ສື່ມວນຊົນອາເມລິກາຖືວ່າເລື່ອງຢຸດຕິການເຄື່ອນໄຫວ USAID ຢູ່ລັດເຊຍຈະສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງສອງປະເທດ
(ພາບ: sggp.org.vn)
(vovworld) - ນັບແຕ່ວັນທີ 1/10, ອົງການພັດທະນາສາກົນອາເມລິກາ (USAID) ໄດ້ຖອນເຈົ້າໜ້າທີ່ທັງໝົດຂອງຕົນອອກຈາກເຂດດິນແດນລັດເຊຍ ຢ່າງເປັນທາງການ, ຢຸດຕິພາລະໜ້າທີ່ຂອງຕົນຢູ່ລັດເຊຍເປັນເວລາ 20ປີ, ຕາມຄວາມຮຽກຮ້ອງຂອງມົດສະກູ. ເຖິງວ່າວໍຊິງຕັນໄດ້ຢັ້ງຢືນວ່າການອັດປະຕູ USAID ຢູ່ລັດເຊຍ ຈະບໍ່ສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງອາເມລິກາ - ລັດເຊຍກໍ່ຕາມ, ແຕ່ຕາມວົງການນັກໄຈ້ແຍກແລ້ວ, ຂໍ້ຕົກລົງດັ່ງກ່າວໄດ້ເປັນສິ່ງທີ່ກີດຂວາງຂະບວນວິວັດແຫ່ງການປັບປຸງການພົວພັນລະຫວ່າງສອງປະເທດນີ້.
USAID ໂດຍລັດຖະບານອາເມລິກາສ້າງຕັ້ງຂຶ້ນເມື່ອປີ 1961, ອົງການນີ້ຮັບຜິດຊອບບັນຫາຊ່ວຍເຫຼືອພົນລະເຮືອນຕ່າງປະເທດ, ແນໃສ່ໜູນຊ່ວຍການພັດທະນາເສດຖະກິດ, ສາທາລະນະສຸກ, ຊ່ວຍເຫຼືອມະນຸດສະທຳຢ່າງຮີບດ່ວນ ແລະ ສະກັດກັ້ນການປະທະກັນຢູ່ 100 ກວ່າປະເທດໃນໂລກ. USAID ເປີດຫ້ອງການຢູ່ມົດສະກູ ນັບແຕ່ປີ 1992. ໃນປີການເງິນ 2012, ອົງການນີ້ໄດ້ຊ່ວຍເຫຼືອໃຫ້ລັດເຊຍດ້ວຍຈຳນວນເງິນປະມານ 2,7 ຕຶ້ໂດລາສະຫະລັດ. ໃນຊຸມປີ 1990, ໂຄງການນີ້ເອົາໃຈໃສ່ເປັນພິເສດເຖິງການຊ່ວຍເຫຼືອລັດເຊຍ ຫັນຈາກພື້ນຖານເສດຖະກິດລວມສູນ ໂດຍລັດຄຸ້ມຄອງ ໄປສູ່ພື້ນຖານເສດຖະກິດການຕະຫຼາດ. ແຕ່ໃນ 1 ທົດສະວັດຜ່ານມາ, ຈຳນວນເງິນຊ່ວຍເຫຼືອພັດສະຫງວນໃຫ້ແກ່ບັນດາອົງການຈັດຕັ້ງສິດທິມະນຸດ ແລະ ປັບປຸງສັງຄົມພົນລະເຮືອນລັດເຊຍ. USAID ສະໜອງເງິນສ່ວນຫຼາຍໃຫ້ແກ່ Golos, ເຊິ່ງແມ່ນອົງການກວດບັດເອກະລາດໜຶ່ງດຽວຢູ່ລັດເຊຍ.
