ໄຂກອງປະຊຸມລັດຖະມົນຕີໂທລະຄົມແລະເຕັກໂນໂລຊີຂໍ້ມູນຂ່າວສານອາຊຽນ
(ໄຂກອງປະຊຸມລັດຖະມົນຕີໂທລະຄົມ
ແລະເຕັກໂນໂລຊີຂໍ້ມູນຂ່າວສານອາຊຽນ)
(vovworld) - ຕອນເຊົ້າວັນທີ 26/11, ເຂົ້າຮ່ວມວາລະໄຂກອງປະຊຸມລັດຖະມົນຕີໂທລະຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ (IT) ອາຊຽນ ຢູ່ດ່ານັ້ງ, ມີລັດຖະມົນຕີຜູ້ຮັບຜິດຊອບກ່ຽວກັບໂທລະຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານທີ່ມາຈາກ 10 ປະເທດອາຊຽນ ແລະ ບັນດາຝ່າຍຄູ່ເຈລະຈາແມ່ນ ຍີ່ປຸ່ນ, ຈີນ, ສ.ເກົາຫຼີ, ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ແລະ ທ່ານ Malcolm Johnson, ຮອງເລຂາທິການໃຫຍ່ພັດທະມິດໂທລະຄົມໂລກ (ITU). ຫົວຂໍ້ຂອງກອງປະຊຸມແມ່ນ “ມຸ່ງໄປເຖິງປະຊາຄົມອາຊຽນ ພັດທະນາຢ່າງຮອບດ້ານ, ມີຄວາມປອດໄພ ແລະ ໝັ້ນຄົງເຂັ້ມແຂງບົນພື້ນຖານລະບົບດີຈີຕອນ”. ທີ່ກອງປະຊຸມຄັ້ງນີ້, ລັດຖະມົນຕີບັນດາປະເທດ ໄດ້ຍົກອອກຖະແຫຼງການກ່ຽວກັບເລື່ອງສິ້ນສຸດການຜັນຂະຫຍາຍແຜນການສັງລວມກ່ຽວກັບໂທລະຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານອາຊຽນ ໃນໄລຍະ 2010 – 2015; ປະກາດແຜນການສັງລວມກ່ຽວກັບໂທລະຄົມແລະເຕັກໂນໂລຊີຂໍ້ມູນຂ່າວສານອາຊຽນ (AIM 2020). ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ.
“ຂ້າພະເຈົ້າສະເໜີໃຫ້ກອງປະຊຸມປຶກສາຫາລືບັນດາບຸລິມະສິດການຮ່ວມມືໃນໄລຍະຈະມາເຖິງຄືດັ່ງນີ້: ທີ່ໜຶ່ງແມ່ນ, ໃຫ້ບຸລິມະສິດບັນດາຂໍ້ລິເລີ່ມກ່ຽວກັບການຮັດແຄບຊ່ອງວ່າງດີຈີຕອນລະຫວ່າງບັນດາປະເທດສະມາຊິກ, ລະຫວ່າງຕົວເມືອງ ແລະ ຊົນນະບົດ, ຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ມີໂອກາດນຳໃຊ້ການບໍລິການ ແລະ ສຳພັດກັບຂໍ້ມູນຂ່າວສານຢ່າງມີຄວາມສະເໝີພາບ, ມຸ່ງໄປເຖິງເປົ້າໝາຍພັດທະນາຢ່າງສະໝ່ຳສະເໝີໃນພາກພື້ນ. ທີ່ 2 ແມ່ນພັດທະນາເຕັກໂນໂລຖະແຫຼງຂ່າວ ແລະ ສື່ສານ ຄວນຕິດພັນກັບການພັດທະນາແບບຍືນຍົງ, ຮັບປະກັນຜົນປະໂຫຍດດ້ານເສດຖະກິດ ຫຼຸດຜ່ອນບັນດາປັດໃຈທີ່ຫຍໍ້ທໍ້ສົ່ງຜົນກະທົບເຖິງສະພາບແວດລ້ອມສັງຄົມ, ເສີມຂະຫຍາຍບົດບາດພື້ນຖານ ແລະ ກຳລັງໜູນພັດທະນາຂອງບັນດາຂະແໜງເສດຖະກິດອື່ນ. ທີ່ 3 ແມ່ນຍູ້ແຮງການຄົ້ນຄວ້າພັດທະນາຜະລິດຕະພັນເຕັກໂນໂລຊີສູງ ແລະ ສ້າງບັນດານະໂຍບາຍກ່ຽວກັບການປົກປັກຮັກສາສະພາບແວດລ້ອມໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຮັບໃຊ້ໃຫ້ແກ່ການພັດທະນາບັນດາຂະແໜງຂົງເຂດໂຄງລ່າງເສດຖະກິດສັງຄົມ. ທີ່ 4 ແມ່ນ, ເຕັກໂນໂລຊີຂໍ້ມູນຂ່າວສານຄວນສ້າງສະພາບແວດລ້ອມທີ່ຮັບປະກັນຄວາມປອດໄພດ້ານເຄືອຂ່າຍອີນເຕີແນັດໃຫ້ແກ່ການເຄື່ອນໄຫວສຳພັດ ແລະ ແບ່ງປັນຂໍ້ມູນລະຫວ່າງປະຊາຊົນ, ວິສາຫະກິດ ແລະ ລະຫວ່າງບັນດາປະເທດສະມາຊິກນຳກັນ”.