Techmart2015: ການຮ່ວມສຳພັນເຊື່ອມໂຍງແລະພັດທະນາແບບຍືນຍົງ

Techmart2015: ການຮ່ວມສຳພັນເຊື່ອມໂຍງແລະພັດທະນາແບບຍືນຍົງ - ảnh 1
Techmart2015

(vovworld)-  ​ຕະ​ຫລາດ​ເຕັກ​ໂນ​ໂລ​ຊີ ແລະ ອຸ​ປະ​ກອນ​ສາ​ກົນ​ຫວຽດ​ນາມ​ປີ 2015 Techmart2015 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 1/10 ຢູ່ ຮ່າ​ໂນ້ຍ ດ້ວຍ​ຫົວ​ຂໍ້​ວ່າ: ຮ່ວມ​ສຳ​ພັນ​ພ້ອມ​ກັບ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ. ນີ້​ແມ່ນ Techmart ທຳ​ອິດ​ຜັນ​ຂະ​ຫຍາຍ​ໂຄງ​ການ​ພັດ​ທະ​ນາ​ຕະ​ຫລາດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຮອດ​ປີ 2020 ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອະ​ນຸ​ມັດ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ຫງວຽນ​ກວານ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ຢື​ນ​ຢັນ​ວ່າ: Techmart2015  ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເຫດ​ການ​ສຳ​ຄັນ​ຂອງ​ຕະ​ຫລາດ​ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ ນຳ​ບັນ​ດາ​ໝາກ​ຜົນ​ແຫ່ງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ຊີ​ວິດ, ສ້າງ​ຫລາຍ​ຜະ​ລິດ​ຕະ​ພັນ​ມີ​ກຳ​ລັງ​ແກ້ງ​ແຍ້ງ​ສູງ​ໃນ​ຕະ​ຫ​ລາດ, ​ກຽມ​ພ້ອມ​ໃຫ້​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        “ກ​ານ​ເຂົ້​າ​ຮ່ວມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ສູງ, ບັນ​ດາ​ວິ​ສາ​ຫະ​ກິດ​ແຖວ​ຫນ້າ​ໃນ​ສະ​ໂມ​ສອນ​ວິ​ສາ​ຫະ​ກິດ​ນຳ​ຫນ້າ ໄດ້​ນຳ​ມາ​ເຊິ່ງ​ກຳ​ລັງ​ຫນູນ​ໃຫ​ມ່​ໃຫ້ Techmart. ພ​ວ​ກ​ເຮົາ​ ​ເຫັນ​ໄດ້ວ່າ ບໍ່​ພຽງ​ແຕ່​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ມີ​ຈິດ​ໃຈ​ວິ​ສາ​ຫະ​ກິດ​ເທົ່າ​ນັ້ນ ຫາກ​ບັນ​ດາ​ວິ​ສາ​ຫະ​ກິດ​ກໍ​ມີ​ຈິດ​ໃຈ​ວິ​ທະ​ຍາ​ສາດ ຊ້ຳ​ບໍ່​ໜຳ ບັນ​ດາ​ປະ​ຊາ​ຊົນ​ມີ​ຈິ​ດ​ໃຈ​ເມົາ​ມົວ​ກັບ​ວິ​ທະ​ຍາ​ສາດ. ເຂົ້າ​ຮ່ວມ Techmart2015 ພວກ​ເຮົາ​ພ້ອມ​ກັນ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ​ເຂົ້າ​ສູ່​ຊີ​ວິດ​, ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ແທດ​ຈິງ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ.”

ຂ່າວ/ບົດ​ອື່ນ