APEC ຊຸກຍູ້ການຄ້າທົ່ວໂລກ

APEC ຊຸກຍູ້ການຄ້າທົ່ວໂລກ - ảnh 1
APEC ຊຸກຍູ້ການຄ້າທົ່ວໂລກ
(ພາບ: APEC Philippines 2015)


​(vovworld) – ກອງປະຊຸມລັດຖະມົນຕີກະຊວງ​ການຄ້າເວທີປາໄສ ຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ​ໄດ້ອັດລົງໃນວັນທີ 24/05, ຢູ່ຟິລິບປີນ. ພາຍຫຼັງປະຊຸມມາເປັນ​ເວລາ 2 ວັນ, ລັດຖະມົນຕີກະຊວງການ​ຄ້າທີ່​ມາ​ຈາກ 21 ພື້ນຖານ​ເສດຖະກິດ​ສະມາຊິກ​ຂອງ APEC ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ສະ​ໜັບສະ​ໜູນ​ຢ່າງ​ແຮງຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງການ​ການ​ຄ້າ​ໂລກ (WTO), ຊຸກຍູ້​ການ​ຄ້າ​ທົ່ວ​​ໂລກ​ໃນ​ສະພາບ​ທີ່ມີ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ພາກ​ພື້ນ​ຫຼາຍ​ສະບັບ. ບັນດາ​ຜູ້​ແທນ​​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ອະນຸມັດ​ຜ່ານ​ວິວັດທະນາ​ການ​ໃຫ້​ສັນຍາ​ສ້າງ​ຄວາມ​ສະ​ດວກ​​ໃຫ້​ແກ່​ການ​ຄ້າໃນທ້າຍ​ປີ 2015, ປະ​ກອບ​ລາຍການ​ເຮັດ​ວຽກ​ເພື່ອປະຕິບັດຮອບ​ເຈລະຈາການ​ຄ້າ Doha ​ໃຫ້ສຳ​ເລັດ. ກອງ​ປະຊຸມ​ກໍ່​ເນັ້ນ​ໜັກ​ເຖິງ​ເລື່ອງ​ຕ້ອງ​ຍົກ​ອອກ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ປັບປຸງ​ຄວາມ​ສາມາດ​ຂອງ​ວິ​ສາ​ຫະກິດ​ນ້ອຍສຸດ,  ວິ​ສາ​ຫະກິດນ້ອຍ ​ແລະ ກາງ ​ເຂົ້າ​ຮ່ວມ​ການ​ຄ້າ​ທົ່ວ​​ໂລກ.

ຂ່າວ/ບົດ​ອື່ນ