​ບຸນ​ເຕັດຢູ່​ສະ​ໜາມ​ຮົບ​ຂອງ​ທະ​ຫານ​ລາບໃນ​ສະໄໝ​ຕ້ານ​ຈັກ​ກະ​ພັດ ອາ​ເມ​ລິ​ກາ

(VOVWORLD) - “ແມ່ນວ່າໄດ້ຂີ່ຊ້າງ  ກັ້ງຮົ່ມສະໄບຂຽວ ຍັງໄປ່ລືມຄາວຄັ້ງ ຫາບຄອນຄານກ້າ ແມ່ນວ່າມີຄົນຕຸ້ມ ໄປມາແຫນແຫ່ ແຕ່ບໍ່ລືມເມື່ອຄັ້ງ ຄາວກີ້ຜ່ານມາ”. ແມ່ນແທ້ນໍ້ ທ່ານຜູ້ຟັງ. ເມື່ອເຮົາມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານສົມບູນພູນສຸກ ກໍຈະຄິດຮອດຄິດເຖິງຊຸມວັນທີ່ອຶດຫິວ, ລຳບາກກາກກຳ. ນັ້ນກໍແມ່ນຄວາມໃນໃຈຂອງ ລຸງ ຮວ່າງດ້າວ - ທະຫານລາບສະໄໝຕ້ານຈັກກະພັດ ອາເມລິກາ. ໃນທ່າມກາງບັນຍາກາດທີ່ເບີກບານມ່ວນຊື່ນຂອງລະດູບານໃໝ່ນີ້, ໃນໃຈ ລຸງ ດ້າວ ອາດຈະເຕັມໄປດ້ວຍອາລົມຈິດກ່ຽວກັບບຸນເຕັດໃນສະໄໝຢູ່ສະໝາມຮົບ. ຕໍ່ໄປເຊີນທ່ານຜູ້ຟັງພ້ອມກັບນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ໄປອວຍພອນບຸນເຕັດ ແລະ ຮັບຟັງເລື່ອງລາວ ກ່ຽວກັບການຕ້ອນຮັບບຸນເຕັດຂອງທະຫານລາບຢູ່ສະໜາມຮົບສະໄໝແຕ່ກີ້.

​ບຸນ​ເຕັດຢູ່​ສະ​ໜາມ​ຮົບ​ຂອງ​ທະ​ຫານ​ລາບໃນ​ສະໄໝ​ຕ້ານ​ຈັກ​ກະ​ພັດ ອາ​ເມ​ລິ​ກາ - ảnh 1(ພາບປະກອບ: ລຸງ ຮວ່າງດ້າວ ກ່າວຄຳເຫັນທີ່ ພິທີສະຫຼຸບ ຊຸດບຳລຸງສ້າງພາສາ ຫວຽດ ໃຫ້ແກ່ນັກສຶກສາ ລາວ)

