2ເດືອນຕົ້ນປີ,ຫວຽດນາມສົ່ງອອກເກີນດຸນ865ລ້ານUS

2ເດືອນຕົ້ນປີ,ຫວຽດນາມສົ່ງອອກເກີນດຸນ865ລ້ານUS - ảnh 1
(ພາບປະກອບ)

(vovworld) - ຕາມ​ກົມ​ໃຫຍ່​ສະຖິຕິ​ແລ້ວ, ວົງ​ເງິນສິນຄ້າ​ສົ່ງ​ອອກ​​ໃນເດືອ​ນກຸມພາປີ 2016 ບັນລຸ10,3 ຕື້ USD ​ແລ​ະ ​ໄລ່​ລວມ 2 ​ເດືອນ​ຕົ້ນ​ປີ, ວົງ​ເງິນ​ສິນຄ້າສົ່ງອອກ​ຄາດ​ວ່າ​ບັນລຸ​ໄດ້ 23,7 ຕື້ USD, ​ເພີ່ມ​ຂຶ້ນ 2,9% ​ເມື່ອ​ທຽບ​ໃສ່​​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ກ່ຽວ​ກັບ​ຕະຫລາດ​ສິນຄ້າ​ສົ່ງ​ອອກ​ໃນ 02 ​ເດືອນ​ຕົ້ນ​ປີ​ນີ້, ອາ​ເມ​ລິ​ກາ ຍັງ​ເປັນ​ຕະຫລາດ​ໃຫຍ່​ທີ່​ສຸດ ດ້ວຍ​ວົງ​ເງິນ​ບັນລຸ​ໄດ້ 5,1 ຕື້ USD; ຖັດມາ​ແມ່ນ​ສະຫະພາບ ​ເອີ​ລົບ, ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ. ຄາດ​ລວມ​ແລ້ວ​ໃນ 02 ​ເດືອນ​ຕົ້ນປີ, ຫວຽດນາມ ສົ່ງ​ອອກ​ເກີນ​ດຸນ 865 ລ້ານ USD.

ຂ່າວ/ບົດ​ອື່ນ