ກະຊວງການຕ່າງປະເທດລັດເຊຍ ໄດ້ປະກາດຂໍ້ຕົກລົງອັດປະຕູຫ້ອງການ USAID ນັບແຕ່ວັນທີ 18/9, ດ້ວຍການອະທິບາຍວ່າ ອົງການນີ້ໄດ້ຊອກຫາວິທີສົ່ງຜົນສະທ້ອນເຖິງວິວັດທະນາການທາງດ້ານການເມືອງ, ບັນດາຂໍ້ກຳນົດ, ກົດລະບຽບສັງຄົມພົນລະເຮືອນ ແລະ ການເລືອກຕັ້ງທຸກຂັ້ນ ຜ່ານການຈັດແບ່ງບ້ວງເງິນຊ່ວຍເຫຼືອ. ມົດສະກູ ຢືນຢັນວ່າ ສັງຄົມພົນລະເຮືອນຢູ່ລັດເຊຍໄດ້ເຕີບໃຫຍ່ ແລະ ບໍ່ຕ້ອງການໄດ້ຮັບການຊີ້ນຳຈາກພາຍນອກ. ຕາມໝາກຜົນແຫ່ງການສຳຫຼວດຫາງສຽງລັດເຊຍແລ້ວ, ພາຍຫຼັງທີ່ລັດຖະບານຕົກລົງຢຸດຕິການເຄື່ອນໄຫວຂອງ USAID ໃນດິນແດນຂອງປະເທດນີ້, ໄດ້ມີກວ່າ 75% ຄວາມເຫັນ ແມ່ນເຫັນດີຕໍ່ຂໍ້ຕົກລົງດັ່ງກ່າວ ແລະ ຖືວ່າຂໍ້ຕົກລົງນີ້ມີຜົນປະໂຫຍດໃຫ້ແກ່ປະເທດຊາດ. ດັ່ງນັ້ນ, ຕາມວົງການນັກໄຈ້ແຍກດ້ານການເມືອງຢູ່ລັດເຊຍແລ້ວ, ຂໍ້ຕົກລົງຂອງມົດສະກູກ່ຽວກັບເລື່ອງຢຸດຕິການເຄື່ອນໄຫວຂອງ USAID ໃນດິນແດນລັດເຊຍແມ່ນທັນການ ແລະ ມີພື້ນຖານຢ່າງສົມບູນ.
ໃນຂະນະນັ້ນ. ຂໍ້ຕົກລົງອັດປະຕູ USAID ຂອງມົດສະຕູ ໄດ້ກໍ່ໃຫ້ເກີດການຄັດຄ້ານຈາກວົງການການເມືອງ ແລະ ໂທລະຄົມອາເມລິກາ. ກະຊວງການຕ່າງປະເທດອາເມລິກາ ຖະແຫຼງວ່າ ”ອາເມລິກາຮູ້ສຶກເສຍດາຍ” ພ້ອມທັງປະຕິເສດທັດສະນະທີ່ຖືວ່າ USAID ແຊກແຊງເຂົ້າຊີວິດທາງດ້ານການເມືອງຢູ່ລັດເຊຍ. ສະມາຊິກສະພາສູງພັກສາທາລະນະລັດອາເມລິກາ John McCain ໄດ້ຖືວ່າ ການກະທຳນີ້ຂອງລັດເຊຍ ໄດ້ລະເມີດເຖິງອຳນາດການປົກຄອງຂອງປະທານາທິບໍດີ Barack Obama. ສ່ວນໜັງສືພິມ, ຂ່າວສານສຳຄັນອື່ນໆຂອງອາເມລິກາ ກໍ່ຖືວ່າ ຂໍ້ຕົກລົງຢຸດຕິການເຄື່ອນໄຫວຂອງ USAID ຢູ່ລັດເຊຍ ແມ່ນບາດກ້າວຖອຍຫຼັງໃນການພົວພັນລະຫວ່າງລັດເຊຍ - ອາເມລິກາ, ອັນໄດ້ທຳລາຍທຸກຄວາມມານະພະຍາຍາມຂອງປະທານາທິບໍດີ Obama ໃນການເຊື່ອມຕໍ່ການພົວພັນກັບລັດເຊຍ ໃນຕະຫຼອດໄລຍະຜ່ານມາ.