ເມື່ອສຽງກະດິ່ງຫາກໍສຸດ, ລຸງກໍອອກມາຕ້ອນຮັບຂ້າພະເຈົ້າໃນທັນທີ, ຈັບມືດ້ວຍຄວາມຍິ້ມແຍ້ມແຈ່ມໃສ ແລ້ວອວຍພອນປີໃໝ່ເຊິ່ງກັນແລະກັນ. 75 ລະດູບານໃໝ່, 75 ປີຜ່ານໄປ ໄດ້ເຮັດໃຫ້ຜົມຂອງລຸງປ່ຽນເປັນຜົມຫງອກ ແຕ່ຍັງຮັກສາໄດ້ທ່າທີວ່ອງໄວ, ແຂງແກ່ນ, ສະໜິດສະໜົມຂອງທະຫານລຸງໂຮ່ ທີ່ມີຮູບຊົງຄີງບາງນ້ອຍ ແລະ ນ້ຳສຽງຍັງສົດໃສຢູ່. ພໍນັ່ງເຂົ້າໂຕະດື່ມນ້ຳ, ບັນດາໃບປະຕິທິນເກົ່າໆຍໍ່ໆ ພ້ອມດ້ວຍຄູ່ແວ່ນຕາ ຢູ່ເທິງໂຕະ ໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມຢາກຮູ້ເຫັນ, ເບິ່ງຄືວ່າ ລຸງກຳລັງຄ່າເບິ່ງອັນໃດອັນໜຶ່ງ. ຂ້າພະເຈົ້າຖາມ ຈຶ່ງຮູ້ວ່າ ບັນດາໃບປະຕິທິນເຫຼົ່ານັ້ນແມ່ນປື້ມບັນທຶກເລື່ອງລາວຕ້ອນຮັບບຸນເຕັດຂອງລຸງ ພ້ອມກັບເພື່ອນຮ່ວມກົມກອງຢູ່ສະໜາມຮົບແຕ່ຊຸມປີ 1966 – 1973. ຈາກນັ້ນ, ຄວາມຊົງຈຳເກົ່າໆຂອງລຸງກໍລັ່ງມາເທມາ.

“ປີທຳອິດ ກົມກອງຂ້າພະເຈົ້າຕ້ອນຮັບບຸນເຕັດຢູ່ປ້ອມ, ຕອນນັ້ນ ສະບຽງອາຫານກໍຍັງບໍ່ທັນມີຫຍັງເທື່ອດອກ, ເພາະວ່າເພື່ອຂົນສົ່ງສະບຽງອາຫານແຕ່ທາງເລກທີ 7 ເຂົ້າໄປໃນປ້ອມກໍຕ້ອງເສຍເວລາ 3 ວັນ ຈຶ່ງຮອດ, ຕ້ອງຜ່ານພູຫີນແຫຼມນ້ອຍ ທີ່ສູງ ແລະ ທຸລະກັນດານຫຼາຍ. ບຸນເຕັດປີນັ້ນບໍ່ມີເຂົ້າຕົ້ມ, ມີແຕ່ກະປິຫວຽດເທົ່ານັ້ນ, ມັນເຄັມຫຼາຍ, ເກືອກໍບໍ່ສູ້. ສ່ວນຫຼາຍແມ່ນໄປລ່ານົກລ່າກະຮອກມາແຕ່ງກັບກະປິເທົ່ານັ້ນ. ຂັ້ນເທິງກໍມີຄວາມເອົາໃຈໃສ່ ແລະ ໃຫ້ຢາສູບສອງສະຫາຍຕໍ່ 1 ຊອງ, ທັງໝູ່ທະຫານ ຈຶ່ງໄດ້ຊາຫໍ່ໜຶ່ງ ແລະ ຢາຮີດໜຶ່ງຫໍ່, ເມື່ອຮອດມືອ້າຍນ້ອງທະຫານກໍບໍ່ມີກິ່ນຫອມແລ້ວ ແຕ່ແນວນັ້ນກໍດີໃຈຫຼາຍແລ້ວ”.

