ໄຂກອງປະຊຸມເສດຖະກິດໜຸ່ມອາຊີ 2019

(VOVWORLD) -ຕອນເຊົ້າວັນທີ 13 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມເສດຖະກິດໜຸ່ມອາຊີ 2019 ດ້ວຍການເຂົ້າຮ່ວມຂອງບັນດານັກເສດຖະກິດແຖວໜ້າ ແລະ ນັກທຸລະກິດໜຸ່ມໃນທົ່ວໂລກເກືອບ 50 ຄົນເພື່ອປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດຂອງພາກພື້ນອາຊີ ແລະ ບັນດາຫົວຂໍ້ເສດຖະກິດວິທະຍາໃໝ່.

ໄຂກອງປະຊຸມເສດຖະກິດໜຸ່ມອາຊີ 2019 - ảnh 1 ໄຂກອງປະຊຸມເສດຖະກິດໜຸ່ມອາຊີ 2019

(ພາບ: VTC)

ກອງປະຊຸມເສດຖະກິດໜຸ່ມອາຊີ ປີ 2019 ໄດ້ຈັດການປຶກສາຫາລືໂຕະມົນ 9 ຄັ້ງໂດຍສຸມໃສ່ເຂົ້າບັນດາຫົວຂໍ້ຄື: ສ້າງຕັ້ງບັນດາເຄື່ອງມືຄົ້ນຄວ້າເຄືອຂ່າຍສື່ສັງຄົມ ເພື່ອແກ້ໄຂບັນດາບັນຫາຂາດຄວາມສະເໝີພາບ; ພື້ນຖານໃຫ້ແກ່ການຮ່ວມມື; ພະລັງງານຜະລິດຄືນໃໝ່; ບັນດາກາລະໂອກາດ ແລະ ສິ່ງທ້າທາຍໃນການຄົ້ນຄວ້າເຂດຕົວເມືອງລະຫວ່າງຂະແໜງ… ບັນດາຜູ້ແທນກໍ່ໄດ້ສຸມໃສ່ປຶກສາຫາລືບັນດາບັນຫາເສດຖະກິດປະຈຸບັນລວມມີບັນດາຮູບແບບການພັດທະນາ ແລະ ການປ່ຽນແປງໃໝ່ເສດຖະກິດຂອງອາຊີ, ບົດບາດ ແລະ ຜົນກະທົບຂອງບັນດາພື້ນຖານເສດຖະກິດອື່ນ. ທ່ານຮອງສາດສະດາຈານ, ປະລິຍາເອກ ຫງວຽນຈຸ໊ກເລ, ຫົວໜ້າອະທິການບໍດີມະຫາວິທະຍາໄລເສດຖະກິດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ເຊິ່ງເປັນຫົວໜ່ວຍຈັດຕັ້ງ, ໃຫ້ຮູ້ວ່າ.

        “ມະຫາວິທະຍາໄລເສດຖະກິດປາດຖະໜາວ່າ ບັນດາບັນຫາທີ່ໄດ້ແບ່ງປັນໃນກອງປະຊຸມແມ່ນບັນຫາສາກົນ ກໍ່ຈະສົ່ງຜົນສະທ້ອນໂດຍກົງເຖິງຫວຽດນາມ. ເພື່ອແກ້ໄຂບັນຫາດັ່ງກ່າວ, ບັນດານັກຮຽນຮູ້ໜຸ່ມຈະຍົກອອກບັນດາຂໍ້ສະເໜີແນະ ຫຼື ຂໍ້ສະເໜີເພື່ອສາມາດສ້າງບັນດານະໂຍບາຍໃນພາກພື້ນ. ບັນດາບັນຫາທີ່ນັກຮຽນຮູ້ນຳມາປຶກສາຫາລືຈະຊ່ວຍໃຫ້ມະຫາວິທະຍາໄລເສດຖະກິດແຫ່ງຊາດ ເຊື່ອມຕໍ່ກັບເພື່ອນມິດສາກົນ, ພິເສດແມ່ນບັນດາສາດສະດາຈານ, ນັກຮຽນຮູ້ຮ່ວມເດີນທາງ - ບັນດາຄູສອນຂອງບັນດາໂຮງຮຽນແຕກຕ່າງກັນ”.

        ກອງປະຊຸມດັ່ງກ່າວຈະດຳເນີນຮອດວັນທີ 14 ສິງຫາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