ໄຂກອງປະຊຸມລະຫວ່າງນາຍົກລັດຖະມົນຕີກັບວິສາຫະກິດປີ2017

(VOVWORLD) -ດ້ວຍຫົວຂໍ້ວ່າ: “ຮ່ວມເດີນທາງພ້ອມກັບວິສາຫະກິດ”, ກອງປະຊຸມປຶກສາຫາລືຄັ້ງທີ 2 ລະຫວ່າງ ນາຍົກລັດຖະມົນຕີ ກັບວິສາຫະກິດ ດຳເນີນໃນຕອນເຊົ້າວັນທີ 17 ພຶດສະພາ ຢູ່ ຫໍກອງປະຊຸມແຫ່ງຊາດ ຮ່າໂນ້ຍ ພາຍໃຕ້ການເປັນປະເທດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. 
ໄຂກອງປະຊຸມລະຫວ່າງນາຍົກລັດຖະມົນຕີກັບວິສາຫະກິດປີ2017 - ảnh 1 ຜູ້ແທນເຂົ້າຮ່ວມກອງປະຊຸມ

ເຂົ້າຮ່ວມກອງປະຊຸມ ມີທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາຄະນະພັກນະຄອນໂຮ່ຈິມີນ, ບັນດາສະມາຊິກຄະນະລັດຖະບານ ແລະ ບັນດາສະຫະສະມາຄົມອາຊີບພ້ອມກັບນັກທຸລະກິດ 2000 ຄົນ. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກບັນດາຜູ້ແທນປະກອບຄຳເຫັນຢ່າງກົງໄປກົງມາ, ຈິງໃຈ ແລະ ສ້າງສັນ, ຜ່ານນັ້ນ ສະເຫນີຫລາຍມາດຕະການແທດຈິງກ່ຽວກັບການປະຕິຮູບລະບຽບການບໍລິຫານ, ສ້າງລັດຖະບານແຫ່ງການກະທຳ ຍາມໃດກໍ່ຮ່ວມເດີນທາງພ້ອມກັບວິສາຫະກິດ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ວິສາຫະກິດຍົກສູງກຳລັງຄວາມສາມາດແກ້ງແຍ້ງ, ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