ນັ້ນແມ່ນບຸນເຕັດທຳອິດ - ບຸນເຕັດປີ 1966 ຂອງລຸງ ຮວ່າງດ້າວ ພ້ອມດ້ວຍເພື່ອນຮ່ວມກົມກອງຢູ່ສະໜາມຮົບ ຊຽງຂວາງ, ພາກເໜືອຂອງ ລາວ. ບຸນເຕັດທີ່ບໍ່ມີເກືອ, ບໍ່ມີເຂົ້າຕົ້ມ - ອາຫານເຍື່ອງໜຶ່ງທີ່ຂາດບໍ່ໄດ້ໃນໂອກາດບຸນເຕັດຂອງຊາວ ຫວຽດນາມ. ບຸນເຕັດ - ແມ່ນຈຸດວັດທະນະທຳອັນດີງາມ ແລະ ເປັນມູນເຊື້ອສຳລັບຊາດ ຫວຽດນາມ, ແມ່ນໂອກາດເພື່ອພົບປະສັງສັນ, ເຕົ້າໂຮມກັນ ແລະ ມ່ວນຊື່ນນຳກັນ, ແຕ່ສຳລັບປະຊາຊົນ ຫວຽດນາມ ສະໄໝນັ້ນ, ພິເສດແມ່ນທະຫານ ເຂົາເຈົ້າພຽງແຕ່ເປັນຫ່ວງເປັນໃຍ ແລະ ສຸມເຫື່ອເທແຮງຕໍ່ສູ້ເພື່ອຄວາມປອດໄພ ແລະ ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດເທົ່ານັ້ນ. ບຸນປີໃໝ່ປະຈຳຊາດຂອງ ຊາວ ຫວຽດນາມ ແມ່ນກົງກັບລະດູແຫ້ງຂອງລາວ - ລະດູຂອງການຕໍ່ສູ້, ລະດູຂອງສຽງລູກລະເບີດ ແລະ ຄວາມສູນເສຍ. ເພາະສະນັ້ນ ເມື່ອບັ້ງໄຟດອກແຈ້ງສະຫວ່າງເທິງທ້ອງຟ້າ ແລະ ສົ່ງສຽງດັງກ້ອງໄປທົ່ວທຸກແຫ່ງໃນຈຸດເວລາສັກສິດ - ຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ນັ້ນ ຍິ່ງເຮັດໃຫ້ ລຸງ ຄິດຮອດສຽງຂອງລູກລະເບີດ B52 ທີ່ຖີ້ມໃສ່ກອງຮ້ອຍຂອງຕົນ.

“ໃນໂອກາດບຸນເຕັດຂອງຊຸມປີ 1968,1969, 1970 ປີໃດກໍຖືກຖີ້ມລູກລະເບີດ B52 ໃຫ້ແຕກສະລຸພຸພ່າຍ. ປີ 1968, ກອງຮ້ອຍຂອງ ຂ້າພະເຈົ້າ ໄດ້ເຄື່ອນທັບໄປທົ່ງໄຫຫີນ. ອ້າຍນ້ອງພວກຂ້າພະເຈົ້າຍາມໃດກໍກຽມພ້ອມສູ້ຮົບ ແລະ ບຸນເຕັດໄດ້ກະກຽມຕ້ອນຮັບກ່ອນໜ້ານັ້ນໜຶ່ງອາທິດແລ້ວ, ກໍໄດ້ຫໍ່ເຂົ້າຕົ້ມ, ກໍມີຢາສູບ, ມີຊາ, ມີເຫຼົ້າ. ແຕ່ວ່າ, ຮອດຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ພວກສັດຕູໄດ້ຖີ້ມລູກລະເບີດ B52 ໃສ່ກອງພັນຂອງພວກຂ້າພະເຈົ້າ ແລະ ມີບາງສະຫາຍໄດ້ເສຍຊີວິດ”.

ເລົ່າມາຮອດນີ້, ສຽງຂອງ ລຸງ ພັດພ້ຽນໄປ ແລະ ນິ່ງງຽບໄປຄາວໜຶ່ງ ແລ້ວຈຶ່ງເລົ່າຕໍ່: “ແຕ່ບຸນເຕັດຢູ່ສະໜາມຮົບກໍມ່ວນ ແລະ ຫຼາກຫຼາຍສີສັນໄດ໋. ແຕ່ບຸນເຕັດປີ 1967 ແມ່ນມີເຂົ້າຕົ້ມແລ້ວ”. ດ້ວຍຄວາມປະເອີບໃຈ ແລະ ຄວາມຕື້ນຕັນໃຈ, ຄວາມຮັກຕໍ່ຊີວິດຂອງທະຫານ ພ້ອມດ້ວຍສີມືອັນຄ່ອງແຄວ້, ຄວາມອຸດົມສົມບູນ ແລະ ຫຼາກຫຼາຍສີສັນວັດທະນະທຳຂອງທະຫານນັກຮົບທີ່ມາຈາກຫຼາຍເຂດພາກທີ່ແຕກຕ່າງກັນ; ເຂົ້າໜຽວ, ພິກໄທ, ນ້ຳປາ ປະຊາຊົນກໍລຳລຽງມາຢ່າງຄົບຖ້ວນ ບວກກັບການປະກອບຊີ້ນໝູຂອງປະຊາຊົນລາວ…. ທຸກຢ່າງທັງໝົດເຫຼົ່ານັ້ນໄດ້ເຮັດໃຫ້ເຂົ້າຕົ້ມຂອງທະຫານລາບ ໜຽວ, ຫອມ ແລະ ຄົບທຸກລົດຊາດ.

