ໄຂກອງປະຊຸມປ້ອງກັນຄວາມສະຫົງບ Munich ຄັ້ງທີ 52
ການອົບພະຍົບແມ່ນຫົວເລື່ອງທີ່ບັນດາຜູ້ແທນຈະປຶກສາຫາລື
ຢູ່ກອງປະຊຸມປ້ອງກັນຄວາມສະຫົງບ Munich ຄັ້ງທີ 52
(ພາບ: ອິນເຕີແນດ)
(vovworld) - ວັນທີ 12/2, ກອງປະຊຸມປ້ອງກັນຄວາມສະຫົງບ Munich (MSC) ຄັ້ງທີ 52 ໄດ້ໄຂຂຶ້ນຢູ່ ແບກແລງ, ປະເທດເຢັຍລະມັນ, ດ້ວຍການເຂົ້າຮ່ວມຂອງປະມຸກລັດ ແລະ ນາຍົກລັດຖະມົນຕີປະເທດຕ່າງໆ 30 ທ່ານ ແລະ ບັນດານັກການເມືອງແຖວໜ້າຂອງໂລກ. ໃນນັ້ນມີທ່ານນາຍົກລັດຖະມົນຕີ ລັດເຊຍ Medvedev, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ John Kerry, ເລຂາທິການໃຫຍ່ NATO Jens Stoltenberg.
ໃນ 3 ວັນດຳເນີນກອງປະຊຸມ, ຜູ້ແທນປະມານ 600 ຄົນ ຈະປຶກສາຫາລືຫົວເລື່ອງຕ່າງໆເຊັ່ນ: ສົງຄາມຢູ່ ຊີຣີ, ສະພາບການຢູ່ຕາວັນອອກກາງ, ວິກິດການຊາວອົບພະຍົບຢູ່ ເອີລົບ, ການຕ້ານກໍ່ການຮ້າຍສາກົນ… ຕາມທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຢັຍລະມັນ Frank Walter Steinmeier ແລ້ວ, 17 ປະເທດເຂົ້າຮ່ວມ ໄດ້ເຫັນດີເປັນເອກະພາບນຳກັນວ່າຕ້ອງບັນລຸຄຳສັ່ງຢຸດຍິງຢູ່ ຊີຣີ ໃນຮອບເວລາໜຶ່ງສັບປະດາ. ສ່ວນທ່ານ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ John Kerry ກໍ່ໃຫ້ຮູ້ວ່າ, ນອກຈາກຄຳສັ່ງຢຸດຍິງດັ່ງກ່າວ, ບັນດາຝ່າຍກໍ່ເປັນເອກະສັນນຳກັນວ່າ ຕ້ອງເຊື່ອມຕໍ່ການເຈລະຈາສັນຕິພາບກ່ຽວກັບ ຊີຣີ ຢູ່ເຊີແນວ (ປະເທດສະວິດ) ຍິ່ງໄວກໍ່ຍິ່ງດີ.