(vovworld) – ສູນຄົ້ນຄວ້າຍຸດທະສາດ ແລະ ປ້ອງກັນປະເທດສັງກັດມະຫາວິທະຍາໄລແຫ່ງຊາດອົດສຕາລີ ຫາກໍ່ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂ້ໍກ່ຽວກັບຫວຽດນາມ ແລະ ບັນດາຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ. ທີ່ການໂອ້ລົມສົນທະນາ, ອ້່າຍໂດ້ແທງຫາຍ, ນັກສຶກສາຄົ້ນຄວ້າ ຫວຽດນາມ ຢູ່ອົດສຕາລີ ໄດ້ສະເໜີບັນດາໝາກຜົນຕົ້ນຕໍ່ໃນບົດຍິພົນຄົ້ນຄວ້າຂອງຕົນ, ເຊິ່ງຕາມນັ້ນແລ້ວ, ໄດ້ຊີ້ແຈ້ງບັນດາພື້ນຖານປະຫວັດສາດ ແລະ ນິຕິກຳຂອງບັນດາຄຳຖະແຫຼງອະທິປະໄຕ ແລະ ເຂດທະເລຂອງຫວຽດນາມ, ພ້ອມທັງຕີລາຄາສູງວິທີສຳພັດຂອງຫວຽດນາມ ສຳລັບການຄຸ້ມຄອງ ແລະ ແກ້ໄຂຄວາມເຄັ່ງຕຶງຢູ່ທະເລຕາເວັນອອກໃນໄລຍະ 1991 – 2011. ບັນດານັກຮຽນຮູ້, ນັກຄົ້ນຄວ້າເຂົ້າຮ່ວມການໂອ້ລົມສົນທະນາ ໄດ້ຍົກອອກບັນດາບັນຫາກ່ຽວຂ້ອງເຖິງທະເລຕາເວັນອອກ, ກໍ່ຄືມາດຕະການຮັບມືຂອງຫວຽດນາມ. ບັນດາການປຶກສາລືທີ່ການໂອ້ລົມສົນທະນານີ້ ໄດ້ພິສູດໃຫ້ເຫັນວ່າ ນັກວິຊາການຄົ້ນຄ້ວາອົດສຕາລີ ເວົ້າລວມ ແລະ ສູນຄົ້ນຄວ້າຍຸດທະສາດ ແລະ ປ້ອງກັນປະເທດເວົ້າສະເພາະ ມີຄວາມເອົາໃຈໃສ່ທີ່ສຸດເຖິງສະພາບການຢູ່ພາກພື້ນ ແລະ ວິທີສຳພັດຂອງຫວຽດນາມ ສຳລັບບັນຫາທະເລຕາເວັນອອກ.