ໄຂງານມະໂຫລານກ່ຽວກັບຊົນນະບົດທາງພາກໃຕ້ຫວຽດນາມ
ຕະຫລາດນ້ຳຢູ່ເຂດທົ່ງພຽງແມ່ນ້ຳຂອງ
ພາບປະກອບ:internet
|
(vovworld)- ຕອນຄຳ່ວັນທີ 7/9, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ອານຢາງ ຈັດຕັ້ງງານມະໂຫລານສະແດງສິລະປະ, ກິລາ, ວາງສະແດງກ່ຽວກັບການກໍ່ສ້າງຊີວິດທາງດ້ານວັດທະນະທຳຊົນນະບົດໃຫມ່ຢູ່ພາກໃຕ້ຫວຽດນາມ ປີ 2013. ກ່າວຄຳເຫັນໄຂງານມະໂຫລານ, ທ່ານ ຮີ່ງຫວີງອາຍ, ຮອງລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ການທ່ອງທ່ຽວ ໄດ້ເນັ້ນຫນັກວ່າ: ຈຸດໝາຍງານມະໂຫລານຄັ້ງນີ້ ແມ່ນປະກອບສ່ວນຍົກສູງຊີວິດດ້ານວັດທະນະທຳ, ຈິດໃຈໃຫ້ແກ່ປະຊາຊົນ, ຍູ້ແຮງວຽກງານໂຄສະນານະໂຍບາຍຂອງພັກ ແລະ ລັດກ່ຽວກັບການກໍ່ສ້າງຊີວິດດ້ານວັດທະນະທຳຊົນນະບົດໃຫມ່. ພ້ອມທັງຜ່ານງານມະໂຫລານ ສ້າງບັນຍາກາດເບິກບານມ່ວນຊ່ືນ,ລະດົມກຳລັງໃຈຢ່າງຕັ້ງຫນ້າໃຫ້ແກ່ຂະບວນການແຂ່ງຂັນອອກແຮງງານທຳການຜະລິດ“ ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃຫມ່”.
“ນີ້ແມ່ນເຫດການວັດທະນະທຳກິລາຢ່າງແທດຈິງເພື່ອໃຫ້ຊາວກະສິກອນມີໂອກາດພົບປະແລກປ່ຽນ, ແຂ່ງຂັນກິລາ, ແນະນຳຈຸດວັດທະນະທຳທີ່ເປັນເອກະລັກສະເພາະບ້ານເກີດເມືອງນອນ ແລະກໍແມ່ນໂອກາດເພື່ອໃຫ້ບັນດາທ້ອງຖິ່ນແນະນຳບັນດາໝາກຜົນທີ່ຍາດມາໄດ້ພາຍຫລັງ 5 ປີແຫ່ງການປະຕິບັດໂຄງການກໍ່ສ້າງຊົນນະບົດໃຫມ່.”