(vovworld) - ອາທິດຜ່ານມາ, ເພື່ອນ ວັນແສງ, ໄພວອນ, ໄພລົດ, ບຸນຕາ… ໄດ້ຝາກອີແມວເຖິງລາຍການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ. ໃນຈົດໝາຍ ທ່ານຜູ້ຟັງ, ຜູ້ອ່ານໄດ້ສົນໃຈເຖິງບັນດາເນື້ອໃນ, ຂ່າວ, ບົດຕ່າງໆທີ່ໄດ້ອອກອາກາດໃນອາທິດ ກໍຄືບັນດາຮີດຄອງປະເພນີຂອງ 2 ປະເທດ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີ ແລະ ຕອບຄຳຖາມເຊິ່ງທ່ານຜູ້ຟັງ, ຜູ້ອ່ານສົນໃຈ.
ເພື່ອນ ໄພລົດ, ແຂວງ ຊຽງຂວາງ ຖາມວ່າ: “ຂ້າພະເຈົ້າໄດ້ຮູ້ຈັກກັບໝູ່ ຫວຽດນາມ ຄົນໜຶ່ງ, ລາວຫາກໍ່ຮຽນພາສາ ລາວ ດັ່ງນັ້ນ ເວົ້າບໍ່ແຈ້ງປານໃດ. ມີເທື່ອໜຶ່ງຂ້າພະເຈົ້າເຊີນລາວກິນເຂົ້າປຽກ. ລາວໄດ້ເວົ້າວ່າຢູ່ ຫວຽດນາມ ກໍມີອາຫານເຍື່ອງນີ້, ເມື່ອໄດ້ກິນອາຫານເຍື່ອງນີ້ລາວກໍ່ຮູ້ສຶກຄິດຮອດຄິດເຖິງຄອບຄົວຂອງຕົນຫຼາຍ. ແຕ່ກໍ່ມີເພື່ອນຫວຽດນາມ ຜູູ້ອື່ນພັດເວົ້າວ່າ “ເຂົ້າປຽກ” ຂອງລາວ ມີລົດຊາດພິເສດສະເພາະ, ຢູ່ ຫວຽດນາມ ບໍ່ມີ. ດັ່ງນັ້ນ, ຂ້າພະເຈົ້າຢາກຖາມວ່າ ຢູ່ ຫວຽດນາມ ມີອາຫານ ເຍື່ອງໃດທີ່ຄ້າຍຄືກັນກັບເຂົ້າປຽກຂອງລາວບໍ່?”
ເຂົ້າປຽກປູທະເລຂອງ ຫວຽດນາມ
|
ເພື່ອນ ໄພລົດ ທີ່ຮັກແພງ, ຢູ່ ຫວຽດນາມ ມີອາຫານ ເຂົ້າປຽກເສັ້ນປູທະເລ ຄ້າຍຄືກັນກັບ “ເຂົ້າປຽກ” ຢູ່ ລາວ. ອາຫານເຍື່ອງນີ້ເຄີຍມີຢູ່ບັນດາແຂວງພາກກາງ ແລະ ປະຈຸບັນໄດ້ມີຢູ່ທົ່ວປະເທດແລ້ວ. ບາງເທື່ອໝູ່ຂອງເພື່ອນແມ່ນຄົນພາກເໜືອ ແລະ ບໍ່ທັນໄດ້ກິນອາຫານເຍື່ອງນີ້ ເພາະວ່າເຂົ້າປຽກເສັ້ນປູທະເລ ບໍ່ທັນມີຢ່າງກ້ວາງຂວາງຢູ່ບັນດາແຂວງທາງພາກເໜືອປານໃດ. ເພື່ອນສາມາດເຂົ້າອ່ານບົດ “ເຂົ້າປຽກເສັ້ນປູທະເລ” ໃນລາຍການ “ອາຫານ ຫວຽດນາມ” ທີ່ແວບໄຊ vovworld.vn ຂອງພວກເຮົາເພື່ອຮູ້ອາຫານເຍື່ອງນີ້ຂອງ ຫວຽດນາມ ມີຄວາມແຕກຕ່າງກັນ ເຂົ້າປຽກ ຄືແນວໃດເດີ.
+++
ໃນອີແມວຝາກມາລາຍການ, ເພື່ອນ ບຸນຕາ, ແຂວງ ຊຽງຂວາງ ໄດ້ແບ່ງປັນວ່າ: “ໃນອາທິດຜ່ານມາ, ຂ້າພະເຈົ້າໄດ້ຮູ້ວ່າກະຊວງສຶກສາທິການ ແລະ ກິລາແຫ່ງຊາດ ລາວ ມີການເຮັດວຽກກັບກົມໃຫຍ່ກິລາ ກາຍຍະກຳ ຫວຽດນາມ. ແຕ່ຍ້ອນຄ້າງຄາກັບວຽກງານດັ່ງນັ້ນຂ້າພະເຈົ້າບໍ່ຮູ້ເນື້ອໃນລະອຽດຂອງການເຮັດວຽກຄັ້ງນີ້ເທື່ອ. ຜ່ານລາຍການ “ໂອ້ລົມກັບເພື່ອນລາວ” ຂ້າພະເຈົ້າຢາກຮູ້ເນື້ອໃນຂອງການເຮັດວຽກນີ້ໄດ້ບໍ່. ຂໍຂອບໃຈ.”
