສັດ​ກວ່າ 3000​ ແຫ່ງ ທີ່​ມາ​ຈາກ 189 ປະ​ເທດ ​ແລະ​ເຂດ​ແຄ້ວ​ນ​ເຂົ້າ​ຮ່ວມ, ​ໃນ​ນັ້ນ​ຫວຽດນາມ​ ໄດ້​ແນະນຳ​ກ່ຽວ​ກັບ​ບັນດາ​ລາຍການ​ໃໝ່​ທີ່​ຈັບ​ອົກ​ຈັບ​ໃຈ​ໃນ​ລະດູ​ການທ່ອງທ່ຽວ​ປີ​ນີ້. ທ່ານ​ນາງ  Nguyen Thi Thanh Huong, ຮອງ​ຫົວໜ້າ​ກົມ​ຕະຫຼາດ​ທ່ອງ​ທ່ຽວ, ສັງກັດ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ​ ໃຫ້​ຮູ້​ວ່າ, ຕະຫຼາດ​ລັດ​ເຊຍ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ສຳ​ຫຼັບ​ຕະຫຼາດ​ທ່ອງ​ທ່ຽວ​ຫວຽດນາມ

        ”ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ ​ເຄີຍ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ນີ້, ​ແລະ​ ປີ​ນີ້​ໄດ້​ເຂົ້າ​ຮ່ວມດ້ວຍ​ຮ້ານ​ວາງສະ​ແດງ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ, ການ​ອອກ​ແບບ​ຮ້ານ​ວາງ​ສະ​ແດງກໍ່​ເໝາະ​ສົມ​ກວ່າ, ນອກ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຍັງ​ມີ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຈຳນວນ​ໜຶ່ງ, ​ແລະ ພວກ​ຂ້າພະ​ເຈົ້າ​ກໍ່​ໄດ້​ເຮັດ​ວຽກ​ກັບ​ສະຖານທູດ​ຫວຽດນາມ​ປະຈຳ​ລັດ​ເຊຍ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ການ​ສົມທົບ​ກັນ​ໂຄສະນາ, ສົ່ງ​ເສີມ​ການທ່ອງທ່ຽວ​ຫວຽດນາມ​ຢູ່​ລັດ​ເຊຍ​ອີກ”

                                                   

ຂ່າວ/ບົດ​ອື່ນ