ໝູ່ບ້ານ ໂລໆຈ່າຍ ໃນແຂວງ ຕວຽນກວາງ.

(VOVWORLD) -ຢູ່ເຂດເໜືອສຸດຂອງປະເທດຊາດ ແຫ່ງທີ່ມີເສົາທຸງ ຫຼຸງກູ໊ ຖືກຕັ້ງຂຶ້ນໃນທ່າມກາງພູຜາປ່າໄມ້ກໍ່ມີໝູ່ບ້ານທີ່ສະຫງົບສຸກຢູ່ເຂດພູພຽງຫີນດົ່ງວັນ ນັ້ນແມ່ນໝູ່ບ້ານ ໂລໆຈ່າຍ ເຊິ່ງແມ່ນຫ່ງທີ່ຊາວເຜົ່າ ໂລໆ ນັບແຕ່ໃດໆມາ ເຊິ່ງຍັງຄົງຮັກສາສີສັນວັດທະນະທຳຂອງຕົນ. ພິເສດ ເມື່ອບໍ່ດົນມານີ້ ໝູ່ບ້ານ ໂລໆຈ່າຍ ຫາກໍ່ໄດ້ຮັບການຮັບຮອງຈາກອົງການທ່ອງທ່ຽວໂລກ ແມ່ນໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກປີ 2025
ໝູ່ບ້ານ ໂລໆຈ່າຍ ໃນແຂວງ ຕວຽນກວາງ. - ảnh 1ໝູ່ບ້ານ ໂລໆຈ່າຍ ຫາກໍ່ໄດ້ຮັບການຮັບຮອງ ແມ່ນໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກປີ 2025

     ໝູ່ບ້ານ ໂລໆຈ່າຍ ຕັ້ງຢູ່ຕີນພູ ຣົງ ຫ່າງຈາກເສົາທຸງ ຫຼຸງກູ໊ ປະມານ 2 ກິໂລແມັດ. ທາງເຂົ້າໝູ່ບ້ານກໍ່ຄົດລ້ຽວຕາມເນີນພູ, ຍິ່ງເຂົ້າໄປເລິກແຂກທ່ອງທ່ຽວກໍ່ຍິ່ງຮູ້ສຶກໄດ້ເຖິງເຂດວັດທະນະທຳພື້ນເມືອງຂອງຊາວເຜົ່າ ໂລໆ; ບັນດາເຮືອນຝາດິນ, ພ້ອມດ້ວຍດິນຂໍສອງຊັ້ນທີ່ເກົ່າແກ່. ປອ. ເຈິ່ນທິເຮືອງຢາງ ຮອງຜູ້ອຳນວຍການໂຮງຮຽນ, ຫົວໜ້າພະແນກທ່ອງທ່ຽວ ໂຮງຮຽນວິທະຍາໄລອຸດສາຫະກຳການຄ້າສາກົນ ຜູ້ໄດ້ມີຄວາມຜູກພັນກັບໝູ່ບ້ານ ໂລໆຈ່າຍ ນັບແຕ່ຊຸມວັນທຳອິດ ທີ່ໝູ່ບ້ານແຫ່ງນີ້ໄດ້ກຳນົດທິດເຮັດທ່ອງທ່ຽວ ໃຫ້ຮູ້ວ່າ:

 “ນັບແຕ່ຊຸມປີ 2007 ຫາ 2012 ຂ້າພະເຈົ້າເຄີຍພານັກສຶກສາມານີ້ຝຶກຫັດ ແລະ ຢູ່ໝູ່ບ້ານນີ້ເອງ ແລະ ຢູ່ນຳບັນດາຄອບຄົວຊາວບ້ານແຫ້ງນີ້ ນັບແຕ່ເວລາເຂົາເຈົ້າຍັງບໍ່ທັນຮູ້ຈັກວິທີເຮັດທ່ອງທ່ຽວຊຸມ. ເມື່ອເວົ້າເຖິງຄຸນຄ່າຂອງໝູ່ບ້ານ, ສິ່ງທຳອິດແມ່ນມໍລະດົກໄດ້ຮັບການອະນຸລັກຮັກສາຍົກຕົວຢ່າງຄື ບັນດາເຮືອນບູຮານ. ແຕ່ສິ່ງສຳຄັນແມ່ນໄດ້ຮັບການໜູນຊ່ວຍທາງດ້ານນະໂຍບາຍຂອງພັກ ແລະ ລັດ”.

ໝູ່ບ້ານ ໂລໆຈ່າຍ ມີເຮືອນປະມານ 50 ຫຼັງ  ຊຶ່ງສ່ວນຫຼາຍກໍ່ສາມາດຮັກສາສະຖາປັດຕະຍະກຳພື້ນເມືອງໄວ້ໄດ້. ໝູ່ບ້ານໂລໆຈ່າຍ ຕາມການເວລາບໍ່ພຽງແຕ່ສາມາດຮັກຄຸນຄ່າ ຂອງວົງຄະນາຍາດເຜົ່າຕົນເທົ່ານັ້ນ ຊາວເຜົ່າໂລໆ ຍັງຮູ້ຈັກເສີມຂະຫຍາຍມໍລະດົກນັ້ນ ເພື່ອເຮັດທ່ອງທ່ຽວ ເຊິ່ງປັດຈຸບັນໄດ້ຮັບຜົນສຳເລັດ . ທ່ານ ຊິງຢີກາຍ ນາຍບ້ານໆ ໂລໆຈ່າຍ ເປີດເຜີຍວ່າ:

 “ເມື່ອໄດ້ຮັບຂ່າວໝູ່ບ້ານໄດ້ຮັບການຮັບຮອງແມ່ນໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ, ພໍ່ແມ່ປະຊາຊົນຢູ່ແຫ່ງນີ້ ແລະ ຂ້າພະເຈົ້ົ້າເອງກໍ່ຮູ້ສຶກເອກອ້າງທະນົງໃຈ ແລະ ມີຄວາມສຸກທີ່ສຸດ”.

