(VOVWORLD) - ກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ 2023 ຈັດຂຶ້ນໃນລະຫວ່າງວັນທີ 16-17 ມັງກອນຢູ່ນະຄອນ ດາໂວສ ປະເທດ ສະວິດ.
ກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ 2023 ຈັດຂຶ້ນໃນລະຫວ່າງວັນທີ 16-17 ມັງກອນຢູ່ນະຄອນ ດາໂວສ ປະເທດ ສະວິດ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ທ່ານເລຂາທິການໃຫ່ຍ ສປຊ Antonio Guterres, ລັດຖະມົນຕີ, ນັກວາງແຜນກຳນົດນະໂຍບາຍ 400 ທ່ານ, ຜູ້ອຳນວຍການຝ່າຍບໍລິຫານ 600 ທ່ານແລະ ບຸກຄົນທີ່ມີຊື່ສຽງຈຳນວນໜຶ່ງ.
ຄາດວ່າ, ບັນດາວາລະປະຊຸມຈະສຸມໃສ່ຫົວເລື່ອງກ່ຽວກັບທ່າອ່ຽງຕິວຈິງຂອງໂລກາພິວັດ, ການກະທົບຈາກຄວາມເຄັ່ງຕຶງດ້ານການຄ້າ ແລະ ລະບົບສະໜອງຖືກຂາດວັກຂາດຕອນ, ວິກິດການຄ່າໃຊ້ຈ່າຍການດຳເນີນຊີວິດ ແລະ ສະພາບການປ່ຽນແປງຂອງດິນຟ້າອາກາດ. ນອກຈາກນັ້ນແລ້ວ, ຜົນກະທົບຈາກການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ທີ່ມີຕໍ່ລະບົບສະໜອງພະລັງງານທົ່ວໂລກ ແລະ ນະໂຍບາຍປ້ອງກັນຊາດ ກໍ່ໄດ້ຖືວ່າແມ່ນເນື້ອໃນພວມໄດ້ຮັບຄວາມສົນໃຈ.
ກອງປະຊຸມ WEF Davos ປີນີ້ມີຫົວເລື່ອງ “ຮ່ວມມືໃນໂລກຖືກແບ່ງແຍກ” ແລະ ວົງການນັກໄຈ້ແຍກຖືວ່າ, ໃນສະພາບການໂລກລະບາດໂຄວິດ 19, ການສູ້ຢັນດ້ານເສດຖະກິດ-ການເມືອງ ເພີ່ມຂຶ້ນ ແລະ ການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ສືບຕໍ່ເກີດຂຶ້ນ, ທ່າອ່ຽງໂລອາພິວັດອາດຈະຖືກຫລຸດລົງ.