(vovworld) - ວັນທີ 21/12, ຢູ່ນະຄອນໂຮ່ຈິມິນ, ຄະນະຄຸ້ມຄອງໂຄງການໜູນຊ່ວຍນະໂຍບາຍການຄ້າ ແລະ ການລົງທຶນຂອງເອີລົບ (EU - MUTRAP), ໄດ້ຈັດຕັ້ງການແນະນຳ ແລະ ສະໜອງຂໍ້ມູນຂ່າວກ່ຽວກັບການຜັນຂະຫຍາຍໂຄງການເຖິງບັນດາພະແນກ, ຂະແໜງການ, ອົງການຈັດຕັ້ງ, ສະຫະສະມາຄົມ ແລະ ວິສາຫະກິດຢູ່ເຂດພາກໃຕ້ຂອງຫວຽດນາມ. ໂຄງການ EU – MUTRAPF, ມີການປະຕິບັດໃນໄລຍະແຕ່ວັນທີ 27/08/2012 – 31/01/2018 ດ້ວຍງົບປະມານ 16.500.000 ເອີໂລ. ໂຄງການເພື່ອແນໃສ່ຊ່ວຍໃຫ້ຫວຽດນາມ ເຊື່ອມໂຍງເຂົ້າກັບລະບົບການຄ້າທົ່ວໂລກ, ກຸ່ມອາຊຽນ ແລະ ອະນຸພາກພື້ນຢ່າງເລິກເຊິ່ງກວ່າ; ເພີ່ມທະວີການພົວພັນດ້ານການຄ້າ ແລະ ການລົງທຶນກັບ EU; ລະດົມບັນດາທ່າແຮງພັດທະນາເສດຖະກິດໃນການເຕີບໂຕຢ່າງຮອບດ້ານ ແລະ ຫຼຸດຜ່ອນຄວາມທຸກຍາກ. ນອກຈາກນັ້ນ, ໂຄງການຍັງໜູນຊ່ວຍຍົກສູງຄວາມຮັບຮູ້. ຄວາມເຂົ້າໃຈຂອງສະຫະສະມາຄົມ ກ່ຽວກັບການຄ້າ, ການລົງທຶນ; ຄວາມສາມາດທາບທາມນະໂຍບາຍແຫ່ງຊາດ; ເພີ່ມທະວີການຄົ້ນຄວ້າ ເພື່ອແນໃສ່ໜູນຊ່ວຍວິວັດການກໍ່ສ້າງ, ຕິດຕາມກວດການນະໂຍບາຍ; ຈັດຕັ້ງການບຳລຸງສ້າງໃນຂອບເຂດຂອງໂຄງການ.