ທ່ານ Barack Obama ແລະ ທ່ານ Mitt Romney ໃນການໂຕ້ວາທີຄັ້ງທີ່ 2
(ພາບ:reuters)
|
ຕອນເຊົ້າວັນທີ 17/10(ຕາມເວລາຫວຽດນາມ)ທ່ານ Barack Obama ປະທານາທິບໍດີອາເມລິກາ ຄົນປະຈຸບັນ ແລະ ຄູ່ແຂ່ງທ່ານ Mitt Romney ຜູ້ອອກສະໝັກຮັບເລືອກຕັ້ງສັງກັດພັກສາທາລະນະໄດ້ພົບກັນຄືນໃໝ່ໃນການໂຕ້ວາທີໂດຍກົງທາງໂທລະພາບ. ການໂຕ້ວາທີດັ່ງກ່າວໄດ້ດຳເນີນໄປພຽງ 2 ອາທິດພາຍຫຼັງການໂຕ້ວາທີຄັ້ງທຳອິດ, ຊື່ງສຸມໃສ່ບັນດາບັນຫາພາຍໃນປະເທດອາເມລິກາ. ປະຈຸບັນ, ຄູ່ແຂ່ງທັງສອງທ່ານລ້ວນແຕ່ມີອັດຕາຜູ້ມີສິດເລືອກຕັ້ງສະໜັບສະໜູນວຸດວິດກັນໃນບັນດາການສຳຫຼວດອັດຕາສ່ວນບັດເລືອກຕັ້ງ ຊື່ງຍາກທີ່ຈະຄາດຄະເນໄດ້ວ່າໃຜຈະຍາດໄດ້ໄຊຊະນະໃນການເລືອກຕັ້ງໃນວັນທີ 6/11 ຈະມາເຖິງ.
ການໂຕ້ວາທີຄັ້ງທີ 2 ໄດ້ຮັບການຕີລາຄາວ່າດຳເນີນໄປຢ່າງຂ້ຽວຂາດກ່ວາຄັ້ງທຳອິດຊື່ງດຳເນີນໃນວັນທີ 4/10 ທີ່ຜ່ານມາ. ບັນດາເນື້ອໃນຕົ້ນຕໍໄດ້ເຕື້ອງເຖິງໃນການໂຕ້ວາທີຄັ້ງນີ້ລວມມີ: ເສດຖະກິດ, ວຽກເຮັດງານທຳ, ພະລັງງານ, ພາສີອາກອນ, ການເຂົ້າເມືອງ, ຄວບຄຸມອາວຸດ ແລະ ບັນດາບັນຫານການຕ່າງປະເທດອື່ນໆອີກ. ຕ່າງກັບຄັ້ງທຳອິດ, ຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີອາເມລິກາ ຄົນປະຈຸບັນ Barack Obama ຍາດໄດ້ທ່າເປັນເຈົ້າການຂະນະທີ່ໄດ້ເນັ້ນໜັກເຖິງຜົນງານໃນໄລຍະເວລາ 4 ປີກຳອຳນາດໄດ້ສ້າງວຽກເຮັດງານທຳໃຫ້ແກ່ 5,2 ລ້ານຄົນ, ເຕື້ອງເຖິງບັນດາບັນຫາກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນອາເມລິກາ ຄື: ການຫລຸດຜ່ອນພາສີອາກອນ, ເງິນອຸດໜູນໃຫ້ແກ່ແມ່ຍິງ, ສະຫວັດດີການສາທາລະນະສຸກ. ແຕ່ກົງກັນຂ້າມ, ຜູ້ອອກສະໝັກຮັບເລືອກຕັ້ງ Mitt Romney ກໍ່ສວຍໃຊ້ໂອກາດເພື່ອເລັ່ງໃສ່ບັນດາຈຸດອ່ອນຂອງຜູ້ອອກສະໝັກຮັບເລືອກຕັ້ງ Barack Obama ໃນຂົງເຂດການພົວພັນພາຍໃນຄື: ໜີ້ສາທາລະນະ, ນະໂຍບາຍພັດທະນາພະລັງງານ. ທ່ານ Mitt Romney ໄດ້ຕຳນິຕິຕຽນນະໂຍບາຍເສດຖະກິດບໍ່ບັນລຸປະສິດທິຜົນຂອງອຳນາດການປົກຄອງ Barack Obama ໄດ້ເຮັດໃຫ້ປະຊາຊົນ 20 ລ້ານຄົນຖືກວ່າງງານ, ພ້ອມກັນນັ້ນທ່ານໄດ້ໃຫ້ຄຳໝັ້ນໝາຍຈະສ້າງວຽກເຮັດງານທຳໃຫ້ 12 ລ້ານຄົນໃນເວລາ 4 