EU ພ້ອມແລ້ວຊ່ວຍໜູນຫວຽດນາມຮັບການຖ່າຍທອດທາງດ້ານເຕັກໂນໂລຢີ ຜະລິດວັກຊິນກັນໂຄວິດ-19
(VOVWORLD) -ຕອນບ່າຍວັນທີ 1 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Giorgio Aliberti ເອກອັກຄະລັດຖະທູດ ສະຫະພາບເອີລົບ( EU )ປະຈຳຫວຽກນາມ
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບທ່ານ Giorgio Aliberti ເອກອັກຄະລັດຖະທູດ EU ປະຈຳຫວຽກນາມ |
ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ EU ສືບຕໍ່ເອົາໃຈໃສ່ຊ່ວຍໜູນຫວຽດນາມ ໄດ້ສຳຜັດກັບແຫຼ່ງສະໜອງວັກຊິນກັນໂຄວິດ-19 ແລະ ແບ່ງປັນທາງດ້ານເຕັກໂນໂລຢີ, ເພີ່ມທະວີກຳລັງຄວາມສາມາດສັກຢາວັກຊິນກໍຄືຜະລິດວັກຊິນກັນໂຄວິດ-19 ຢູ່ຫວຽດນາມ. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ ທ່ານ Giorgio Aliberti ເອກອັກຄະລັດຖະທູດ ສະຫະພາບເອີລົບ( EU )ປະຈຳຫວຽກນາມ ຈົ່ງສຳເລັດການປະກອບເອກະສານໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ- EU (EVIPA) ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການເຄຶ່ອນໄຫວຮ່ວມມືລົງທຶນ.
ສ່ວນ ທ່ານ Giorgio Aliberti ເອກອັກຄະລັດຖະທູດ ສະຫະພາບເອີລົບ( EU )ປະຈຳຫວຽກນາມ ໄດ້ນຳສະເໜີບາງມາດຕະການ ແລະ ຂົງເຂດຮ່ວມມືຊຶ່ງ EU ມີທ່າແຮງ ແນໃສ່ຍົກສູງການປະຕິບັດສັນຍາ EVFTA ຢ່າງມີປະສິດທິຜົນໃນໄລຍະທີ່ຈະມາເຖິງ. ທ່ານຫວັງວ່າ ຫວຽດນາມຜັນຂະຫຍາຍບັ້ນສັກຢາຢ່າງທົ່ວເຖິງເພື່ອ ສະກັດກັ້ນໂລກລະບາດ ໂຄວິດ-19 ໂດຍໄວ ແລະ ໃຫ້ຮູ້ວ່າ EU ພ້ອມແລ້ວຊ່ວຍໜູນຫວຽດນາມຮັບການຖ່າຍທອດທາງດ້ານເຕັກໂນໂລຢີ ຜະລິດວັກຊິນກັນໂຄວິດ-19