(VOVWORLD) - ໃນອາທິດຜ່ານມາ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 21 ສະບັບຈາກທ່ານຜູ້ຟັງລາວ.
ໃນຈຳນວນຈົດໝາຍເກືອບ 500 ສະບັບຂອງທ່ານຜູ້ຟັງທີ່ມາຈາກ 33 ປະເທດ ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາ, ມີຜູ້ຟັງໜຶ່ງຂອງ ສ.ເກົາຫຼີ ໄດ້ສົ່ງຈົດໝາຍດ້ວຍເນື້ອໃນທີ່ວ່າ: “ລາຍການກະຈາຍສຽງຂອງ VOV5 ບໍ່ພຽງແຕ່ມີເນື້ອໃນທີ່ຈັບອົກຈັບໃຈເທົ່ານັ້ນ, ບັນດາຂໍ້ມູນໄດ້ຈັດສະຫຼັບຢູ່ໃນບົດກໍມີຄວາມເໝາະສົມ, ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈໄດ້ງ່າຍຂຶ້ນ”.
ໃນອາທິດຜ່ານມາ, ມີຜູ້ຟັງລາວຫຼາຍທ່ານໄດ້ຄອມເມັ້ນໃນຂ່າວກ່ຽວກັບສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ ປີ 2025 ທີ່ໄດ້ເອົາລົງໃນເວັບໄຊ vovworld.vn. ບັນດາຜູ້ຟັງລາວ ຮູ້ສຶກມີຄວາມພາກພູມໃຈເມື່ອວາດຟ້ອນ, ສຽງເພງຂອງລາວ ໄດ້ແນະນຳໄປເຖິງມະຫາຊົນ ຫວຽດນາມ.
ໃນຂະນະນັ້ນ, ເພື່ອນ ກ່ຽວໝີ ຢູ່ຮ່າໂນ້ຍ ແບ່ງປັນວ່າ: “ສັບປະດາວັດທະນະທຳລາວ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຂ້າພະເຈົ້າ. ຂ້າພະເຈົ້າເຫັນວ່າ ວັດທະນະທຳລາວ ມີຄວາມເປັນເອກະລັກ ແລະ ຫຼາກຫຼາຍສີສັນ. ເຂົາເຈົ້າຟ້ອນງາມຫຼາຍ”.
ສ່ວນທ່ານ ເຈິ່ນຟອງ, ອະດີດທະຫານອາສາສະໝັກ ຫວຽດນາມ ຊ່ວຍເຫຼືອ ລາວ, ແບ່ງປັນວ່າ: “ໃນລາຍການມີບົດເພງຍ້ອງຍໍສັນລະເສີນທະຫານອາສາສະໝັກ. ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈ ເມື່ອໄດ້ຫວນຄືນຊຸມວັນເດືອນປີຕໍ່ສູ້ຢ່າງອົງອາດກ້າຫານ, ແຕ່ກໍຮູ້ສຶກເຈັບປວດ ຄິດຮອດບັນດາເພື່ອນຮ່ວມກົມກອງທີ່ໄດ້ເສຍສະຫຼະຊີວິດຢູ່ດິນແດນລາວ”.
ສືບຕໍ່ລາຍການ, ພວກຂ້າພະເຈົ້າຂໍແນະນຳກ່ຽວກັບ ດອນ ຈົ໊ງໝາຍ ຢູ່ ຮະລອງ ຕາມຄຳຮຽກຮ້ອງຂອງເພື່ອນ ດາລາວັນ ຢູ່ ຄຳມ່ວນ.
