(VOVWORLD) -ໂດຍຖືກຕັ້ງຢູ່ກາງທະເລ, ຄຸກ ໂກນດ໋າວ ປັດຈຸບັນຂຶ້ນກັບນະຄອນ ໂຮ່ຈີມິນ ເຊິ່ງບໍ່ພຽງແຕ່ແມ່ນຮ່ອງຮອຍສະຖານປະຫວັດສາດເທົ່ານັ້ນ ຫາກຍັງແມ່ນຄວາມຊົງຈຳຢູ່ແຫ່ງທີ່ບັນດານັກວິລະຊົນໄດ້ເສຍສະຫຼະຊີວິດ ເພື່ອເອກະລາດຂອງຊາດ ຫວຽດນາມ.
ຄອກເສືອ ບ່ອນກັກຂັງນັກຮົບປະຕິວັດ |
ຄຸກ ໂກນດ໋າວ ໄດ້ຮັບການກໍ່ສ້າງນັບແຕ່ປີ 1862 ແມ່ນບ່ອນກັກຂັງບັນດານັກຮົບປະຕິວັດ. ຢູ່ນີ້ບັນດານັກໂທດໄດ້ຖືກທຸບຕີທໍລະມານຢ່າງປ່າເຖື່ອນ, ແຕ່ໃນສະພາບການນີ້ ແນວຄິດປະຕິວັດຍັງແຜ່ກະຈາຍໃນໝູ່ນັກຮົບປະຕິວັດ. ຢູ່ແຫ່ງນີ້ກາຍເປັນບ່ອນຝຶກຝົນຫຼໍຫຼອມເຈດຈຳນົງທີ່ອົງອາດກ້າແກ່ນ ອຸດົມການປະຕິວັດ. ນາງ ເລແອັ໊ງຕວຽດ ຜູ້ນຳທ່ຽວຊົມຢູ່ຄຸກ ໂກນດ໋າວ ໄດ້ເວົ້າດ້ວຍຄວາມສະເທືອນໃຈວ່າ:
“ຢູ່ທີ່ນີ້ບ່ອນກັດຂັງນັກຮົບປຽບເໝືອນຄອກເສືອທີ່ຂັງສັດຮ້າຍ. ການທຸບຕີທໍລະມານບັນດານັກໂທດຢ່າງປາເຖື່ອນຢູ່ທີ່ນີ້ ແມ່ນເພື່ອໃຫ້ນັກໂທດຮູ້ສຶກໄດ້ເຖິງເສດຂີດຂັ້ນທີ່ບອບບາງລະຫວ່າງການມີຊີວິດ ແລະ ການຕາຍ”
. ໄປຢ້ຽມຊົມເຂດຄອກເສືອ, ບໍ່ມີໃຜຈະກ້າຫົວ ແລະ ຢອກເຢີ້ຍກັນ. ທັງໝົດຕ່າງກໍ່ມິດງຽບ. ນາງ ຟານທິວິງ ແຂກທ່ອງທ່ຽວມາຈາກແຂວງ ເງະອານ ເປີດເຜີຍວ່າ:
“ຂ້າພະເຈົ້າເຄີຍໄດ້ອ່ານປຶ້ນ, ເຄີຍໄດ້ຮັບຊົມຮູບເງົາເອກະສານ ແຕ່ເມືອໄດ້ເຫັນປະຈັກຕາຄອກເສືອ ບ່ອນກັກຂັງນັກຮົບປະຕິວັດ ຂ້າພະເຈົ້າຮູ້ສຶກວ່າ ມີຄວາມສະເທືອນໃຈທີ່ສຸດ. ມາຢ້ຽມຊົມຢູ່ແຫ່ງນີ້ ເຮົາກໍ່ສາມາດເຂົ້າໃຈກ່ຽວກັບຄຸນຄ່າເອກະລາດ ອິດສະລະພາບຫຼາຍກວ່າ ແລະ ສະແດງູວາມຮູ້ບຸຮຄຸນຕໍ່ນັກຮົບທີ່ໄດ້ເສຍສະຫຼະຊີວິດຢູ່ແຫ່ງນີ້”.
