TPPມີຄວາມໝາຍສຳຄັນນັບທັງດ້ານເສດຖະກິດແລະຍຸດທະສາດສຳລັບຫວຽດນາມ

TPPມີຄວາມໝາຍສຳຄັນນັບທັງດ້ານເສດຖະກິດແລະຍຸດທະສາດສຳລັບຫວຽດນາມ - ảnh 1
ທ່ານ ຟ້າມກວາງວີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ
ພາບ:baodatviet
(vovworld)- ​ ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ພ້ອມ​ກັບ​ສະ​ຖານ​ທູດ​ບັນ​ດາ​ປະ​ເທດ​ຄື: ກາ​ນາ​ດາ, ເປ​ຣູ, ຍີ່​ປຸ່ນ ປະ​ຈຳ ອາ​ເມ​ລິ​ກາ ໄດ້​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື ດ້ວຍ​ຫົວ​ຂໍ້: “ສິ່ງ​ທ້າ​ທາຍ ແລະ ກາ​ລະ​ໂອ​ກາດ​ໃຫ້​ບັນ​ດາ​ປະ​ເທດ ເຂົ້າ​ຮ່ວມ TPP” ຊື່ງ​ດຳ​ເນີນ​ຢູ່ ວໍ​ຊິງ​ຕັນ DC ສະ​ຫະ​ລັດ ອາ​ເມ​ລິ​ກາ.  ທີ່​ການ​ປຶກ​ສາ​ຫາ​ລື ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້​ຕາງ​ຫນ້າ 4 ປະ​ເທດ ສະ​ມາ​ຊິກ TPP ໄດ້​ແບ່ງ​ປັນ​ຄວາມ​ຮັບ​ຮູ້ຂອງ​ຫາງ​ສຽງ​ຂອງ​ແຕ່​ລະ​ປະ​ເທດ​ສຳ​ລັບ TPP, ບັນ​ດາ​ສິ່ງ​ທ້າ​ທາຍ​ຈະ​ມາ​ເຖິງ​ໃນ​ວິ​ວັດ​ການ​ລົງ​ນາມ, ໃຫ້​ສັດ​ຕະ​ຍາ​ບັນ ແລະ ປະ​ຕິ​ບັດ TPPຂອງ​ແຕ່​ລະ​ປະ​ເທດ. ທ່ານ ຟ້າມກວາງວີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ແບ່ງ​ປັນ​ຄວາມ​ເປັນ​ຫ່ວງ​ຂອງ​ຫວຽດ​ນາມ​ເມື່ອ​ເຂົ້າ​ຮ່ວມ​ວິ​ວັດ​ການ​ເຈ​ລະ​ຈາ TPP ພ້ອມ​ທັງ​ໃຫ້​ຮູ້​ວ່າ: ຫວຽດ​ນາມ ໄດ້​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ ແລະ ຕັດ​ສິນ​ໃຈ​ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ, ຜັນ​ຂະ​ຫຍາຍ TPP ຕາມ​ຄຳ​ໝັ້ນ​ສັນ​ຍາ. ຕາມ​ທ່ານ ຟ້າມກວາງວີງ ແລ້ວ, TPP ມີ​ຄວາມ​ໝາຍ​ສຳ​ຄັນ ນັບ​ທັງ​ດ້ານ​ເສດ​ຖະ​ກິດ ແລະ ຍຸກ​ທະ​ສາດ​ສຳ​ລັບ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອື່ນ. ຫວຽດ​ນາມ ປາດ​ຖະ​ຫນາ​ຢາກ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ດ້ານ​ເຕັກ​ນິກ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອື່ນ​ໃນ​ການ​ຫັນ​ປ່ຽນ​ເພື່ອ​ຮັບ​ມື​ກັບ TPP.
ຂ່າວ/ບົດ​ອື່ນ