ດອນ ຈົ໊ງໝາຍ ສັນຍາລັກຂອງ ຮະລອງ |
ດອນ ຈົ໊ງໝາຍ ຫຼືຍັງເອີ້ນວ່າ ດອນ ຢາຈ້ອຍ, ຕັ້ງຢູ່ໃກ້ ດອນ ດິງເຮືອງ, ທາງທິດຕາເວັນຕົກສ່ຽງໃຕ້ຂອງ ອ່າວ ຮະລອງ. ດອນ ຈົ໊ງໝາຍ ໄດ້ຮັບຖືວ່າເປັນສັນຍາລັກຂອງອ່າວ ຮະລອງ. ຈຸດພິເສດຂອງດອນນີ້ ແມ່ນຢູ່ຮູບຮ່າງທີ່ມີຄວາມເປັນເອກະລັກ, ເຊິ່ງເປັນຮູບໄກ່ໂຕຜູ້ໜຶ່ງໂຕ ແລະ ໄກ່ໂຕແມ່ໜຶ່ງໂຕ. ຕາມເທບນິຍາຍທີ່ໄດ້ເລົ່າຂານກັນມາແລ້ວ, ເມື່ອຄົນ ຫວຽດນາມ ຫາກໍສ້າງຕັ້ງປະເທດ ແລະ ຕ້ອງຕີຖອຍກຳລັງສັດຕູຜູ້ຮຸກຮານ ໂດຍໄດ້ຮັບການຊ່ວຍເຫຼືອຈາກ ມັງກອນໂຕແມ່ ແລະ ຝູງມັງກອນລູກ, ພາຍຫຼັງໄດ້ຮັບໄຊຊະນະ, ຝູງມັງກອນດັ່ງກ່າວຕັດສິນໃຈຢູ່ຕໍ່ໂລກມະນຸດ. ເທບພະເຈົ້າ ງອັກຮວ່າງ ກໍເລີຍສັ່ງໃຫ້ໄກ່ຜູ້ຄູ່ໜຶ່ງລົງໄປເອີ້ນຝູງມັງກອນກັບຄືນເມືອຟ້າ. ແຕ່ວ່າ, ບໍ່ບັນລຸໄດ້ເປົ້າໝາຍ, ເພາະສັ່ງຫຼົງ ເປັນໄກ່ຜູ້ໂຕໜຶ່ງ ແລະ ໄກ່ແມ່ໂຕໜຶ່ງ. ແທນທີ່ເຂົາເຈົ້າຈະໄປປະຕິບັດໜ້າທີ່, ແຕ່ພັດຖືກຫຼົງໄຫຼກັບຄວາມງາມຂອງທິວທັດທຳມະຊາດ ແລະ ຮັກກັນຢູ່ທີ່ນັ້ນ. ເຂົາເຈົ້າລືມໜ້າທີ່ຂອງຕົນ ແລະ ສຸດທ້າຍໄດ້ກາຍເປັນຫີນຢູ່ດອນຫີນດັ່ງກ່າວ. ດອນ ຈົ໊ງໝາຍ ບໍ່ພຽງແຕ່ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງເທົ່ານັ້ນ ຫາກຍັງແມ່ນສັນຍາລັກສຳຄັນຂອງອ່າວ ຮະລອງ ແລະ ທັງ ຫວຽດນາມ ອີກດ້ວຍ. ດອນ ຈົ໊ງໝາຍ ຍັງສະແດງຄວາມຮັກ ແລະ ຄວາມເອກອ້າງທະນົງໃຈຂອງປະຊາຊົນ ຫວຽດນາມ ຕໍ່ກັບມໍລະດົກທຳມະຊາດລະດັບໂລກອີກດ້ວຍ. ພິເສດ, ນີ້ແມ່ນສັນຍາລັກຂອງສາຍສຳພັນລະຫວ່າງມະນຸດ, ດິນຫີນ ກັບທະເລ.
