(vovworld) - ອາທິດຜ່ານມາ, ໃນຈົດໝາຍຝາກມາລາຍການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ຜູ້ຟັງວິທະຍຸກະຈາຍສຽງພາຍໃນປະເທດ ແລະ ຕ່າງປະເທດຫລາຍທ່ານໄດ້ແບ່ງປັນວ່າ: ມີຄວາມເບີກບານມ່ວນຊື່ນທີ່ສຸດ ເມື່ອໄດ້ຮັບຟັງບັນດາລາຍການຂອງພາກພາສາລາວວິທະຍຸກະຈາຍສຽງ ຫວຽດນາມ. ບັນດາຂ່າວ, ບົດໃນລາຍການ ດ້ວຍຫລາຍຄໍລຳທີ່ສ້າງຄວາມດູດດີື່ມ ໄດ້ຊ່ວຍໃຫ້ທ່ານຜູ້ຟັງເຂົ້າໃຈກວ່າກ່ຽວກັບປະເທດຊາດ ແລະຊາວ ຫວຽດນາມ, ກໍ່ຄືບົນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມຂອງຜູ້ຟັງບາງທ່ານທີ່ໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.
ໃນຈົດໝາຍຝາກມາລາຍການ, ເພື່ອນ ຈັນດອນ, ແຂວງບໍ່ແກ້ວຖາມວ່າ, ຫວ່າງແລ້ວນີ້ຂ້າພະເຈົ້າໄດ້ອ່ານຫຼາຍບົດ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ປະເທດຈຳນວນໜຶ່ງໃນອາຊຽນ ທາງເວັບໄຊ vovworld, ຂ້າພະເຈົ້າເຫັນວ່າບັນດາບົດຂຽນນີ້ທັງມ່ວນ ແລະ ມີປະໂຫຍດຫຼາຍ ໃຫ້ແກ່ຜູ້ນິຍົມທ່ອງທ່ຽວ ແລະ ຄົ້ນຫາຄືຂ້າພະເຈົ້າ. ບັນດາບົດຂຽນໄດ້ພັນລະນາຢ່າງຈະແຈ້ງບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງຫຼາຍປະເທດ. ເມື່ອອ່ານບົດຂຽນດັ່ງກ່າວແລ້ວ, ຂ້າພະເຈົ້າກໍ່ຢາກມາຢ້ຽມຢາມສະຖານທີ່ເຫຼົ່ານັ້ນໃນທັນທີ. ຂໍຂອບໃຈພວກເພື່ອທີ່ໄດ້ມີບັນດາບົດຂຽນທີ່ມ່ວນໆເພື່ອແນະນຳໃຫ້ແກ່ທ່ານຜູ້ຟັງ
***
ສ່ວນເພື່ອນ ພັນນີ ຢູ່ນະຄອນຫລວງ ວຽງຈັນ ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າໄດ້ຮັບຮູ້ວ່າ ຫວ່າງແລ້ວນີ້, ຫວຽດນາມ ໄດ້ຈັດຕັ້ງພິທີມອບຮັບບາງອຸປະກອນການແພດຈຳນວນໜຶ່ງໃຫ້ ລາວ ເພື່ອຊ່ວຍ ລາວ ປະຕິບັດບົດບາດເປັນປະທານ ອາຊຽນ 2016 ເປັນຢ່າງດີ. ຂ້າພະເຈົ້າຢາກຮູ້ແຈ້ງກ່ວາ ກ່ຽວກັບບັນດາອຸປະກອນໜູນຊ່ວຍ ລາວ ໃນຄັ້ງນີ້ໄດ້ບໍ, ຂໍຂອບໃຈລາຍການ.”
