ໄຂກອງປະຊຸມສຳມະນາສາກົນເສດຖະກິດແລະການເງິນ2015

ໄຂກອງປະຊຸມສຳມະນາສາກົນເສດຖະກິດແລະການເງິນ2015 - ảnh 1
(ພາບປະກອບ)

(vovworld) – ​​​ ​ວັນ​ທີ 4/6, ຢູ່​ນະຄອນ​ໂຮ່ຈີ​ມິນ, ມະຫາວິທະຍາ​ໄລ​ຕົນ​ດຶກ​ທັ໋ງ ​ໄດ້​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາສາ​ກົນດ້ານ​ເສດຖະກິດ ​ແລະ ການ​ເງິນ 2015 ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ຊ່ຽວຊານອັນ​ດັບ​ໜຶ່ງ, ນັກຮຽນ​ຮູ້, ນັກທຸລະກິດ, ນັກ​ຄົ້ນຄ້ວາ​ຢູ່ບັນດາມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຄົ້ນຄວ້າ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກວິທະຍາສາດ, ນັກ​ຊ່ຽວຊານ​ອັນ​ດັບ​ໜຶ່ງ​ໃນ​ຂົງ​ເຂດ​ການ​ເງິນ, ​ເສດຖະກິດ​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ​ໄດ້​ໄຈ້​ແຍກ​ຂໍ້​ມູນ ​ແລະ ​ແບ່ງປັນ​ບັນດາ​ໝາກຜົນ​​ແຫ່ງ​ການ​ຄົ້ນຄວ້າ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ໃນບັນດາ​ຂົງ​ເຂດ​ບໍລິຫານ​ການ​ຕະຫຼາດ, ດຳ​ເນີນ​ທຸລະ​ກິດ​ສາກົນ, ບໍລິຫານ​ການທ່ອງທ່ຽວ, ​ເສດຖະກິດ, ການ​ເງິນ ​ແລະ ບັນຊີ…, ພ້ອມ​ທັງ​ແລກປ່ຽນ​ບົດຮຽນ​ວາງ​ແຜນກຳນົດ ​ແລະ ພັດທະນາ​ນະ​ໂຍບາຍ​ພັດ​ທະນາ​ເສດຖະກິດ, ​ແກ້​ໄຂ​ວິ​ກິດ​ການ. ຫວັງ​ວ່າ, ກອງ​ປະຊຸມ​ສຳ​ມະ​ນາ​​ຈະ​ກາຍ​ເປັນ​ຂົວ​​ຕໍ່​ລະ​ຫວ່າງ​ບັນດາ​ມະຫາວິທະຍາ​ໄລ, ວິ​ສາ​ຫະກິດ​ຫວຽດນາມ ກັບ​ບັນດາ​ມະຫາວິທະຍາ​ໄລ, ນັກ​ຄົ້ນຄວ້າ​ໃນ​ທົ່ວ​ໂລກ, ​ເພື່ອມຸ່ງ​ໄປ​ເຖິງ​ຈຸດໝາຍຈີນ​ຕະນາ​ການ​ຄຸ້ມ​ຄອງ​ໃໝ່, ໝູນ​ໃຊ້​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ບໍລິການ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ​ຢ່າງ​ມີ​ປິ​ສິດທິ​ຜົນ​ກ່ວາ.

ຂ່າວ/ບົດ​ອື່ນ