ກ່ອນຈະສິ້ນສຸດລາຍການມື້ນີ້, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ຄຳຕັນ ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນຖາມວ່າ “ຂ້າພະເຈົ້າໄດ້ຮັບຊາບວ່າ ບຸນວິສາຂະບູຊາ ປີ 2025, ພູ ບ່າແດນ, ຢູ່ ເຕີຍນິງ ແມ່ນສະຖານທີ່ຈັດວັນບຸນ Vesak ສປຊ ອັນໄດ້ດຶງດູດແຂກທ່ອງທ່ຽວ ແລະ ພຸດທະສາສະນິກກະຊົນນັບໝື່ນຄົນ. ເປັນຫຍັງ ພູ ບ່າແດນ ຈຶ່ງໄດ້ເອີ້ນວ່າແມ່ນ ພູສັກສິດ?”
ພູ ບ່າດແດນ ໄດ້ເອີ້ນວ່າແມ່ນ “ພູສັກສິດ”, ເພາະວ່າ ນີ້ບໍ່ພຽງແຕ່ແມ່ນສະຖານທີ່ທີ່ຕິດພັນກັບນິທານກ່ຽວກັບ ລິງເຊີນແທັງເໝົາ - ເທວະດາຜູ້ກັນຊີບອຸປະຖຳຄ້ຳຊູອົງສັກສິດທີ່ຊາວພາກໃຕ້ ຫວຽດນາມ ໄດ້ເລົ່າຂານກັນມາແຕ່ 300 ປີກ່ອນເທົ່ານັ້ນ, ຫາກຍັງແມ່ນໜຶ່ງໃນຈຳນວນບັນດາສະຖານທີ່ທີ່ມີດັດຊະນີ Bovis ສູງທີ່ສຸດ, ເຊິ່ງເປັນດັດຊະນີສະແດງໃຫ້ເຫັນລະດັບສູງ ຫຼື ຕ່ຳຂອງພະລັງຊີວິດໃນຮ່າງກາຍຂອງຄົນ, ສັດສາວາສິ່ງ ພຶກສາ ແລະ ເຂດດິນ, ສິ່ງແວດລ້ອມອີກດ້ວຍ. ນັກຄົ້ນຄວ້າຫຼາຍທ່ານຖືວ່າ ພູ ບ່າແດນ ແມ່ນຈອມພູທີ່ມີທີ່ຕັ້ງພິເສດທາງດ້ານຮວງຈຸ້ຍ. ພູ ບ່າແດນ ແມ່ນເຂດດິນທີ່ມີພະລັງອັນສັກສິດເປັນພິເສດ ຍ້ອນວ່າ ນີ້ແມ່ນພູໜຶ່ງດຽວຢູ່ເຂດທົ່ງພຽງທີ່ກວ້າງໃຫຍ່ໄພສານ ແລະ ອຸດົມຮັ່ງມີຂອງພາກໃຕ້. ຢູ່ຈອມພູມີລະບົບບັນດາກິດຈະກຳທາງດ້ານຈິດວິນຍານທີ່ໃຫຍ່ໂຕມະໂຫຖານ, ດ້ວຍຮູບປັ້ນ ພະແມ່ກວານອິມໃຫຍ່ສູງທີ່ສຸດໃນອາຊີ, ສູນວາງສະແດງພຸດທະສາສະໜາທີ່ເປັນເອກະລັກ ແລະ ສະໜາມຫຼວງທີ່ກວ້າງໃຫຍ່, ຢືນຢູ່ນີ້ສາມາດແນມເຫັນທົ່ວເຂດທົ່ງພຽງທີ່ຂຽວອຸ່ມທຸ່ມ. ເພາະສະນັ້ນ, ແຕ່ລະປີ, ມີແຂກທ່ອງທ່ຽວ ແລະ ພຸດທະສາສະນິກກະຊົນຫຼາຍຄົນ ໄດ້ມາຍັງພູ ບ່າແດນ ເພື່ອຮັບເອົາພະລັງວັງຊາອັນສັກສິດຂອງເຂດດິນແດນດັ່ງກ່າວ, ຖະຫວາຍທູບທຽນສວດມົນພາວະນາ ແລະ ກາບໄຫວ້ບູຊາພະແມ່ກວານອິມ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ
laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn.