ມາຢ້ຽມຢາມຟູ໋ອຽນຊົມແສງອະລຸນຢູ່ແຫຼມດ້າຍແລ້ງ


(vovworld) - ​ເມື່ອ​ມາຢ້ຽມຢາມ​ຟູ໋ອຽນ,​​ເຊິ່ງ​ແມ່ນ​ແຂວງ​​ໜຶ່ງຢູ່​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ຂອງ​ພາກ​ກາງ, ນັກ​ທ່ອງ​ທ່ຽວ​ຜູ້​ໃດ​ກໍ່​ຢາກ​ໄດ້​ຮັບ​ຊົມ​ແສງ​ອະລຸນ​ຢູ່​ແຫຼມ​ດ້າຍ​ແ​ລ້ງ, ​ເຊິ່ງ​ແມ່ນ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ ​ແລະ ​ເປັນ​ເອກະລັກ​ສະ​ເພາະ. ​ເມື່ອ​ຢືນ​ຢູ່​ຕໍ່​ໜ້າ​ເຂດ​ທະ​ເລ​ທີ່ກວ້າງ​ໃຫຍ່​ໄພສານ ​ແລະ​ຊົມ​ເບິ່ງ​ຂອບ​ຟ້າ​ໃນ​ຍາມ​ອະລຸນ​ນັ້ນ, ຫຼາຍ​ຄົນ​ທັງຫຼາຍ​ຈະ​ຮູ້ສຶກ​ວ່າ​ຕົນ​ເອງ​ໂສກ​ດີ​​ທີ່ໄດ້​ເຫັນ​ປະຈັກ​ຕາ​ຈຸດ​ເວລາ​ມະຫັດສະຈັນ​ນີ້.

ມາຢ້ຽມຢາມຟູ໋ອຽນຊົມແສງອະລຸນຢູ່ແຫຼມດ້າຍແລ້ງ - ảnh 1

ແຫຼມ​ດ້າຍ​ແລ້ງຢູ່​ແຂວງ​ຟູ໋​ອຽນ

(ພາບ​ອິນ​ເຕີ​ແນດ)

        ​ແຫຼມ​ດ້າຍ​ແລ້ງ, ຂຶ້ນ​ກັບ​ຕາ​ແສງ​ຮ່​ວາ​ເຕິມ, ເມືອງ​ເຕິມ​ຮ່​ວາ ໂດຍ​ນາຍ​ທະ​ຫານ​ຄົນ​ຝ​ລັ່ງ​ ຄົ້ນ​ເຫັນ​ນັບ​ແຕ່​ຊຸມ​ປີ​ທ້າຍ​ຂອງ​ສະ​ຕະ​ວັດ​ທີ 19. ປີ 1890, ຊາວ​ຝ​ລັ່ງ ​ໄດ້​ໃຫ້​ກໍ່​ສ້າງ​ສະ​ຖາ​ນີ​ໂຄມ​ໄຟ​ທະ​ເລ​ຢູ່​ທີ່ນີ້. ຮອດ​ຍາມ​ກາງ​ຄືນ, ຊາວ​ປະ​ມົງ​ຫາ​ປາ​ຢູ່ນອກ​ຝັ່ງ​ທະ​ເລ​ຍາມ​ໃດ​ກໍ່​ຊົມ​ເຫັນ​ແສງ​ໄຟ​ຟ້າ​ຈາກສະ​ຖາ​ນີ​ໂຄມ​ໄຟ​ທະ​ເລ​ດັ່ງ​ກ່າວ, ຍ້ອນ​ເຫດ​ນັ້ນ​ປະ​ຊາ​ຊົນ​ຈຶ່ງ​ເອີ້ນແຫຼມນີ້​ວ່າ​ແຫຼມ​​ດ້ຽນ (ໄຟ​ຟ້າ). ນີ້​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ສະ​ຖາ​ນີ​ໂຄມ​ໄຟ​ທະ​ເລ 8 ແຫ່ງ ທີ່​ໄດ້​ຮັບ​ການ​ກໍ່​ສ້າງ​ຢູ່​ຫວຽດ​ນາມ ​ມາ​ເປັນ​ເວ​ລາກວ່າ 100 ປີ.

