WTO ຫລຸດລະດັບຄາດຄະເນກ່ຽວກັບ ການເຕີບໂຕດ້ານການຄ້າທົ່ວໂລກປີ 2013

WTO ຫລຸດລະດັບຄາດຄະເນກ່ຽວກັບ ການເຕີບໂຕດ້ານການຄ້າທົ່ວໂລກປີ 2013 - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 10/04, ອົງການ​ການ​ຄ້າ​ໂລກ (WTO) ​ໃຫ້​ຮູ້​ວ່າ ​ເສດຖະກິດ​ມືດ​ມົວ​ທີ່ແກ່ຍາວ​ຢູ່​ເອີລົບ ​ແມ່ນ​ເຫດຜົນ​ເຊິ່ງ​ເຮັດ​ໃຫ​້ອົງການ​ນີ້​ຫລຸດຜ່ອນ​ລະດັບ​ຄາດ​ຄະ​ເນ​ກ່ຽວ​ກັບການ​ເຕີບ​ໂຕ​ດ້ານການ​ຄ້າ​ທົ່ວ​ໂລກ​ປີ 2013 ນີ້ ລົງ​​ 3,3% ​ເມື່ອ​ທຽບ​ໃສ່​ຕົວ​ເລກ 4,5% ທີ່ຍົກ​ອອກ​ມາກ່ອນ​ນັ້ນ. ນີ​້ແມ່ນ​ຄັ້ງ​ທີ 2 ທີ່​ WTO ຫລຸດ​ລະດັບ​ຄາ​ດຄະ​ເນ​ກ່ຽວ​ກັບ​ການ​ເຕີບ​ໂຕ​ກ່ຽວ​ກັບ​ການ​ຄ້າ​ໂລກ​ໃນ​ປີ​ນີ້, ຈາກ​ລະດັບ 5,6% ​ໃນຄັ້ງ​ທຳ​ອິດ. WTO ຖື​ວ່າ ລະ​ດັບ​ການ​ຟື້ນ​ຕົວ​ເສດຖະກິດ​ຢູ່​ອາ​ເມ​ລິ​ກາ​ ໃນ​ປີ 2013 ພຽງ​ທົດ​ແທນ​​ຄວາມ​ອອນ​ດ້ອຍ​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ​​ໃນ​ສະຫະພາບ​ເອີ​ລົບ (EU), ພາກ​ພື້ນ​ໄດ້​ຮັບ​ການຄ​າດຄະ​ເນ​ມີ​ລະດັບ​ເຕີບ​ໂຕ 0%, ຫລື ຕໍ່າ​ກວ່າ 0% ​ໃນ​ປີ 2013 ນີ້. ຕາມ WTO ​ແລ້ວ, ການ​ຄ້າ​ທົ່ວ​ໂລກ​ປີ 2012 ​ເພີ່ມ​ຂຶ້ນ​ພຽງ 2,0% ​ເມື່ອ​ທຽບ​ກັບ​ປີ 2011, ​​ໃນ​ນັ້ນ, ​​ໃຈ​ຂະນະ​ທີ່ອັດຕາ​ເຕີບ​ໂຕ​ໃນ​ປີ 2011 ບັນລຸ​ລະດັບ 5,2%. ສິ່ງດັ່ງກ່າວ​ສະ​ແດງ​ໃຫ້​ເຫັນວ່າ ​ເສດຖະກິດ​ທີ່​ມືດ​ມົວ​ຢູ່​ບັນດາ​ປະ​ເທດພັດທະນາ ​ເພາະ​ຕາມ​ການ​ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ​ຂອງ WTO ​ໃຫ້​ປີ 2012 ​ແມ່ນ 3,7%.
ຂ່າວ/ບົດ​ອື່ນ