IAEAມີຄວາມວິຕົກກັງວົນກ່ຽວກັບໂຄງການນິວເຄຼຍຂອງສປປ.ເກົາຫຼີ
ທ່ານ Yukiya Amano, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA)
(ພາບ: AFP)
|
(vovworld) – ວັນທີ 2/3, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ທ່ານ Yukiya Amano ສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງ ຕໍ່ໂຄງການນິວເຄຼຍຂອງ ສປປ. ເກົາຫຼີ. ກ່າວຄຳເຫັນຕໍ່ຄະນະຜູ້ອຳນວຍການ IAEA ຢູ່ Vienna (ປະເທດ ໂອຕຣິດ), ທ່ານ Amano “ຮຽກຮ້ອງ ພຽງຢ່າງ ປະຕິບັດໜ້າທີ່ຕາມບັນດາມະຕິກ່ຽວຂ້ອງຂອງ ສະພາຄວາມໝັ້ນຄົງ ສປຊ ຢ່າງຄົບຖ້ວນ”. ຖະແຫຼງການດັ່ງກ່າວໄດ້ຍົກອອກມາພາຍຫຼັງ ສປປ. ເກົາຫຼີ ຍິງລູກສອນໄຟໄລຍະສັ້ນ ທີ່ໄດ້ຮັບຖືວ່າແມ່ນລູກສອນໄພນຳວິຖີ Scud ລົງເຂດທະເລທາງທິດຕາເວັນອອກ ປະເທດນີ້ໃນຕອນເຊົ້າວັນທີ 2/3 ແລະ ຖະແຫຼງວ່າຈະໂຕ້ຕອບບັນດາການຊ້ອມຮົບຮ່ວມລະຫວ່າງ ສ. ເກົາຫຼີ - ອາເມລິກາ ໄລຍະມໍ່ໆມານີ້.
ບັນດາການເຈລະຈາ 6 ຝ່າຍກ່ຽວກັບບັນຫາ ນິວເຄຼຍ ຂອງ ສປປ ເກົາຫຼີ ເລີ່ມດຳເນີນຢູ່ ປັກກິ່ງ, ປະເທດ ຈີນ ໃນເດືອນ 8/2003 ແຕ່ພັດຖືກຢຸດສະງັກແຕ່ເດືອນ 12/2008 ມາຮອດປະຈຸບັນ. ນັບແຕ່ນັ້ນມາ, ສປປ ເກົາຫຼີ ໄດ້ດຳເນີນ ການທົດລອງ ນິວເຄຼຍ 3 ຄັ້ງໃນປີ 2006, 2009 ແລະ 2013 ເຮັດໃຫ້ໂລກຕຳນິຕິຕຽນ ແລະ ພາໄປເຖິງບັນດາຄຳສັ່ງລົງໂທດຂອງ ອາເມລິກາ ແລະ ສປຊ.