ມາຢ້ຽມຢາມຟູ໋ອຽນຊົມແສງອະລຸນຢູ່ແຫຼມດ້າຍແລ້ງ - ảnh 2

ໂຄມ​ໄຟ​ທະ​ເລ​ຢູ່​ແຫຼມ​ດ້າຍ​ແລ້ງ

(ພາບ​ອິນ​ເຕີ​ແນດ)

        ແຫຼມ​ດ້າຍ​ແ​ລ້ງ ຫ່າງ​ຈາກ​ນະ​ຄອນ​ຕູຍ​ຮ່​ວາ ໄປ​ທາງ​ທິດ​ໃຕ້​ປະ​ມານ 40 ກມ. ເພື່ອ​ໄດ້​ສູບ​ອາ​ກາດ​ທີ່​ປອດ​ໂປ່ງ​ໃນ​ຍາມ​ຮຸ່ງ​ເຊົ້າ ແລະ ຕ້ອນ​ຮັບ​ແສງ​ອະ​ລຸນ​ທຳ​ອິດ​ຢູ່​ແຫຼມ​ດ້ຽນ, ນັກ​ທ່ອງ​ທ່ຽວຫຼາຍ​ຄົນ ໄດ້ນອນກາງ​ຄືນຢູ່​ທີ່ນີ້, ແທນ​ທີ​ຈະ​ຕ້ອງ​ຕື່ນນອນ​ແຕ່ 3 ໂມງ​ເຊົ້າເພື່ອ​ເດີນ​ທາງ​ຈາກ​ນະ​ຄອນ​ຕູຍ​ຮ່​ວາ​ ມາ​ແຫ່ງນີ້. ທາງ​ໄປ​ແຫຼມ​ດ້າຍ​ແລ້ງ ເປົ່າ​ປ່ຽວອ້າງວ້າງ, ມີ​ບາງ​ຕອນ​ຄົດ​ລ້ຽວ​ ປຽບ​ເໝືອນ​ຜ້າ​ໄໝອ່ອນນວນພາດ​ກ່າຍ​ເນີນ​ພູ, ເບື້ອງ​ໜຶ່ງ​ແມ່ນ​ພູ, ເບື້ອງ​ໜຶ່ງ​ແມ່ນ​ທະ​ເລ, ເຖິງວ່າ​​ຕ້ອງຂ້າມ​ເສັ້ນ​ທາງ​ຍາວ​ໄກ​ກໍ່​ຕາມ, ແຕ່​ດົນໆ​ຈຶ່ງ​​ປະ​ກົດເຫັນ​ຄົນ​ໄປ​ຜ່ານ. ສິ່ງ​ດັ່ງ​ກ່າວ​ເຮັດ​ໃຫ້ຜູ້​ຄົນ​ທັງຫຼາຍ​ຮູ້​ສຶກວ່າຕົນ​ເອງ​ນ້ອຍ​ທີ່​ສຸດທ່າມ​ກາງ​ບໍ​ລິ​ເວນທີ່​ກວ້າງ​ໃຫ​ຍ່​ມະ​​ໂຫ​ຖານນີ້,. ອ້າຍ​ຫງວຽນ​ວັນ​ທື, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ, ເສັ້ນທາງຈາກ​ຕູຍ​ຮ່​ວາ ໄປ​ຍັງ​ແຫຼມ​ດ້ຽນ ແມ່ນ​ສະ​ດວກ​ສະ​ບາຍກວ່າ​ກ່ອນນີ້ຫຼາຍ, ທັດ​ສະ​ນີ​ຍະ​ພາບ​ຢູ່​ລຽບ​ຕາມ​ສອງ​ພາກ​ທາງ​ງາມ​ຄືດັ່ງ​ພາບ​ແຕ້ມ. ໄປ​​ຕາມ​ເສັ້ນ​ທາງກວ້າງ​ຂວາງ, ​ໄດ້ສູບ​ອາ​ກາດ​ປອດ​ໂປ່ງ ແລະ ຊົມ​ແສງ​ອະ​ລຸນ​ຢູ່​ແຫຼມ​ດ້ຽນ ທ່ານ​ຈະ​ຮູ້​ສຶກ​ຄວາມ​ງາມ​ທັງ​ໝົດ​ຂອງ​ເຂດ​ດິນ​ແຫ່ງນີ້ໄດ້ ”.

