ໄຂເວທີປາໄສການຄ້າ - ການທ່ອງທ່ຽວ ລົງທຶນຫວຽດນາມ - ອິນໂດເນເຊຍ

ໄຂເວທີປາໄສການຄ້າ - ການທ່ອງທ່ຽວ ລົງທຶນຫວຽດນາມ - ອິນໂດເນເຊຍ - ảnh 1
( ​ເວທີ​ປາ​ໄສ​ການ​ຄ້າ - ການທ່ອງທ່ຽວລົງທຶນຫວຽ​ດນາມ - ອິນ​ໂດ​ເນ​ເຊຍ )

( vovworld ) –   ວັນ​ທີ 11/6, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ພິທີໄຂ​ເວທີ​ປາ​ໄສ​ການ​ຄ້າ - ການທ່ອງທ່ຽວລົງທຶນຫວຽ​ດນາມ - ອິນ​ໂດ​ເນ​ເຊຍ (TTI) ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ - ອິນ​ໂດ​ເນ​ເຊຍ ຮ່ວມ​ມື​ເພື່ອ​ພັດທະນາຢ່າງ​ໝັ້ນຄົງ”. ​ເວທີ​ປາ​ໄສ​ນີ້​ເພື່ອ​ແນ​ໃສ່​ໂຄສະ​ນາ ​ແລະ ​ແນະ​ນຳຄວາມ​ສາມາດ​ບົ່ມຊ້ອນ, ​ແງ່​ຫວັງ​ຂອງ​ແຕ່ລະ​ປະ​ເທດ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ​ໃນ​ຂົງ​ເຂດ​ການ​ຄ້າ, ການທ່ອງທ່ຽວ ​ແລະ ການ​ລົງທຶນ. ກ່າວ​ຄຳ​ເຫັນ​​ໄຂ​ເວທີ​ປາ​ໄສ, ທ່ານ​​ເອກ​ອັກຄະ​ລັດຖະທູດອິນ​ໂດ​ເນ​ເຊຍ ປະຈຳ​ຫວຽດນາມ Mayerfas ​ເວົ້າ​ວ່າ.

        “​ໃນ​ໄລ​ຍະ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຫວຽ​ດນາມ - ອິນ​ໂດ​ເນ​ເຊຍ ​ໄດ້ບັນລຸ​ບາດກ້າວ​ພັດທະນາຫຼາຍ​ຢ່າງ ​ແລະ ກ້າວ​ເຂົ້າ​ສູ່​ລະດັບ​ສູງ​ໃໝ່. ​ເລື່ອງ​ເວທີ​ປາ​ໄສ TTI ຖືກ​ຈັດ​ຂຶ້ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ສືບ​ຕໍ່​ຫັນ​ເປັນສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ​ເວທີ​ປາ​ໄສ​ນີ້​ແມ່ນ​ຂົວ​ເຊື່ອມ​ຕໍ່​ສຳລັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ເພື່ອ​ສຳ​ພັດ ​ແລະ ຂຸດ​ຄົ້ນບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມືກັບ​ວິ​ສາ​ຫະກິ​ດອິນ​ໂດ​ເນ​ເຊຍ ”

        ສ່ວນ​ທ່ານ​ຮອງ​ລັດຖະມົນຕີກະຊວງ​ອຸດສາຫະກຳ​ ການ​ຄ້າ​ຫວຽດນາມ Nguyen Thanh Bien ​ກໍໃຫ້​ຮູ້​ວ່າ, ​ໃນ​ຊຸມ​ປີຜ່ານມາ​ການ​ພົວພັນ​ຮ່ວມ​ມືດ​້ານການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຜ່ານ​ແຕ່ລະ​ໄລຍະ​ລ້ວນ​ແຕ່​ເພີ່ມ​ຂຶ້ນ.

        “ນີ້​​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການສຳຄັນ​ເພື່ອ​ຊຸກຍູ້​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ການ​ຄ້າ, ການທ່ອງ​ທ່ຽວ, ການ​ລົງທຶນ ​ລະຫວ່າງຫວຽ​ດນາມ - ອິນ​ໂດ​ເນ​ເຊຍ, ​ເໝາະ​ສົມ​ກັບ​ຄວາມ​ປາດ​ຖະໜາ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ຄວາມ​ປາດ​ຖະໜາ​ຂອງ​ບັນດາ​ການ​ນຳ ​ແລະ ນັກຄຸ້ມ​ຄອງ​ທຸກ​ຂັ້ນ​ຂອງ​ສອງ​ປະ​ເທດ. ​ເວທີ​ປາ​ໄສ​ນີ້​ຈະ​ສ້າງ​ກາລະ​​ໂອກາດ​ໃໝ່ ​ແລະຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍ ​ສືບ​ຕໍ່​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ຂໍ້​ລິ​ເລີ່​ມ ​ແລະ ມາ​ດະ​ການ​ແກ້​ໄຂ​ແນ​​ໃສ່​ປະຕິບັດ​ບັນດາ​ກາລະ​ໂອກາດ​ນັ້ນ”.

ຂ່າວ/ບົດ​ອື່ນ