TPP ເປີດກາລະໂອກາດ ຮ່ວມມືໃຫ້ແກ່ຫວຽດນາມ - ອາເມລິກາ

TPP ເປີດກາລະໂອກາດ ຮ່ວມມືໃຫ້ແກ່ຫວຽດນາມ - ອາເມລິກາ - ảnh 1
ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຈີ​ນຊາງ
ຕ້ອນຮັບ​​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຜູ້ຕາງໜ້າ​ຄະນະ​ກຳມະການ​ການ​ຄ້າ​ອາ​ເມ​ລິ​ກາ
(ພາບ: TTXVN)


(vovworld) - ​ ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຜູ້ຕາງໜ້າ​ຄະນະ​ກຳມະການ​ການ​ຄ້າ​ອາ​ເມ​ລິ​ກາ Michael B.G.Froman ​ໃນ​ວັນ​ທີ 02/12, ຢູ່​ນະຄອນ​​ໂຮ່ຈິ​ມິນ, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຈີ​ນຊາງ ປາດ​ຖະໜາ​ວ່າ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຈະ​ລົງ​ນາມ​​ໃນ​ສັນຍາ​ການ​ຄ້າ​ຂ້າມ​ປາຊີ​ຝີ​ກ (TPP) ໂດຍ​ໄວ ທ່ານ​ໄດ້​ເນັ້ນ​ໜັກ​ວ່າ ສັນຍາ​ນີ້​ມີ​ຄວາມ​ສຳຄັນ​ຍິ່ງ​ສຳ​ລັບ 12 ປະ​ເທດ​ເຂົ້າ​ຮ່ວມ ​ແລະ ສຳລັບ ຫວຽ​ດນາມ ​ແລ້ວ ສັນຍາ​ໄດ້​ມີ​ບົດບາດ​ສຳຄັນ ​ເພື່ອ​ຊຸກຍູ້​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ກໍ່​ຄື​ໃນ​ພາກ​ພື້ນ. ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ ຫວຽດນາມ ​ເຄົາ​ລົບ​ບັນດາ​ມາດຖານ​ຂອງ​ TPP ຍົກ​ອອກ​ມາ ​ແລະ ຈະ​ມານະ​ພະຍາຍາມ​ສູ້​ຊົນ​ຕາມ​ເສັ້ນທາງ​ປະຕິບັດ​ເພື່ອ​ຕອບ​ສະໜອງ​ບັນດາ​ຈຸດໝາຍ​ນັ້ນ. ຍາມ​ໃດ​ຫວຽດນາມ ກໍ່​ປາດ​ຖະໜາ​ຢາກ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ ​ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ ​ແລະ TPP ນັ້ນ​ແມ່ນ​ການ​ເຊື່ອມ​ຕໍ່​ຂອງ​ການ​ພົວພັນ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ແທດ​ຈິງ.

        ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຜູ້ຕາງໜ້າ​ຄະນະ​ກຳມະການ​ການ​ຄ້າ​ອາ​ເມ​ລິ​ກາ Michael B.G.Froman ຢືນຢັນ​ວ່າ ສັນ​ຍາ TPP ​ແມ່ນ​ມີ​ຄວາມ​ສຳຄັນ​ຍິ່ງ​ໃນ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ອາຊີ ຂອງ​ອາ​ເມ​ລິ​ກາ. ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ດັ່ງກ່າວ, ຫວຽດນາມ ມີ​ເງື່ອນ​ໄຂ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ​ເຂົ້າຂົງ​ເຂດ​ເສດຖະກິດຢູ່​ໃນ​ພາກ​ພື້ນຫຼາຍກ່ວາ. ທ່ານ Michael B.G.Froman ຖື​ວ່າ ການ​ເຈລະຈາ TPP ຕ້ອງ​ມີ​ຄວາມ​ໄຫວ​ພິບ​ແຕ່​ກໍ່​ຕ້ອງ​ມີ​ມາດຖານ​ສູງ. ທ່ານ Michael B.G.Froman ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ກໍ່​ຄືບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ ຈະ​ຊຸກຍູ້​ວິວັດທະນາ​ການ​ເຈລະຈາ​ລົງ​ນາມ​ໃນ​ສັນຍາ​ສຳຄັນ​ດັ່ງກ່າວ​ປະຕິບັດຢ່າງ​ໄວ​ກວ່າ.

ຂ່າວ/ບົດ​ອື່ນ