ມາຢ້ຽມຢາມຟູ໋ອຽນຊົມແສງອະລຸນຢູ່ແຫຼມດ້າຍແລ້ງ - ảnh 3
ຫາດ​ຊາຍ​ທະ​ເລ​ຢູ່​ແຫຼມ​ດ້າຍ​ແລ້ງ
(ພາບ​ອິນ​ເຕີ​ແນດ)

        ຄວາມ​ຮູ້​ສຶກ​ທຳ​ອິດ​ເມື່ອ​ມາ​ຢາມ​ແຫຼມ​ດ້າຍ​ແລ້ງ ນັ້ນ​ແມ່ນ​​ຄວາມ​ງາມ​ແບບ​ຮົກ​ເຮື້ອ​ວ່າງ​ເປົ່າໂດຍທຳ​ມະ​ຊາດບັນ​ດານ​ໃຫ້. ນັກ​ທ່ອງ​ທ່ຽວ​ສາ​ມາດຍ່າງຂຶ້ນສະ​ຖາ​ນີ​ໂຄມ​ໄຟ​ທະ​ເລ ແລະ ນອນ​ກາງ​ຄືນຢູ່​ນັ້ນໄດ້. ແຕ່​ນັກ​ທ່ອງ​ທ່ຽວ​ສ່ວນຫຼາຍ​ມັກ​ຕັ້ງ​ຕູບ​ຜ້າ​ຢູ່​ບ້າຍ​ມົນ ເພື່ອ​ພັກ​ຜ່ອນ, ຂີ້​ຊາຍ​ຢູ່​ທີ່ນີ້ກ້ຽງ​ສະ​ເໝີ. ລົມ​ພັດ​ຈາກ​ທະ​ເລ​ເຂົ້າ​ຝັ່ງ​ໄດ້​ສ້າງ​ເປັນບັນ​ດາໂພນ​ຂີ້​ຊາຍ​ທີ່ເຄື່ອນ​ຍ້າຍ​ຕະຫຼອດ​ເມື່ອ​ລົມ​ພັດ​ແຮງ. ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ບ້າຍ​ມົນ ຕ່າງ​ກໍ່​ຮູ້​ສຶກ​ຕົກ​ສະ​ເງີ້​ຕໍ່​ຄວາມ​ງາມ​ແບບ​ທຳ​ມະ​ຊາດ​ຂອງ​ຫາດ​ຊາຍ​ທະ​ເລ​ແຫ່ງນີ້.

        ຫາດ​ຊາຍ​ທະ​ເລ​ບ້າຍ​ມົນ ​ຮາບ​ພຽງ ແລະ ກວ້າງ​ຂວາງ, ບໍ່​ມີ​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດຢູ່ທີ່ນີ້ ແລະ ກໍ່​ບໍ່​ແມ່ນ​ບ່ອນ​ຈອດເຮືອ, ກ່ຳ​ປັ່ນອີກ, ດັ່ງ​ນັ້ນ​ເຂດ​ທະ​ເລ​ຈຶ່ງ​ຮັກ​ສາ​ຄວາມ​ງາມ​ແບບ​ທຳ​ມະ​ຊາດ​ໄດ້. ມາ​ຢ້ຽມ​ຢາມ​ບ້າຍ​ມົນ ນັກ​ທ່ອງ​ທ່ຽວ​ສາ​ມາດ​ຮັບ​ຮູ້​ຄວາມ​ງາມ​ທັງ​ໝົດ​ຂອງ​ທະ​ເລ​. ບັນ​ດາ​ຕູບ​ຜ້າ​​ຕັ້ງ​ເທິງ​ຫາດ​ຊາຍ​ທະ​ເລ​ຂາວ​ປຽບ​ເໝືອນຕົ້ນ​ເຫັດທີ່​ໃຫ​ຍ່​ໂຕ, ອັນ​ໄດ້​ສ້າງ​ຄວາມ​ງາມ​​ຕື່ມ​ອີກໃຫ້​ທະ​ເລ​ແຫ່ງນີ້. ເອື້ອຍ ແທງ​ເຮືອງ, ຊາວ​ນະ​ຄອນ​ຕູຍ​ຮ່​ວາ, ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ໃກ້​ຈະ​​ໄດ້​ເຫັນ​ປະ​ຈັກ​ຕາ​ພູມ​ພາບ​ສວຍ​ງາມ​ທຳ​ອິດ​ຢູ່​ທະ​ເລ ແລະ​ ນີ້​ກໍ່​ແມ່ນ​ບ່ອນ​ຕ້ອນ​ຮັບ​ແສງ​ອະ​ລຸນທຳ​ອິດ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ, ດັ່ງ​ນັ້ນ​ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ສຶກ​ຕື້ນ​ຕັນ​ໃຈຫຼາຍ, ບໍ່​ຮູ້​ວ່າ​ມັນ​ຈະ​ຄື​ແນວ​ໃດ”.

