(vovworld) - ຕອນເຊົ້າວັນທີ 31/7, ຕາມເວລາຂອງຫວຽດນາມ, ທ່ານປະທານປະເທດ Truong Tan Sang ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບເມືອຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສະຫະພັນລັດເຊຍເປັນທາງການແຕ່ວັນທີ 26-30/7 ຕາມຄຳເຊື້ອເຊີນຂອງປະທານາທິບໍດີລັດເຊຍ Vladimir Putin ຢ່າງຈົບງາມ ດ້ວຍຜົນງານອັນລະອຽດຫຼາຍຢ່າງ, ການຢ້ຽມຢາມໄດ້ເປັນຂີດຫມາຍ ແລະ ກຳລັງໜູນທີ່ສຳຄັນ ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານຫວຽດນາມ - ສະຫະພັນລັດເຊຍປະກົດຜົນເປັນຈິງ.
ທ່ານປະທານປະເທດ Truong Tan Sang ແລະ ປະທານາທິບໍດີລັດເຊຍ Vladimir Putin
(ພາບ: google.com.vn)
ການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການຂອງປະທານປະເທດຫວຽດນາມ Truong Tan Sang ໃນຄັ້ງນີ້ ໄດ້ຮັບຖືວ່າ ແມ່ນຈຸດເວລາທີ່ສຳຄັນ ເພື່ອໃຫ້ສອງຝ່າຍສ້າງການພັດທະນາໃໝ່, ນຳການພົວພັນລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ຂຶ້ນສູ່ລະດັບສູງໃໝ່.
ເປັນຄັ້ງທຳອິດທີ່ການເຈລະຈາຂັ້ນສູງລະຫວ່າງປະມຸກລັດສອງທ່ານໄດ້ດຳເນີນໄປໃນສຳນັກງານຂອງປະທານາທິບໍດີ Putin ຢູ່ນະຄອນທະເລ Sochi. ນີ້ແມ່ນເຫດການພິເສດ, ທີ່ບໍ່ເຄີຍມີມາໃນການຢ້ຽມຢາມຂັ້ນສູງໃນເມື່ອກ່ອນ, ອັນໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈພິເສດ ແລະ ອາລົມຈິດອັນສະໜິດສະໜົມຂອງປະທານາທິບໍດີລັດເຊຍທີ່ສະຫງວນໃຫ້ແກ່ປະທານປະເທດຫວຽດນາມ. ລັດເຊຍໄດ້ຈັດຫວຽດນາມໃນກຸ່ມປະເທດຄູ່ຮ່ວມມືທີ່ສຳຄັນຢູ່ອາຊີ - ປາຊີຝິກ, ຖັດຈາກຈີນ ແລະ ທຽບເທົ່າກັບອິນເດຍ. ສິ່ງດັ່ງກ່າວໄດ້ຮັບການຢັ້ງຢືນຈາກປະທານາທິບໍດີລັດເຊຍ Putin ພາຍຫຼັງການເຈລະຈາກັບປະທານປະເທດ Truong Tan Sang.
