Forbes ຍ້ອງຍໍສັນລະເສີນຜົນສຳເລັດຂອງເສດຖະກິດຫວຽດນາມ

Forbes  ຍ້ອງຍໍສັນລະເສີນຜົນສຳເລັດຂອງເສດຖະກິດຫວຽດນາມ - ảnh 1
ນະ​ຄອນ ໂຮ່​ຈິ​ມີນ ປະ​ຈຸ​ບັນ
ພາບ:internet

 (vovworld)- ​ວາ​ລະ​ສານ Forbes ຫາ​ກໍ​ມີ​ບົດ​ຂຽນຍ້ອງຍ​ໍ​ບັນ​ດາ​ການ​ຫັນ​ປ່ຽນ​ຕັ້ງ​ຫນ້າ​ຂອງ​ພື້ນ​ຖາ​ນ​ເສດ​ຖະ​ກິດ​ຫວຽດ​ນາມ. Forbes ໄດ້​ສັງ​ເຫດ​ວ່າ: ຫວຽດ​ນາມ ບືນ​ຕົວ​ຂຶ້ນ​ພາຍ​ຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່. ຈາກ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ທຸກ​ຍາກກວ່າ​ໝູ່​ໃນ​ໂລກ, ປະ​ຈຸ​ບັນ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ, ພັດ​ທະ​ນາ​ເສດ​ຖະ​ກິດ​ຕາມ​ການ​ກຳ​ນົດ​ທິດ​ການ​ຕະ​ຫລາດ. ຕາມ​ວາ​ລະ​ສານ​ດັ່ງ​ກ່າວ​ແລ້ວ, ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຮັບ​ຖື​ວ່າ ແມ່ນ​ສະ​ຖານ​ທີ່​ພັດ​ທະ​ນາ​ຂະ​ຫຍັນ​ຂັນ​ເຄື່ອນກວ່າ​ໝູ່​ໃນ​ພາກ​ພື້ນ ດ້ວຍ​ຮູບ​ພາບ​ບັນ​ດາ​ອາ​ຄານ​ຊັ້ນ​ສູງ​ພວມ​ໄດ້​ຮັບ​ການກໍ່​ສ້າງ. ປະ​ຈຸ​ບັນ ຫວຽດ​ນາມ ຢືນ​ອັນ​ດັບ​ທີ 90 ໃນ​ຈຳ​ນວນ 189 ປະ​ເທດ ມີ​ຄວາມ​ສະ​ດວກ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ. ຫວຽດ​ນາມ ມີ​ພົນ​ລະ​ເມືອງ​ຫນຸ່ມກວມ​ອັດ​ຕາ​ສ່ວນ​ສູງ, ແລະ ປະ​ມານ 40% ຈຳ​ນວນ​ພົນ​ລະ​ເມືອ​ງ​ນຳ​ໃຊ້​ອິນ​ເຕີນ​ແນັດ​ປະ​ຈຳ​ວັນ. ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ການ​ກະ​ທົບ​ຢ່າງ​ຫຍໍ້​ທໍ້​ຈາກວິ​ກິດ​ການ​ເສດ​ຖະ​ກິດ​ປີ 2008, ຫວຽດ​ນາມ ຍັງ​ຄົງ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ GDP 6,3% ໃນ 6 ເດືອນ​ຕົ້ນ​ປີ 2015.

ຂ່າວ/ບົດ​ອື່ນ