“ບັນດາສະຫາຍທະຫານເຮົາຫໍ່ເຂົ້າຕົ້ມງາມຫຼາຍ ແລະ ແຊບທີ່ສຸດ. ເຂົ້າຕົ້ມຫໍ່ແລ້ວ ຈະໄດ້ຕົ້ມດ້ວຍເຕົາໄຟ ຮວ່າງເກີ່ມ ຍ້ອນບໍ່ຄວັນ, ຖ້າຫາກຕອນຄ່ຳ ເຫັນມີແສງໄຟກໍອັນຕະລາຍຫຼາຍ, ກໍມີດອກຄາຍປະດັບປະດາງົດງາມຫຼາຍ ແຕ່ໄດ້ແຕ່ຕອນກາງເວັນເທົ່ານັ້ນ. ຮອດຕອນຄ່ຳແມ່ນຕ້ອງກັບໄປບ່ອນປະຕິບັດໜ້າທີ່ຂອງໃຜຂອງມັນ, ຖ້າຫາກເຜີຕົວໄປໜ້ອຍໜຶ່ງ ຖ້າສັດຕູບຸກໂຈມຕີແມ່ນອັນຕະລາຍຫຼາຍ ແລະ ບໍ່ໄດ້ເຕົ້າໂຮມກັນຫຼາຍຄົນດອກ”.

​ບຸນ​ເຕັດຢູ່​ສະ​ໜາມ​ຮົບ​ຂອງ​ທະ​ຫານ​ລາບໃນ​ສະໄໝ​ຕ້ານ​ຈັກ​ກະ​ພັດ ອາ​ເມ​ລິ​ກາ - ảnh 2ລູງຮວ່າງດ້າວ ພ້ອມດ້ວຍຄະນະ ວາງພວງມາລາອາໄລຫາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ໃນໂອກາດໄປຢ້ຽມຢາມສະໜາມຮົບເກົ່າ ຢູ່ ຊຽງຂວາງ

ໃນຊຸມປີທີ່ຕ້ອນຮັບບຸນເຕັດຢູ່ສະໜາມຮົບ, ບຸນເຕັດຂອງປີ 1970 - ປີຈໍ ແມ່ນບຸນເຕັດທີ່ໜ້າຈົດຈຳທີ່ສຸດສຳລັບລຸງ ດ້າວ. ຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ປີນີ້, ທັງກອງພັນ ໄດ້ນັ່ງອ້ອມວິທະຍຸ ແລະ ຮັບຟັງຄຳອວຍພອນຂອງ ປະທານໂຮ່ຈີມິນ ຜ່ານຄື້ນຂອງວິທະຍຸກະຈາຍສຽງ ຫວຽດນາມ. ນັ້ນບໍ່ພຽງແຕ່ແມ່ນຄຳອວຍພອນບຸນເຕັດເທົ່ານັ້ນ ຫາກບັນດາຄຳກອນເຫຼົ່ານັ້ນໄດ້ປຸກລຸກນ້ຳໃຈຮັກຊາດ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ຄວາມເຊື່ອໝັ້ນຕໍ່ໄຊຊະນະຂອງທະຫານໃຫ້ຂຶ້ນສູ່ລະດັບສູງສຸດ. ຄວາມເຊື່ອໝັ້ນດັ່ງກ່າວໄດ້ປະກົດຜົນເປັນຈິງ ແລະ ນຳມາເຊິ່ງບັນດາລະດູບານໃໝ່ທີ່ເບີກບານມ່ວນຊື່ນ, ສວຍສົດງົດງາມ, ນຳມາເຊິ່ງບຸນເຕັດທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ ແລະ ປະເທດ ຫວຽດນາມ ວັດທະນາຖາວອນຄືໃນວັນນີ້. ລຸງ ດ້າວ ແບ່ງປັນວ່າ:

