ໄຂງານມະໂຫລານຟິມຮູບເງົາ ອາຊຽນ + 3 ຢູ່ ສາທາລະນະລັດ ເຊັກໂກ
(VOVWORLD) - ຕອນຄ່ຳວັນທີ 1 ກັນຍາ, ງານມະໂຫລານຟິມຮູບເງົາ ອາຊຽນ +3 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Praha, ສ.ເຊັກໂກ ດ້ວຍການເຂົ້າຮ່ວມຂອງ 9 ປະເທດ, ລວມມີ: ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ, ຫວຽດນາມ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ.
ງານມະໂຫລານຟິມຮູບເງົາ ອາຊຽນ + 3 ດຳເນີນແຕ່ວັນທີ 1 – 9 ກັນຍາ ຈຶ່ງອັດລົງ |
ນີ້ແມ່ນໜຶ່ງໃນບັນດາເຫດການການທາງການທູດ, ວັດທະນະທຳສຳຄັນໃນປີ 2023, ດ້ວຍຈຸດປະສົງ ແນະນຳພາບພົດກ່ຽວກັບຄວາມສວຍງາມ, ຄວາມຫຼາກຫຼາຍໃນວັດທະນະທຳ, ຮີດຄອງປະເພນີຂອງບັນດາປະເທດ ອາຊີ ເຖິງເພື່ອນມິດສາກົນ. ເຂົ້າຮ່ວມງານມະໂຫລານຮູບເງົາປີນີ້, ຫວຽດນາມ ກໍໄດ້ນຳສະເໜີຟິມຮູບເງົາ 2 ເລື່ອງ. ບັນດາຮູບເງົາທີ່ໄດ້ສາຍໃນສັບປະດາຟິມຮູບເງົາ ອາຊຽນ + 3 ຄັ້ງນີ້ ລ້ວນແຕ່ແມ່ນບັນດາຜົນງານທີ່ມີຊື່ສຽງ, ຜະລິດໂດຍບັນດານັກກຳກັບທີ່ເຄີຍຄວ້າໄດ້ຫຼາຍລາງວັນຢູ່ ອາຊີ ແລະ ເປັນຜົນງານທີ່ເຂັ້ມຄົ້ນໄປດ້ວຍຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ກໍຄື ຄຸນຄ່າມໍລະດົກຂອງປະເທດຕ່າງໆ, ນຳມາເຊິ່ງບັນດາຄວາມຮູ້ສຶກທີ່ແຕກຕ່າງກັນໃຫ້ແກ່ຜູ້ຊົມ.
ງານມະໂຫລານຟິມຮູບເງົາ ອາຊຽນ + 3 ດຳເນີນແຕ່ວັນທີ 1 – 9 ກັນຍາ ຈຶ່ງອັດລົງ.
ຫາຍດັງ, ນັກຂ່າວ ປະຈຳ ສ.ເຊັກໂກ