(VOVWORLD) - ຮ່ອງຮອຍສະຖານປະຫວັດສາດເຮືອນ ແລະ ຂຸມໃຕ້ດິນ D67 ແມ່ນສະຖານທີ່ຖ່າຍທອດແຜນນະໂຍບາຍ, ແນວທາງເຖິງບັນດາສະໜາມຮົບທົ່ວປະເທດ ແລະ ສະໜາມຮົບອິນດູຈີນ.
(ຫ້ອງປະຊຸມຂອງກົມການເມືອງ ແລະ ຄະນະພັກການທະຫານສູນກາງ) |
ໃນບໍລິເວນເຂດມໍລະດົກວັດທະນະທຳໂລກ ສູນກາງພະລາດຊະວັງ ທັງລອງ, ນອກຈາກບັນດາຮ່ອງຮອຍຂອງບັນດາກິດຈະກຳພະລາດຊະວັງເມື່ອກ່ອນນີ້ ກໍ່ຍັງມີສະຖານທີ່ພິເສດ ນັ້ນແມ່ນຮ່ອງຮອຍສະຖານປະຫວັດສາດ ເຮືອນ ແລະ ຂຸມໃຕ້ດິນ D67 ບ່ອນໄດ້ຮັບຖືວ່າ ແມ່ນສູນກາງຂອງສຳນັກບັນຊາຂອງກົມການເມືອງ, ຄະນະພັກກອງທັບສູນກາງ ເພື່ອຊີ້ນຳນຳພາປະຕິບັດໜ້າທີ່ປົດປ່ອຍພາກໃຕ້.
ຮ່ອງຮອຍສະຖານປະຫວັດສາດເຮືອນ ແລະ ຂຸມໃຕ້ດິນ D67 ແມ່ນສະຖານທີ່ຖ່າຍທອດແຜນນະໂຍບາຍ, ແນວທາງເຖິງບັນດາສະໜາມຮົບທົ່ວປະເທດ ແລະ ສະໜາມຮົບອິນດູຈີນ. ທ່ານ ເລຂາທີໜຶ່ງຄະນະບໍລິຫານງານສູນພັກກອມມູນິດ ຫວຽດນາມ ເລຢ໋ວນ, ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ, ທ່ານເລຂາທິການໃຫຍ່ ເຈື່ອງຈິງ ໄດ້ມີໜ້າຢູ່ສຳນັກບັນຊາ ເພື່ອຕິດຕາມສະພາບການຢູ່ສະໜາມຮົບ. ທ່ານ ຫວໍງວຽນຢາບ ຜູ້ບັນຊາການໃຫຍ່ກອງທັບປະຊາຊົນ ຫວຽດນາມ ກໍ່ໄດ້ມີໜ້າຢູ່ທີ່ນີ້ຢ່າງເປັນປະຈຳ ເພື່ອເປັນປະທານກອງປະຊຸມແລກປ່ຽນຄັ້ງຕ່າງໆ. ທ່ານພັນເອກ ຮອງສາດສະດາຈານ ປອ ຫງວຽນແມັ້ງຮ່າ ອະດີດຮອງຫົວໜ້າສະຖາບັນປະຫວັດສາດການທະຫານ ຫວຽດນາມ ໃຫ້ຮູ້ວ່າ:
“ປີ 1967 ຂະນະທີສົງຄາມທຳລາຍຂອງສັດຕູ ເລີ່ມປິນຂັ້ນໄດອອກສູ່ພາກເໜືອ, ຄະນະພັກກອງທັບສູນກາງ ແລະ ກອງບັນຊາການໃຫຍ່ ໄດ້ມີເຈດຈຳນົງສ້າງເຮືອນຫຼັງໜຶ່ງ ເພື່ອຮັບປະກັນຄວາມປອດໄພ ເພື່ອຕ້ານລູກລະເບີດຂອງ ອາເມລິກາ. ຢູ່ທີ່ນີ້ກໍ່ສະຫງວນສະເພາະແກ່ກອງປະຊຸມທີ່ສຳຄັນ. ເຮືອນຫຼັງນີ້ຖືກອອກແບບງ່າຍດາຍ ແຕ່ມີຄວາມໜັກແໜ້ນ, ປອດໄພ ຖືກກໍ່ສ້າງສຳເລັດໃນປີ 1967 ດັ່ງນັ້ນຈຶ່ງເອີ້ນວ່າ ເຮືອນ D67”.
ເຮືອນ D67 ມີຫຼັງຄາແບບເທເປຕົງ, ປະກອບດ້ວຍໜຶ່ງຊັ້ນ ມີໂຄງສ້າງພິເສດເຊື່ອມຕໍ່ກັບຂຸມໃຕ້ດິນ D67 ໂດຍສະຖາບັນອອກແບບເຄຫາຂອງກະຊວງເຄຫາ ປັດຈຸບັນແມ່ນກະຊວງກໍ່ສ້າງອອກແບບ. ເຮືອນປະກອບດ້ວຍສີ່ຫ້ອງ, ມີຫ້ອງໃຫຍ່ຢູ່ເຄິ່ງກາງ ໃຊ້ແມ່ນຫ້ອງປະຊຸມຂອງ ກົມການເມືອງ, ຄະນະພັກກອງທັບສູນກາງ, ສ່ວນຫ້ອງນ້ອຍຢູ່ທາງກ້ຳຕາເວັນອອກແມ່ນສະຖານທີ່ເຮັດວຽກຂອງທ່ານພົນເອກ ຫວໍງວຽນຢາບ ແລະ ຫ້ອງນ້ອຍໆທາງກ້ຳຕາເວັນຕົກ ແມ່ນບ່ອນເຮັດວຽກຂອງພົນເອກ ວັນຕ໊ຽນຢຸ໊ງ. ພ້ອມກັນນັ້ນຂຸມໃຕ້ດິນ D67 ກໍ່ແມ່ນສ່ວນໜຶ່ງທີ່ສຳຄັນບໍ່ອາດຕັດແຍກອອກຈາກກິດຈະກຳນີ້ໄດ້ ຖືກກໍ່ສ້າງໃນເວລາດຽວກັບເຮືອນ D67 ມີບົດບາດເປັນສູນກາງບັນຊາສຳຮອງໃນກໍລະນີດ່ວນ. ຂຸມໃຕ້ດິນຖືກອອກແບບສາມຊັ້ນມີຂັ້ນໄດລົງໃຕ້ດິນ ແລະ ມີທາງສອງເບື້ອງເຊື່ອມຕໍ່ກັບເຮືອນປະຕິວັດ D67.