ມາຢ້ຽມຢາມຟູ໋ອຽນຊົມແສງອະລຸນຢູ່ແຫຼມດ້າຍແລ້ງ - ảnh 4

ບ້າຍ​ມົນ ທີ່​ງາມ​ແບບ​ທຳ​ມະ​ຊາດ

(ພາບ​ອິນ​ເຕີ​ແນດ)

        ເວ​ລາ 5 ໂມງ​ເຊົ້າ, ແສງ​ອະ​ລຸນ​ທຳ​ອິດ​ເລີ່ມ​ປະ​ກົດອອກປຽບ​ເໝືອນ​ເສັ້ນ​ໄໝ​ຄຳເຫຼື້ອມ​ແວວ​ວາວ. ອ້​າຍທື ຮູ້​​ສຶກ​ປະ​ທັບ​ໃຈ​ທີ່​ສຸດ​ເມື່ອເຫັນທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ຄື​ແນວ​ນັ້ນ, ​ອ້າຍ ທື, ແບ່ງ​ປັນ​ວ່າ:

        “ສຳ​ລັບ​ຊີ​ວິດ​ແຕ່​ລະ​ຄົນ, ​ເພື່ອໄດ້​ຮັບ​ຊົມ​ທັດ​ສະ​ນີ​ຍະພາບ​ທີ່​ສວຍ​ງາມ​ຄື​ແນວ​ນັ້ນ​ກໍ່ບໍ່​ແມ່ນ​ເລື່ອງ​ງ່າຍ. ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ບໍ່​ຫຼັບ​ຕາ​ຕະຫຼອດ​ຄືນ​ເພື່ອ​ລໍ​ຖ້າ​ແສງ​ອະ​ລຸນ​ທຳ​ອິດ. ບັນ​ຍາ​ກາດ​ປອດ​ໂປ່ງ​ໃນ​ຍາມ​ເຊົ້າ, ແລະ ຮູບ​ພາບ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ໄດ້​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ”.

        ຍາມ​ຮຸ່ງ​ເຊົ້າ​ແມ່ນ​ຈຸດ​ເວ​ລາ​ທີ່​ສ້າງ​ຄວາມ​ດູດ​ດື່ມ​ທີ່​ສຸດ. ເພາະ​ເວ​ລາ​ນັ້ນ​ທະ​ເລ​ງາມ​ຫຼາຍ, ທັງທ້ອງ​ຟ້າແດງ​ສົດ​ໄສ​ກ່ອນ​ທີ່​ແຈ້ງ​ສະ​ຫວ່າງ. ນີ້​ແມ່ນ​ຈຸດ​ເວ​ລາ​ທີ່​ບັນ​ດາ​ນັກ​ຖ່າຍ​ຮູບ​ລໍ​​ຖ້າ​ ເພື່ອ​ມີ​ບັນ​ດາ​ຮູບ​ຖ່າຍ​ງາມ​ທີ່​ສຸດ. ພາຍຫຼັງ​ໄດ້​ຮັບຊົມພູມ​ພາບທີ່​ສວຍ​ງາມ​ໃນ​ຍາມ​ເຊົ້າ​ແລ້ວ, ນັກ​ທ່ອງ​ທ່ຽວ​ຈະ​ກະ​ກຽມ​ໄປ​ຢາມ​ສະ​ຖາ​ນີ​ໂຄມ​ໄຟ​ທະ​ເລ. ເຖິງວ່າ​ຕ້ອງ​ຜ່ານເສັ້ນ​ທາງ​ຫີນ​ທີ່ຄົດ​ລ້ຽວ​ລຽບ​ຕາມ​ເນີນ​ພູ​ກໍ່​ຕາມ, ແຕ່​ຄວາມ​ອິດ​ເມື່ອ​​ທັງ​ໝົດ​ກໍ່​ຖືກ​ຫາຍ​ໄປ​ໝົດກ້ຽງ, ເມື່ອ​​ໄດ້ຢືນ​ເທິງ​ສະ​ຖາ​ນີ​ໂຄມ​ໄຟ​ທະ​ເລ​ຊົມ​​ເບິ່ງ​ທັດ​ສະ​ນີ​ຍະ​ພາບ​ທີ່​ງົດ​​ງາມ​ຢູ່​ທີ່​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