”ການພົວພັນລະຫວ່າງລັດເຊຍ - ຫວຽດນາມ ແມ່ນມີມາແຕ່ດົນນານ, ປະຊາຊົນສອງປະເທດພວກເຮົາໄດ້ມີການພົວພັນອັນສະໜິດສະ ໜົມນຳກັນມາແຕ່ດົນນານແລ້ວ. ແລະ ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ພວກເຮົາພັດທະນາສາຍພົວພັນໃນປະຈຸບັນ. ປະຈຸບັນສາຍພົວພັນຂອງພວກເຮົາໄດ້ຮັບການພັດທະນາໃນທຸກຂົງເຂດ. ປີຜ່ານມາ, ວົງເງິນແລກປ່ຽນສິນຄ້າລະຫວ່າງສອງປະເທດບັນລຸກວ່າ 3 ຕຶ້ USD ພວກເຮົາມີໂຄງການໃຫຍ່ທີ່ສຳຄັນຫຼາຍໂຄງການສຳລັບທັງສອງປະເທດ”
ໂດຍກຳນົດວ່າ ການພົວພັນທາງດ້ານເສດຖະກິດ ການຄ້າແມ່ນໜຶ່ງໃນບັນດາພາກສ່ວນສຳຄັນທີ່ສຸດໃນສາຍພົວພັນຮ່ວມມືຮອບດ້ານທັງໝົດລະຫວ່າງຫວຽດນາມ - ສະຫະພັນລັດເຊຍ, ດັ່ງນັ້ນເມື່ອກ່າວຄວາມເຫັນຕໍ່ໜ້ານັກທຸລະກິດຫວຽດນາມ - ສະຫະພັນລັດເຊຍນັບຮ້ອຍຄົນທີ່ເວທີປາໄສວິສາຫະກິດ, ທ່ານປະທານປະເທດ Truong Tan Sang ໄດ້ເນັ້ນໜັກເປັນພິເສດເຖິງເລື່ອງວິສາຫະກິດສອງປະເທດຄວນມີບັນດາມາດຕະການທີ່ມີລັກສະນະບຸກທະລຸ ເພື່ອນຳການພົວພັນທາງດ້ານເສດຖະກິດ ການຄ້າພັດທະນາໃຫ້ເໝາະສົມກັບການພົວພັນທາງດ້ານການເມືອງທີ່ຈົບງາມ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ. ສຳລັບ ທາງຝ່າຍຫວຽດນາມ, ທ່ານປະທານປະເທດ Truong Tan Sang ຢັ້ງຢືນວ່າ, ຍາມໃດຕະຫຼາດຫວຽດນາມກໍ່ເປີດປະຕູແລະສ້າງເງື່ອນໄຂໃຫ້ບັນດານັກລົງທຶນສະຫະພັນລັດເຊຍເຂົ້າມາລົງທຶນ.
“ລັດຖະບານ ຫວຽດນາມ ຖືເປັນສຳຄັນ, ສົ່ງເສີມ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ, ບັນດາວິສາຫະກິດສະຫະພັນລັດເຊຍ, ຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດເສດຖະກິດ, ພິເສດໃນບັນດາຂົງເຂດທີ່ເປັນມູນເຊື້ອຄື: ການຄ້າ, ນ້ຳມັນອາຍແກສ, ພະລັງງານ, ຂຸດຄົ້ນແຮ່ທາດ, ວິທະຍາສາດເຕັກນິກ ແລະ ເຕັກໂນໂລຊີ, ສຶກສາບຳລຸງສ້າງ, ການທ່ອງທ່ຽວ, ແຮງງານ… ຫວຽດນາມ ຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາກຸ່ມບໍລິສັດ ແລະ ບໍລິສັດຂອງສະຫະພັນລັດເຊຍ ເລືອກເຟັ້ນຫວຽດນາມ ແມ່ນສະຖານທີ່ຍຸດທະສາດໃນການເປີດກວ້າງການເຄື່ອນໄຫວ ແລະ ຮ່ວມມືເສດຖະກິດ ລະຫວ່າງບັນດາວິສາຫະກິດສະຫະພັນລັດເຊຍ ກັບ ຫວຽດນາມ ກໍຄື ກັບພາກພື້ນອາຊຽນ.”
ພ້ອມກັບຖະແຫລງການຮ່ວມ ລະຫວ່າງ ຫວຽດນາມ ແລະ ລັດເຊຍ, ເອກະສານ 7 ສະບັບທີ່ໄດ້ຮັບການລົງນາມໃນການຢ້ຽມຢາມຄັ້ງນີ້ສະແດງໃຫ້ເຫັນ ຄວາມໄວ້ເນື້ອເຊື່ອໃຈພິເສດໃນດ້ານການເມືອງລະຫວ່າງສອງປະເທດ. ນັ້ນແມ່ນຄວາມຕັດສິນໃຈຍົກວົງເງິນການຄ້າສອງສົ້ນໃຫ້ຂຶ້ນເຖິງ 5 ຕື້ USD ໃນປີ 2015, ໃຫ້ຄຳໝັ້ນສັນຍາກໍ່ສ້າງໂຮງງານໄຟຟ້ານິວເຄຼຍແຫ່ງທຳອິດ, ກໍ່ສ້າງສູນວິທະຍາສາດ ແລະ ເຕັກໂນໂລຊີນິວເຄຼຍ ຢູ່ ຫວຽດນາມ ຫລືສ້າງຕັ້ງມະຫາວິທະຍາໄລເຕັກໂນໂລຊີ ຫວຽດນາມ ລັດເຊຍ ຢູ່ ຮ່າໂນ້ຍໂດຍໄວ. ລັດເຊຍໃຫ້ຄຳໝັ້ນສັນຍາເອົາໃຈໃສ່ເປັນພິເສດເຖິງການບຳລຸງສ້າງ ດ້ານປ້ອງກັນຊາດໃຫ້ແກ່ຫວຽດນາມ. ສອງຝ່າຍຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດສຳຫລວດຂຸດ ຄົ້ນນ້ຳມັນອາຍແກສຢູ່ໄຫລ່ທະວີບຂອງຫວຽດນາມ, ສອດຄອ່ງກັບກົດໝາຍສາກົນ.
