(VOVWORLD) -ວິກິດການໜີ້ສິນພວມແຜ່ລາມອອກໃນວົງກວ້າງຢູ່ຫຼາຍພື້ນຖານເສດຖະກິດພວມພັດທະນາ ແລະ ມີຄວາມສ່ຽງຮ້າຍແຮງກວ່າອີກ
(ພາບປະກອບ: AFP/TTXVN)
|
ວັນທີ 11 ຕຸລາ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກ່າວເຕືອນວ່າ ວິກິດການໜີ້ສິນພວມແຜ່ລາມອອກໃນວົງກວ້າງຢູ່ຫຼາຍພື້ນຖານເສດຖະກິດພວມພັດທະນາ ແລະ ມີຄວາມສ່ຽງຮ້າຍແຮງກວ່າອີກ, ນາບຂູ່ເຖິງເລື່ອງເຮັດໃຫ້ການຟື້ນຟູເສດຖະກິດທົ່ວໂລກອ້ອນແອລົງ. UNDP ຄາດວ່າ 54 ປະເທດ, ກວມກວ່າ ½ ຈຳນວນປະຊາກອນທຸກຍາກທີ່ສຸດໃນໂລກ, ຕ້ອງການໄດ້ລົບລ້າງໜີ້ໂດຍທັນທີ ເພື່ອຫຼີກລ້ຽງການຕົກເຂົ້າສູ່ສະພາບອຶດຫິວ, ທຸກຍາກວ່າອີກ ແລະ ສ້າງກາລະໂອກາດເພື່ອໃຫ້ເຂົາເຈົ້າຮັບມືກັບບັນຫາດິນຟ້າອາກາດ.
ຄຳກ່າວເຕືອນເຊິ່ງ UNDP ຍົກອອກມາໃນສະພາບທີ່ ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຈະຈັດກອງປະຊຸມຢູ່ນະຄອນຫຼວງ ວໍຊິງຕັນ ຂອງ ອາເມລິກາ ໃນອາທິດນີ້. ກອງປະຊຸມດຳເນີນໄປໃນຈຸດເວລາມີຄວາມວິຕົກກັງວົນອາດຈະເກີດການຊຸດໂຊມທາງດ້ານເສດຖະກິດທົ່ວໂລກນັບມື້ນັບເພີ່ມຂຶ້ນສູງ ແລະ ຫຼາຍປະເທດພວມປະເຊີນໜ້າກັບວິກິດການໜີ້ສິນ, ຈາກ ສີລັງກາ ແລະ ປາກິດສະຖານ ຕະຫຼອດຮອດ ຊາດ, ເອທີໂອປີ ແລະ ຊຳບີ.