ຄວາມຈິງແລ້ວ, ຂໍ້ຕົກລົງດັ່ງກ່າວບໍ່ຂຶ້ນກັບແຜນການປະຕິຮູບດ້ານການເມືອງຂອງປະທານາທິບໍດີລັດເຊຍ V. Putin ພາຍຫຼັງທີ່ທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຄືນໃໝ່. ໃນການຫາສຽງເລືອກຕັ້ງ, ທ່ານ V. Putin ໄດ້ຍົກອອກຮູບພາບປະເທດລັດເຊຍ ພວມຖືກຂົ່ມຂູ່ຈາກຝ່າຍຕາເວັນຕົກ ແລະ ພາຍຫຼັງໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຄືນໃໝ່, ນະໂຍບາຍພົວພັນພາຍໃນ ແລະ ຕ່າງປະເທດກໍ່ອີງຕາມທັດສະນະດັ່ງກ່າວ. ເມື່ອກັບຄືນສູ່ວັງ Kremli ໃນເດືອນ 5/2012, ທ່ານ V. Putin ໄດ້ມີແຜນນະໂຍບາຍຍູ້ໄພຂາດສະຖຽນລະພາບທີ່ເກີດມາຈາກຂະບວນການຄັດຄ້ານຂອງຝ່າຍຕ່າງໆພາຍໃນປະເທດໃຫ້ຖອຍໄປ. ພ້ອມກັບເລື່ອງເພີ່ມທະວີບັນດາມາດຕະການປະຕິຮູບດ້ານການເມືອງ, ພ້ອມແລ້ວທີ່ຈະເຈລະຈາກັບຝ່າຍເອກະລາດ, ປະທານາທິບໍດີ V. Putin ໄດ້ຮັບຮອງເອົາກົດໝາຍສະບັບໃໝ່ກ່ຽວກັບການແຫ່ຂະບວນປະທ້ວງຢ່າງວ່ອງໄວຄື: ຍົກສູງລະດັບປັບໄໝລົງໂທດສຳຫຼັບຜູ້ແຫ່ຂະບວນປະທ້ວງ, ກໍ່ຄືຜູ້ໃສ່ຮ້າຍປ້າຍສີລັດຖະບານ, ເພີ່ມທະວີການກວດການການເຄື່ອນໄຫວຂອງບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ. ໃນຫວ່າງມໍ່ໆມານີ້, ລັດເຊຍໄດ້ຕິຕຽງອົງການຈັດຕັ້ງຕ່າງປະເທດຈຳນວນໜຶ່ງໄດ້ຊ່ວຍເຫຼືອໃຫ້ຝ່າຍຄ້ານຢູ່ພາຍໃນປະເທດ, ປຸກລຸກການໃຊ້ຄວາມຮຸນແຮງ. ຊ້ຳບໍ່ໜຳ, ປະທານາ ທິບໍດີ V. Putin ຍັງຕຳນິຕິຕຽນອາເມລິກາ ປຸກລຸກການແຫ່ຂະບວນປະທ້ວງຄັ້ງຕ່າງໆເພື່ອຕ້ານລັດຖະບານລັດເຊຍ ເມື່ອທ້າຍປີ 2011 ອີກ.
ເມື່ອຂຶ້ນກຳອຳນາດຢູ່ອາເມລິກາ, ປະທານາທິບໍດີ B. Obama ໄດ້ຊອກຫາທຸກວິທີການເພື່ອ ”ເຊື່ອມຕໍ່” ການພົວພັນກັບລັດເຊຍ ແລະ ບັນລຸໄດ້ໝາກຜົນຈຳນວນໜຶ່ງ. ເຖິງຢ່າງໃດກໍ່ຕາມ, ທັງສອງປະເທດຍັງບໍ່ລົງລາຍກັນໃນຫຼາຍບັນຫາຢູ່. ໃນສະພາບການທີ່ບັນດາຄວາມບໍ່ລົງລອຍກັນຍັງບໍ່ທັນໄດ້ຮັບການແກ້ໄຂນັ້ນ, ເລືອງມົດສະກູ ຕົກລົງຢຸດຕິການເຄື່ອນໄຫວຂອງ USAID ຈະເປັນສາຍເຫດທີ່ເຮັດໃຫ້ການພົວພັນລະຫວ່າງອາເມລິກາ - ລັດເຊຍ ນັບມື້ນັບຊຸດໂຊມ.