ທ່ານພັນເອກ ຮອງສາດສະດາຈານ ປອ ຫງວຽນແມັ້ງຮ່າ ອະດີດຮອງຫົວໜ້າສະຖາບັນປະຫວັດສາດການທະຫານ ຫວຽດນາມ |
ນັບແຕ່ວັນທີ 18 ທັນວາ ປີ 1974 ຫາວັນທີ 8 ມັງກອນ ປີ 1975 ຢູ່ຂຸມໃຕ້ດິນ D67, ກົມການເມືອງໄດ້ໂຮມປະຊຸມເປີດກວ້າງ ແລະ ໄດ້ອອກຄຳສັ່ງຕັດສິນໃຈປົດປ່ອຍພາກໃຕ້ໃນປີ 1975 ແລະ 1976, ຊີ້ນຳຢ່າງຕໍ່ເນື່ອງ ແລະ ບັນຊາການບຸກໂຈມຕີຄັ້ງໃຫຍ່ ແລະ ລຸກຮື້ຂຶ້ນເມື່ອລະດູບານໃໝ່ປີ 1975 ເຊິ່ງຍອດສູງແມ່ນບັ້ນຮົບ ໂຮ່ຈີມິນ ປະຫວັດສາດ. ທ່ານພັນເອກ ຫງວຽນແມັ້ງຮ່າ ໃຫ້ຮູ້ວ່າ:
“ຂະນະທີ່ພວກເຮົາເປີດການບຸກໂຈມຕີຂະໜາດໃຫຍ່ ເມື່ອປີ 1975 ກໍ່ມີກອງປະຊຸມຂອງກົມການເມືອງ, ຄະນະພັກກອງທັບສູນກາງຖືກດຳເນີນຢ່າງລຽນຕິດ. ແລະ ສຸດທ້າຍເຮືອນ D67 ກໍ່ໄດ້ເປັນບ່ອນຮັບຂ່າວໄຊຊະນະຈາກພາກໃຕ້ ເມື່ອວັນທີ 30 ເມສາ 1975”.
ນອກຈາກຄວາມໝາຍປະຫວັດສາດ, ເຮືອນ D67 ຍັງແມ່ນສັນຍາລັກໃຫ້ແກ່ນ້ຳໃຈຕໍ່ຕ້ານຢ່າງບໍ່ຍອມຈຳນົນ, ຄວາມສາມາດປັບຕົວໃຫ້ແທດເໝາະກັບສະພາບຄວາມຫຍຸ້ງຍາກ ແລະ ຕັດສິນໃຈຍາດເອົາເອກະລາດຂອງຊາດ. ປັດຈຸບັນເຄື່ອງປະດັບພາຍໃນເຮືອນ ແລະ ຂຸມໃຕ້ດິນ D67 ຍັງຖືກຮັກສາໄວ້ເໝືອນເດີມ, ພ້ອມກັບວັດຖຸພັນປະຫວັດສາດທີ່ມີຄຸນພິເສດ. ທ່ານ ຫງວຽນແທັງກວາງ ຫົວໜ້າສູນອະນຸລັກມໍລະດົກທັງລອງ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ບັນດາວັດຖຸພັນ, ກິດຈະກຳຕ່າງໆ ຍັງຄົງໄດ້ຮັກສາໄວ້ເໝືອນເດີມ ຈາກຊຸດໂຕະຕັ່ງ ຕະຫຼອດຮອດໂທລະສັບວາງໂຕະ ທັງໝົດເຫຼົ່ານັ້ນກໍ່ໄດ້ສະແດງໃຫ້ເຫັນຄວາມຊົງຈຳກ່ຽວກັບໄລຍະເມື່ອກ່ອນນີ້. ຮ່ອງຮອຍສະຖານປະຕິວັດນີ້ຍັງພວມມີຊີວິດຢູ່ ແລະ ຈະປະກອບສ່ວນຖ່າຍທອດບັນດາເລື່ອງລາວກ່ຽວກັບປະຫວັດສາດຂອງຊາດ”.
(ຫ້ອງເຮັດວຽກຂອງທ່ານພົນເອກ ວໍງວຽນຢາບ) |
ພາຍຫຼັງປີ 1975 ຂຸມດິນແຫ່ງນີ້ເກືອບຄືວ່າບໍ່ໄດ້ນຳໃຊ້. ນັບແຕ່ປີ 2017 ມາຮອດປັດຈຸບັນເຮືອນ ແລະ ຂຸມໃຕ້ດິນ D67 ໄດ້ເປີດປະຕູຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມ. ນີ້ແມ່ນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງໄດ້ຮັບຄວາມສົນໃຈຈາກແຂກທ່ອງທ່ຽວທັງຢູ່ພາບໃນ ແລະ ຕ່າງປະເທດ ມາຊອກຮູ້ປະຫວັດສາດການທະຫານ ຫວຽດນາມ ພິເສດແມ່ນໄວໜຸ່ມ.