ໄຂງານຕະຫຼາດນັດເສດຖະກິດການຄ້າຟຸ໋ອຽນ 2014

ໄຂງານຕະຫຼາດນັດເສດຖະກິດການຄ້າຟຸ໋ອຽນ 2014 - ảnh 1
ງານ​ຕະຫຼາດນັດ​ເສດຖະກິດ​ການ​ຄ້າ​ຟຸ໋ອຽນ 2014
(ພາບ: baophuyen.com.vn)


(vovworld) –  ງານ​ຕະຫຼາດນັດ​ເສດຖະກິດ​ການ​ຄ້າ​ຟຸ໋ອຽນ 2014 ຖືກດຳ​ເນີນ​ແຕ່​ວັນ​ທີ 28/06 ຫາ 06/07, ດ້ວຍ​ຮ້ານ​ວາງສະ​ແດງ​ສິນຄ້າ​ກວ່າ 350 ຮ້ານ ຂອງ 120 ຫົວໜ່ວຍ. ບັນດາ​ຜະລິດ​ຕະພັນ​ທີ່​​ນຳ​ມາ​ວາງສະ​ແດງ​ຢູ່​ງານ​ຕະຫຼາດນັດ​ລວມມີ: ອຸ​ດສາ​ຫະກຳ​ລົດ​ໂອ​ໂຕ​, ​ເຄື່ອງ​ເອ​ເລກ​ໂຕ​ນິກ, ​ອາຫານປຸງ​ແຕ່ງ​, ​ເຄື່ອງ​ໃຊ້​ໃນ​ຄອບຄົວ… ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ອົງການ, ບຸກຄົນ​ຢູ່​ພາຍ​ໃນ ​ແລະ ຕ່າງ​ແຂວງ​ພົບ​ປະ, ​ແລກປ່ຽນ​ເປີດ​ກວ້າງ​ຕະຫຼາດ. ງານ​ຕະຫຼາດນັດ​​ແມ່ນ​ການ​ເຄື່ອນ​ໄຫວ​​ແທດ​ຈິງ ​ເພື່ອ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ນາ​ຍົກ​ລັດຖະມົນຕີ​ກ່ຽວ​ກັບ​ການ​ພັດທະນາ​ຕະຫຼາດ​ພາຍ​ໃນ ຕິດ​ພັນ​ກັບ​ບັ້ນ​ຂົນຂວາຍ​ຊາວ​ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ.

ຂ່າວ/ບົດ​ອື່ນ