ນາງ ຫວູທິຖຳ ນັກຮົບເກົ່າ ເປີດເຜີຍວ່າ:
“ຂ້າພະເຈົ້າມີຄວາມນິຍົມນັບຖື ຕໍ່ຄວາມຕັດສິນໃຈຕໍ່ສູ້ຢ່າງພິລະອາດຫານຂອງບັນດານັກຮົບຢູ່ ຄຸກ ໂກນດ໋າວ. ຈຸດເວລານັ້ນແມ່ນຍັງຫຍຸ້ງຍາກຄືແນວໃດ ແຕ່ກໍ່ຍັງຄົງຮັກສາຄຸນທາດການເມືອງຮັກສາເຈດຈຳນົງທີ່ອົງອາດກ້າແກ່ນຕັດສິນໃຈຍາດເອົາເອກະລາດ”
ຄຸກ ໂກນດ໋າວ ບໍ່ພຽງແຕ່ແມ່ນແຫ່ງຮັກສາຮ່ອງຮອຍ, ຫຼັກຖານຢັ້ງຢືນຄວາມໂຫດຮ້າຍປ່າເຖື່ອນຂອງພວກລ່າເມືອງຂຶ້ນ ພວກຈັກກະພັດເມື່ອກ່ອນນີ້ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນນ້ຳໃຈບໍ່ຍອມຈຳນົນຂອງບັນດານັກຄອມມູນິດ. ນາງ ເລແອັ໊ງຕວຽດ ໃຫ້ຮູ້ຕໍ່ໄປວ່າ:
“ຢູ່ເຂດຄອກເສືອມີນັກໂທດປະມານ 500 ຄົນ. ຢູ່ທີ່ນີ້ພວກນັກໂທດຖືກໂຮຍປູນ, ຖືກສີດນ້ຳເຢັນ, ຖືກມັດຂາດ້ວຍໂສ້, ຖືກທຸບຕີທໍລະມານຢ່າງປ່າເຖື່ອນ ໃນນັ້ນມີທັງຜູ້ເຖົ້າຜູ້ແກ່, ມີທັງນັກຮຽນນັກສຶກສາ, ມີຄູບາ ມີແມ່ຍິງ…”
ສຳລັບໄວໜຸ່ມຫຼາຍຄົນ ເມື່ອມາຢ້ຽໝຊົມຄຸກ ໂກນດ໋າວ ກໍ່ລ້ວນແຕ່ມີຄວາມຮູ້ສຶກຍາກທີ່ຈະພັນລະນາໄດ້. ນາງ ແອັງຫວູ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເວົ້າດ້ວຍຄວາມສະເທືອນໃຈວ່າ:
“ເຮົາມານີ້ຈຶ່ງຮູ້ສຶກໄດ້ເຖິງການເສຍສະຫຼະຊີວິດຂອງປູ່ຍ່າຕາຍາຍຂອງພວກເຮົາເມື່ອກ່ອນນີ້ ແມ່ນສູງສົ່ງທີ່ສຸດ. ໃນເງື່ອນໄຂທີ່ຮ້າຍກາດ, ຖືກທຸບຕີທໍລະມານຢ່າງປ່າເຖື່ອນເຊັ່ນນັ້ນ ແຕ່ກໍ່ຍັງມີເຈດຂຳນົງຕໍ່ສູ້ຢ່າງສູງມີນ້ຳຈປະຕິວັດ ຍາມໃດກໍ່ລຸກໄໝ້ບໍ່ຍອມຈຳນົນ. ເຮົາມີຄວາມນິຍົມນັບຖືທີ່ສຸດ”.
ໃນວັນນີ້, ຄຸກ ໂກນດ໋າວ ໄດ້ກາຍເປັນຮ່ອງຮອຍສະຖານປະຫວັດສາດລະດັບຊາດພິເສດ. ແຕ່ຄວາມພິເສດນັ້ນ ແມ່ນບໍ່ນອນຢູ່ໃນສະຖາປັດຕະຍະກຳ ແຕ່ຖືກນອນຢູ່ໃນຄຸນຄ່າແຫ້ງຄວາມຊົງຈຳ. ດິນຈີ່ແຕ່ລະກ້ອນ, ເຫຼັກແຕ່ລເສັ້ນກໍ່ລ້ວນແຕ່ຊຶມດ້ວຍເລືອດ ແລະ ນ້ຳເຫື່ອຂອງນັກໂທດຄອມມູນິດທີ່ອົງອາດກ້າແກ່ນ.
ເມື່ອເດີນທາງອອກຈາກແຫ່ງນີ້, ແຂກທ່ອງທ່ຽວແຕ່ລະຄົນກໍ່ລ້ວນແຕ່ຄິດວ່າ ຈົ່ງມີຊີວິດໃຫ້ສົມກັບຄວາມເສຍສະຫຼະຊີວິດ ເພື່ອເອກະລາດ ອິດສະລະພາບຂອງຄົນລຸ້ນກ່ອນໆ.