Eurozone ອະນຸມັດຜ່ານ ບ້ວງເງິນອຸປະຖຳທີສອງໃຫ້ເກຼັກ

Eurozone ອະນຸມັດຜ່ານ ບ້ວງເງິນອຸປະຖຳທີສອງໃຫ້ເກຼັກ - ảnh 1
( ພາບປະກອບ )

( vovworld ) - ວັນ​ທີ 12/3, ບັນດາ​ລັດ​ຖະມົນຕີ​ການ​ເງິນ Eurozone ​ໄດ້ອະນຸມັດ​ຜ່ານ​ບ້ວງ​ເງິນ​ອຸປະຖຳທີ​ສອງ​ໃຫ້​ເກຼັກ ທີ​ມີມູນ​ຄ່າ 130 ຕື້​ເອີ​ໂລ. ນີ້​ແມ່ນ​ໝາກ​ຜົ​ນທີ່​ບັນລຸ​ໄດ້​ຜ່ານ​ການເຈລະຈາ​ມາ​ເປັນ​ເວລາ​ຫຼາຍ​ມື້ລະຫວ່າງ​ລັດຖະບານ​ເກຼັກ ​ແລະ ​ເຈົ້າ​ໜີ້​ເພື່ອ​ແນ​ໃສ່​ບັນລຸ​ຂໍ້​ຕົກລົງ​ແລກປ່ຽນ​ໜີ້ສິນ, ​ເຊິ່ງຕາມ​ນັ້ນ​ແລ້ວ ອາ​ແທນ ຈະ​ລົບ​ລ້າງ​ເກືອ​ບ 100 ຕື້​ເອີ​ໂລ​ໃນ​ບ້ວງ​​ໜີ້​ສິນ​ປະມານ 350 ຕື້​ເອີ​ໂລ, ອັນ​ໄດ້​ຫຼຸດ​ຜ່ອນໜີ້​ສິນ​ຂອງ​ລັດ​ຈາກ​ລະ​ດັບ 160% GDP ​ໃນ​ປະຈຸ​ບັນ​ລົງ​ເຫຼືອພຽງ 120% GDP ​ໃນ​ປີ 2020. ກ່າວ​ຄຳ​ເຫັນ​ທີ່​ການປະຊຸມ​ຂ່າວ​ຢູ່ Brucxen ( ​ແບນ​ຊິກ ), ທ່ານ​ປະທານ​ກຸ່ມ​ບັນດາ​ປະ​ເທດ​ນຳ​ໃຊ້​ເງິນ​ເອີ​ໂລ Jean Claude Juncker, ​ໃຫ້​ຮູ້​ວ່າ ຕາມຂໍ້​ຕົກລົງ​ບ້ວງ​ເງິນ​ອຸປະຖຳທີ​ສອງ​​ແມ່ນ​ການ​ປະກອບຂອງ​ບັນດາ​ປະ​ເທດ Eurozone ​ແລະ ກອງ​ທຶນ​ເງິນຕາ​ສາກົນ. ວິວັດ​ການ​ປ່ອຍ​ເງິນຈະ​ແກ່ຍາວ​ແຕ່​ປີ 2012 ​ເຖິງ ປີ 2014 ​ໂດຍ​ອິ່ງ​ໃສ່​ປະສິດ​ທະ​ຜົນ​ຂອງ​ໂຄງການປະຢັດ​ຂອງ​ເກຼັກ.

ຂ່າວ/ບົດ​ອື່ນ