(ພາບປະກອບ)
ເພື່ອນ ພັນນີ ທີ່ຮັກແພງ, ພວກເຮົາຂໍຂອບໃຈເພື່ອນທີ່ມີຄວາມສົນໃຈຕໍ່ບັນຫານີ້. ວັນທີ 9/3, ຢູ່ດ່ານສາກົນ ເກົ່າແຈວ, ແຂວງ ຮ່າຕິ້ງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີມອບຮັບບັນດາອຸປະກອນ ເພື່ອຊ່ວຍລາວປະຕິບັດບົດບາດເປັນປະທານຜັດປ່ຽນ ອາຊຽນໃນປີ 2016. ບັນດາອຸປະກອນມອບຮັບໃນຄັ້ງນີ້ ນອນໃນແຜນການຮ່ວມມືປີ 2016 ລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ - ລາວ, ຕາມຂໍ້ຕົກລົງນີ້, ຝ່າຍ ຫວຽດນາມຈະໜູນຊ່ວຍ ລາວຈັດຕັ້ງບັນດາກອງປະຊຸມປ້ອງກັນຊາດໃນປີທີ່ ລາວຮັບບົດບາດເປັນປະທານ ອາຊຽນ 2016. ຕາມນັ້ນແລ້ວ, ບັນດາອຸປະກອນໄດ້ຊ່ວຍໃນຄັ້ງນີ້ ລວມມີ: ລົດໂຮງໝໍ 4 ຄັນ; ເຄື່ອງຄອມພິວເຕີຕັ້ງໂຕະ 5 ຊຸດ, Laptop 5 ຊຸດ; ເຄື່ອງແທກຫົວໃຈມືຖື 2 ເຄື່ອງ; ເຄື່ອງເອໂກມືຖື 2 ເຄື່ອງ; 2 ເຄື່ອງກວດສານຜິດໃນອາຫານ ພ້ອມກັບອຸປະກອນ ສຳຮອງອື່ນໆອີກ.
***
. ແລະໃນອີແມວສົ່ງມາລາຍການ, ເພື່ອນ ຮ່ວາງວັນເຈື່ອງ ພວມເຮັດວຽກຢູ່ສານປະຊາຊົນສູງສຸດ ຫວຽດນາມ ຂຽນວ່າ: ສະບາຍດີບັນດາອ້າຍເອື້ອຍໃນລາຍການພາກພາສາລາວວິທະຍຸກະຈາຍສຽງ ຫວຽດນາມ vov5. ຂ້າພະເຈົ້າແມ່ນຜູ້ຟັງຄົນໃໝ່, ຂ້າພະເຈົ້າໄດ້ຮັບຟັງ ແລະ ອ່ານຂ່າວໃນເວັບໄຊ vovworld.vn ຂອງລາຍການພາກພາສາລາວ, ຂ້າພະເຈົ້າເຫັນວ່າ ຂ່າວ, ບົດມີຄວາມອຸດົມສົມບຸນ ແລະ ຫລາຍຮູບຫລາຍແບບທີ່ສຸດ ທັງດ້ານເນື້ອໃນ ແລະ ຮູບການ ເຊິ່ງໄດ້ແນະນຳທຸກຂົງເຂດເຊັ່ນເສດຖະກິດ - ການເມືອງ, ວັດທະນະທຳ, ສັງຄົມ ກໍ່ຄືຂ່າວສາກົນ. ໂດຍແມ່ນຜູ້ຟັງໃໝ່ຂອງລາຍການ ຂ້າພະເຈົ້າຢາກຮູ້ແຈ້ງກ່ວາອີກ ກ່ຽວກັບເວລາອອກອາກາດຂອງລາຍການ, ເພື່ອສ້າງຄວາມສະດວກໃຫ້ຂ້າພະເຈົ້າໃນການຕິດຕາມລາຍການ, ຂໍຂອບໃຈ.
ເພື່ອນ ເຈື່ອງ ທີ່ຮັກແພງ! ລາຍການ ກະຈາຍສຽງພາກພາສາລາວອອກອາກາດໃນລະບົບ AM ຄື້ນ 7285 KHz ເວລາ 18 ໂມງ - 19 ໂມງ; ແລະ ຄື້ນ 1242 KHz ໃນເວລາ 20 ໂມງ 30 - 21 ໂມງ 30. ນອກນັ້ນຍັງອອກອາກາດລະບົບ FM ຄື້ນ 105,5 MHz ໃນເວລາ 14 ໂມງ - 14 ໂມງ 30 ເພື່ອຮັບໃຊ້ໃຫ້ແກ່ວົງຄະນາຍາດຊາວລາວທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ ແລະຊາວຫວຽດນາມຮູ້ພາສາລາວ. ກໍ່ສາມາດຮັບຟັງໄດ້ຢູ່ຮ່າໂນ້ຍ, ກວາງນິງ, ນະຄອນໂຮ່ຈີມິນ ແລະ ບັນດາເຂດອ້ອມຂ້າງ. ເພື່ອຢາກຮູ້ລະອຽດ ເຊີນເພື່ອນເຂົ້າເວັບໄຊ vovworld - ສ່ວນແນະນຳດ້ວຍພາສາ ລາວ.
+++
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov@yahoo.com, laovov5@gmail.com