ເພື່ອນ ບຸນຕາ ທີ່ເຄົາລົບ, ຕົ້ນອາທິດຜ່ານມາ, ກົມໃຫຍ່ກິລາ - ກາຍຍະກຳ ຫວຽດນາມ ມີການຕ້ອນຮັບ ແລະ ເຮັດວຽກກັບຄະນະພະນັກງານກະຊວງສຶກສາ ແລະ ກິລາແຫ່ງຊາດ ລາວ. 2 ຝ່າຍໄດ້ສຸມໃສ່ເຂົ້າໃນບັນດາບັນຫາກ່ຽວຂ້ອງເຖິງການພັດທະນາກິລາລະດັບສູງ, ຊຸກຍູ້ການແລກປ່ຽນບັນດາໂຄງການຝຶກອົບຮົມໃຫ້ບັນດານັກກິລາ, ແລກປ່ຽນຂໍ້ມູນຂ່າວກ່ຽວກັບກິລາ, ກາຍຍະກຳ ແລະ ສະພາບການປ່ຽນໃໝ່ໃນຂົງເຂດກິລາ ຢູ່ ຫວຽດນາມ ແລະ ລາວ ໃນໄລຍະປະຈຸບັນ ກໍຄືຊອກຮູ້ກ່ຽວກັບນະໂຍບາຍສ້າງເງືຶ່ອນໄຂສະດວກໃຫ້ນັກກິລາລະດັບສູງ. ນອກຈາກນັ້ນ, ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາແຫ່ງຊາດລາວ ກໍໄດ້ເຮັດວຽກກັບສະຖາບັນວິທະຍາສາດກິລາ, ກາຍຍະກຳ, ສູນຝຶກອົບຮົມກິລາແຫ່ງຊາດ ຮ່າໂນ້ຍ, ເຂດປະສົມກິລາແຫ່ງຊາດ ມີ້ດິ່ງ… ເພື່ອແນໃສ່ຮ່ຳຮຽນເອົາບົດຮຽນກ່ຽວກັບການບຳລຸງສ້າງ, ຄົ້ນຄ້ວາວິທະຍາສາດ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ກິລາ, ກາຍຍະກຳ, ກໍ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງ, ສຶກສາວຽກງານຝຶກອົບຮົມ, ບຳລຸງສ້າງນັກກິລາ, ລະບອບໂພສະນາການ, ກໍຄືວຽກງານຄຸ້ມຄອງນັກກິລາ, ແລກປ່ຽນບົດຮຽນກ່ຽວກັບວຽກງານຄຸ້ມຄອງ, ນຳໃຊ້ສະໜາມກິລາ…
+++
ສ່ວນໃນຈົດໝາຍຝາກມາລາຍການ, ເພື່ອນ ວັນແສງ, ນັກກິລາພະແນກການທ່ອງທ່ຽວ, ມະຫາວິທະຍາໄລແຫ່ງຊາດ ລາວ ໄດ້ແບ່ງປັນວ່າ: “ໃນລາຍການ “ສີສັນ 54 ຊົນເຜົ່າ ຫວຽດນາມ” ໄດ້ແນະນຳພາບພົດຂອງຊົນເຜົ່າຕ່າງໆ ຢູ່ ຫວຽດນາມ. ຊື່ຂອງລາຍການນີ້ກໍຖືກກັບເນື້ອໃນຍ້ອນວ່າບັນດາບົດຂຽນໄດ້ເວົ້າແຈ້ງກ່ຽວກັບຈຸດພິເສດດ້ານວັດທະນະທຳ, ຮີດຄອງປະເພນີຂອງແຕ່ລະຊົນເຜົ່າ. ຜ່ານບົດຂຽນຕ່າງໆໃນລາຍການນີ້ຂ້າພະເຈົ້າກໍເຂົ້າໃຈກ່ວາກ່ຽວກັບບັນດາຊົນເຜົ່າຢູ່ ຫວຽດນາມ, ລາຍການນີ້ມີປະໂຫຍດຫຼາຍໃຫ້ແກ່ການຮ່ຳຮຽນໃນປະຈຸບັນ ກໍ່ຄືໃນການເຮັດວຽກຂອງຂ້າພະເຈົ້າໃນຕໍ່ໜ້າ. ຂໍຂອບໃຈ.”
ເພື່ອນວັນແສງ ທີ່ຮັກແພງ, ເພື່ອນຈົ່ງສືບຕໍ່ຕິດຕາມບັນດາບົດຂຽນໃນລາຍການ “ສີສັນ 54 ຊົນເຜົ່າ ຫວຽດນາມ” ເວົ້າສະເພາະ ແລະ ບັນດາບົດຂຽນໃນບັນດາລາຍການອື່ນໆຂອງພວກເຮົາເວົ້າລວມແດ່ເດີ. ຍ້ອນພວກຂ້າພະເຈົ້າເຊື່ອໝັ້ນວ່າບັນດາບົດຂຽນນີ້ຈະມີປະໂຫຍດກັບການຮ່ຳຮຽນຂອງເຈົ້າຫຼາຍ. ເພື່ອນຢ່າລືມແນະນຳໃຫ້ໝູ່ເພື່ອນຮູ້ແວບໄຊ vovworld.vn ຂອງພວກເຮົາເດີ. ຂອບໃຈຫຼາຍໆ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov@yahoo.com, laovov5@gmail.com.