ເຂດທັດສະນີຍະພາບຈ່າງອານ
(ພາບ:congan.com.vn)
(vovworld)-ແຕ່ວັນທີ 12-18/8, ຄະນະຜູ້ຊ່ຽວຊານຂອງອົງການວັດທະນະທຳ-ວິທະຍາສາດ-ການສຶກສາຂອງ ສປຊ (UNESCO) ໄດ້ໄປສຳຫຼວດຢູ່ບັນດາສະຖານທີ່ທ່ອງທ່ຽວຂຶ້ນກັບເຂດທັດສະນີຍະພາບຈ່າງອານ ແຂວງນິງບີ່ງ ເພື່ອແນໃສ່ຄົ້ນຄ້ວາ, ກວດກາກັບທີ່ສຳເນົາເອກະສານຍື່ນສະເໜີຕໍ່ UNESCO ເພື່ອຮັບຮອງ ເຂດທັດສະນີຍະພາບຈ່າງອານ ແມ່ນມໍລະດົກໂລກ. ຄະນະສຳຫຼວດໄດ້ສຸມໃສ່ບັນຫາບູຮານຄະດີ ແລະ ບັນດາຄຸນຄ່າດ້ານວັດທະນະທຳ, ເປັນຕົ້ນແມ່ນເຂດຖ້ຳຈ່າງອານ ທັງໝົດ. ຖ້ຳນັບສີບແຫ່ງຢູ່ຈ່າງອານ ມີບັນດາຮ່ອງຮອຍບູຮານຄະດີກ່ຽວຂ້ອງເຖິງຊາວຫວຽດບູຮານ. ພາຍລັງສິ້ນສຸດການສຳຫຼວດ, ຄະນະຜູ້ຊ່ຽວຊານຈະກວດກາສຳເນົາເອກະສານຢູ່ກັບທີ່, ຕີລາຄາ, ສ້າງບັນດາຂອດໃນສຳເນົາເອກະສານສຳເລັດ ເພື່ອໃຫ້ອົງການ UNESCO ຮັບຮອງເຂດທັດສະນີຍະພາບຈ່າງອານ ແມ່ນມໍລະດົກໂລກໃນໄລຍະເວລາໄວທີ່ສຸດ.