“ເວົ້າລວມແລ້ວ ນັ້ນແມ່ນຈຸດເວລາທີ່ສັກສິດ ແລະ ໜ້າຈື່ຈຳທີ່ສຸດ. ທະຫານອ້າຍນ້ອງທຸກຄົນ ນັ່ງຂ້າງກັນ ເພື່ອຕ້ອນຮັບຈຸດເວລາສັກສິດຂອງປະຫວັດສາດ - ຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ ແລະ ໃນຈຸດເວລາສັກສິດນີ້ ພັດໄດ້ຮັບຟັງຄືນຄຳອວຍພອນປີໃໝ່ຂອງ ລຸງໂຮ່ ເຮັດໃຫ້ຂ້າພະເຈົ້າຮູ້ສຶກຕືນເຕັ້ນໃນໃຈ, ຂ້າພະເຈົ້າຮູ້ສຶກວ່າ ໃກ້ຈະຍາດໄດ້ໄຊຊະນະແລ້ວ. ຈຸດເວລານັ້ນແມ່ນສັກສິດທີ່ສຸດ, ຮູ້ສຶກວ່າອີກບໍ່ດົນກໍຍາດໄດ້ໄຊນະນະແລ້ວ, ບໍ່ຮູ້ສຶກຕົນເອງກຳລັງຢູ່ຫ່າງໄກປະເທດຊາດ, ຢູ່ຫ່າງໄກຈາກບ້ານເກີດເມືອງນອນແຕ່ຢ່າງໃດ. ຂ້າພະເຈົ້າຮູ້ສຶກວ່າລະດູບານໃໝ່ໄດ້ວຽນມາແລ້ວ. ເຖິງວ່າຢູ່ໃນພູຜາໃນປ່າທີ່ມືດຄຶ້ມຄືແນວນັ້ນ ແຕ່ທຸກຄົນນັ່ງນຳກັນ, ສົ່ງສາຍຕາຄວາມຮັກແພງໃຫ້ກັນ, ຈຸດເວລານັ້ນ ມັນລ້ຳຄ່າຫຼາຍ. ປັດຈຸບັນຫວນຄືນກໍບໍ່ອາດມີຈຸດເວລາຄືແນວນັ້ນໄດ້”.

ຮູບພາບອ້າຍນ້ອງທະຫານທຸກຄົນນັ່ງອ້ອມວິທະຍຸ ຮັບຟັງຄຳອວຍພອນບຸນເຕັດ ແລ້ວເຫຍັ້ນເຫຼົ້າໃສ່ຖ້ວຍ ແບ່ງກັນຄົນລະກຶນ ແລະ ອວຍພອນປີໃໝ່ເຊິ່ງກັນແລະກັນດ້ວຍບັນດາຄຳອວຍພອນທີ່ລຽບງ່າຍ ແລະ ຈິງໃຈ “ຂໍອວຍພອນໃຫ້ສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ທັງກາຍທັງໃຈເຂັ້ມແຂງໜຽວແໜ້ນ ແລະ ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ”ນັ້ນ ຍັງຝັງເລິກໃນດວງໃຈຂອງລຸງ ດ້າວ ຈົນຮອດທຸກມື້ນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