ໃນບັນດາບັນຫາສາກົນ, ຫວຽດນາມ ແລະ ລັດເຊຍ ມີທັດສະນະເຊັ່ນດຽວກັນໃນຫລາຍບັນຫາ. ການນຳສອງປະເທດ ຫວຽດນາມ ແລະ ລັດເຊຍ ລ້ວນແຕ່ສະຫນັບສະຫນູນຕໍ່ເລື່ອງສ້າງຕັ້ງອົງປະກອບຄວາມໝັ້ນຄົງ ຮ່ວມມືຢ່າງກົງໄປກົງມາ, ສະເໝີພາບ ແລະ ເປີດເຜີຍ ຢູ່ ພາກພື້ນ ອາຊີ - ປາຊີຟີກ ໂດຍອີງໃສ່ບັນດາຫລັກການຂອງກົດໝາຍສາກົນ ແລະ ຄິດໄລ່ເຖິງສິດຜົນປະໂຫຍດອັນຊອບທຳຂອງທຸກຝ່າຍ. ລັດເຊຍ ແລະ ຫວຽດນາມ ລ້ວນແຕ່ຖືວ່າ: ການພິພາດຜືນແຜນດິນ ແລະ ການພິພາດອື່ນ ຢູ່ ອາຊີ ປາຊີຟີກ ຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບໍ່ນຳໃຊ້ກຳລັງອາວຸດ ຫລືນາບຂູ່ນຳໃຊ້ກຳລັງອາວຸດ ບົນພື້ນຖານກົດໝາຍສາກົນທີ່ພວມບັງຄັບໃຊ້ໃນປະຈຸບັນ, ເປັນຕົ້ນແມ່ນກົດບັດສະຫະປະຊາສາດ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982. ສອງຝ່າຍສະຫນັບສະຫນູນການປະຕິບັດຖະແຫລງການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (DOC) ແລະ ກ້າວໄປເຖິງການສ້າງຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC).
ການຢ້ຽມຢາມລັດເຊຍຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ Truong Tan Sang ແມ່ນການເຄື່ອນໄຫວແລກປ່ຽນການຢ້ຽມຢາມຂັ້ນສູງຕາມທຳນຽມຂອງການພົວພັນ ສອງຝ່າຍ, ແຕ່ນີ້ເປັນຄັ້ງທຳອິດທີ່ປະທານປະເທດ Truong Tan Sang ແລະ ປະທານາທິບໍດີ V Putin ພົບປະກັນໃນຖານະແມ່ນປະມຸກລັດສອງປະເທດ. ສິ່ງດັ່ງກ່າວມີຄວາມໝາຍທາງດ້ານການເມືອງທີ່ພົ້ນເດັ່ນໃນການ ພົວພັນລະຫວ່າງສອງປະເທດໃນໄລຍະໃຫມ່. ດ້ວຍບັນດາໝາກຜົນລະອຽດທີ່ບັນລຸໄດ້ນັ້ນ, ການພົວພັນຄູ່ຮ່ວມມືຍຸດທະສາຮອບດ້ານ ຫວຽດນາມ - ລັດເຊຍ ພວມພັດທະນາຢ່າງແທດຈິງ ແລະ ນັບມື້ນັບເລິກເຊິ່ງຕາມທິດໝັ້ນຄົງ./