ບໍ່ພຽງແຕ່ມີຄວາມງາມທາງດ້ານທິວທັດທຳມະຊາດ, ໝູ່ບ້ານ ໂລໆຈ່າຍ ຍັງມີຄວາມດູດດື່ມ ຍ້ອນວິຖີຊີວິດຂອງຊຸມຊົນ. ແຂກທ່ອງທ່ຽວເມື່ອມາທ່ຽວຢູ່ແຫ່ງນີ້  ຈະພ້ອມກັບຊາວບ້ານໄປເກັບກູ້ສາລີ, ຕົ້ມເຫຼົ້າເປົ່າແຄນ ຫຼື ຮຽນຕ່ຳແຜ່ນແພ ແລະ ເຮັດເຂົ້າໜົມ

      ຊຸມປີມໍ່ໆມານີ້ ການເຄື່ອນໄຫວທ່ອງທ່ຽວຊຸມຊົນຢູ່ໝູ່ບ້ານ ໂລໆຈ່າຍ ໄດ້ຮັບການວາງແຜນຜັງ, ພື້ນຖານໂຄງລ່າງຄົມມະນາຄົມ, ຕາຂ່າຍໄຟຟ້າ. ຫ້ອງນ້ຳ, ນຳ້ສະອາດໄດ້ຮັບການລົງທຶນ, ຊາວບ້ານກໍ່ໄດ້ຝຶກອົບຮົມກ່ຽວກັບຫຼັກອະນາໄມສິ່ງແວດລ້ອມ, ທັກສະຕ້ອນຮັບແຂກ ແລະ ອະນຸລັກວັດທະນະທຳ. ເມື່ອເວົ້າເຖິງຄຸນຄ່າຂອງບ້ານ ໂລໆຈ່າຍ, ທ່ານ ດັ້ງກວັກສື໋ ຫົວໜ້າສູນສົ່ງເສີມການທ່ອງທ່ຽວ ແຂວງ ຕວຽນກວາງ ໃຫ້ຮູ້ວ່າ:

 “ສຳລັບຫຼາຍລາງວັນ, ໃນນັ້ນມີລາງວັນໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກປີ 2025, ຂ້າພະເຈົົ້າຄິດວ່າ ຂ້າພະເຈົ້າມີຄວາມຫວັງໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງ ພິເສດແມ່ນອຳນາດການປົກຄອງທ້ອງຖິ່ນ, ອົງການທີ່ມີໜ້າທີ່ຮັບຜິດຊອບ ອົງການສົ່ງເສີມ, ປະຊາຄົມວິສາຫະກິດຈະຮ່ວມແຮງຮ່ວມໃຈຊຸກຍູ້ ເພື່ອໃນອະນາຄົດຈະມີບັນດາໝູ່ບ້ານອື່ນໆ ໄດ້ຮັບນາມມະຍົດຄືດັ່ງໝູ່ບ້ານ ໂລໆຈ່າຍ”.

ໝູ່ບ້ານ ໂລໆຈ່າຍ ໄດ້ຮັບການເລືອກເຟັ້ນ ແມ່ນໜຶ່ງໃນຈຳນວນເອກະສານຫຼາຍກວ່າ 270 ຊຸດຈາກ 65 ປະເທດ. ມາດຖານບໍ່ພຽງແຕ່ແມ່ນຄວາມງາມທຳມະຊາດເທົ່ານັ້ນ ຫາກຍັງແມ່ນຄວາມຍືນຍົງ, ຫຼັກສະນະຊຸມຊົນ ແລະ ຄວາມສາມາດອະນຸລັກວັດທະນະທຳພື້ນເມືອງ. ນີ້ແມ້ນຄວາມເອກອ້າງທະນົງໃຈ ແຕ່ກໍ່ແມ່ນສິ່ງທ້າທາຍຢ່າງໃຫຍ່ຫຼວງສຳລັບຊາວທ້ອງຖິ່ນຢູ່ແຫ່ງນີ້ ເພື່ອເຮັດແນວໃດພັດທະນາການທ່ອງທ່ຽວ ແຕ່ຍັງຄົງສາມາດຮັກສາສີສັນຂອງໝູ່ບ້ານ

ສຳລັບຊາວເຜົ່າໂລໆ ແລ້ວ ນາມມະຍົດໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ ປີ 2025 ບໍ່ແມ່ນເລື່ອສິ້ນສຸດເທົ່າ ຫາກຍັງແມ່ນການເລີ່ມຕົ້ນໄລຍະທາງໃໝ່ໃນເສັ້ນທາງແຫ່ງການຮັກສາວັດທະນະທຳພື້ນເມືອງ ແລະ ແຜ່ກະຈາຍຄວາມງາມກັບເພື່ອນມິດໃນທົ່ວໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