ປີທີ່ຈະມາເຖິງຖ້າໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ. ທ່ານ Mitt Romney ຖືວ່າ: ທຳນຽບຂາວຕ້ອງຮັບຜິດຊອບຕໍ່ສະພາບເສດຖະກິດຖືກຊຸດໂຊມໃນປະຈຸບັນ ແລະ ໄດ້ຕຳນິທ່ານ Barack Obama ກ່ຽວກັບວິທີການບໍລິຫານພື້ນຖານເສດຖະກິດ, ອັນໄດ້ເຮັດໃຫ້ການຂາດດຸນງົບປະມານໄດ້ເພີ່ມຂຶ້ນຢ່າງແຮງ. ໃນຂະນະນັ້ນ, ທ່ານ Barack Obama ໄດ້ກ່າວຫາຄູ່ແຂ່ງວ່າມີຄວາມຕັ້ງໃຈເສກສັນປັ້ນແຕ່ງບັນດານະໂຍບາຍຂອງອຳນາດການປົກຄອງ, ພ້ອມທັງຢັ້ງຢືນວ່າບັນດານະໂຍບາຍໄດ້ເສີມຂະຫຍາຍປະສິດທິຜົນ. ທ່ານ Barack Obama ຖືວ່າຜູ້ຕາງໜ້າຂອງພັກສາທາລະນະລັດແມ່ນຜູ້ບໍ່ມີຄວາມຍືດໝັ້ນ ຂະນະທີ່ໄດ້ປ່ຽນຫຼັກໝັ້ນກ່ຽວກັບບັນຫາພະລັງງານ, ເຄີຍໄດ້ຄັດຄ້ານການຂຸດຄົ້ນຖ່ານຫີນ ແຕ່ປະຈຸບັນໄດ້ຫັນປ່ຽນໄປສະໜັບສະໜູນ.
ໃນຂົງເຂດການຕ່າງປະເທດ, ສອງຫົວເລື່ອງໄດ້ເຕື້ອງເຖິງແມ່ນເຫດການທ່ານເອກອັກຄະລັດຖະທູດ ແລະ ພາລະກອນການຕ່າງປະເທດ 3 ທ່ານຖຶກເຂັ່ນຂ້າຢູ່ລີບີ ແລະ ການພົວພັນດ້ານການຄ້າກັບຈີນ. ຖ້າຫາກວ່າທ່ານ Mitt Romney ໄດ້ຕຳນິອຳນາດການປົກຄອງຂອງທ່ານ Barack Obama ຖືເບົາການເພີ່ມທະວີການຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ບັນດາພາລະກອນການຕ່າງປະເທດອາເມລິກາ, ຖືວ່ານະໂຍບາຍກ່ຽວກັບຕາເວັນອອກກາງຂອງອຳນາດການປົກຄອງ Barack Obama ພວມຖືກຊຸດໂຊມ, ບໍ່ມີນະໂຍບາຍແຂງແຮງໃນການພົວພັນກັບຈີນ ເພື່ອໃຫ້ປະເທດນີ້ຄອບງຳເງິນຕາ, ກໍ່ຄວາມເສຍຫາຍຕໍ່ກຳລັງແກ່ງແຍ້ງຂອງສິນຄ້າອາເມລິກາ, ທ່ານ Barack Obama ໂຕ້ຕອບຄືນດ້ວຍການກ່າວຫາທ່ານ Mitt Romney ນັບແຕ່ເມື່ອເປັນຜູ້ອຳນວຍການບໍລິສັດເອກະຊົນ Bain Capital ບໍ່ໄດ້ເອົາໃຈໃສ່ເຖິງວຽກເຮັດງານທຳຂອງຜູ້ອອກແຮງງານອາເມລິກາ ດ້ວຍການສົ່ງຄົນງານອາເມລິກາ ໄປເຮັດວຽກຢູ່ຈີນ.
ອາດຈະເວົ້າໄດ້ວ່າ ທ່າໄດ້ປຽບຂອງທ່ານ Mitt Romney ໃນການໂຕ້ວາທີຄັ້ງທີ່ 1 ກ່ອນນີ້ 2 ອາທິດໄດ້ເຮັດໃຫ້ເລື່ອງກ້າວສູ່ການໂຕ້ວາທີຄັ້ງທີ່ 2 ຢູ່ມະຫາວິທະ ຍາໄລ Hofstra ທີ່ນະຄອນນິວຢອກ ຈະເພີ່ມຄວາມດຸເດືອດຂຶ້ນຕື່ມ. ເພາະວ່າປະທານາທິບໍດີ Barak Obama ແມ່ນຕ້ອງຍາດແຍ່ງກາລະໂອກາດນີ້ເພື່ອຮັບເອົາສຽງສະໜັບສະໜູນໃນສະພາວະທີ່ຄູ່ແຂ່ງສັງກັດ ພັກສາທາລະນະລັດ ທ່ານ Mitt Romney ໄດ້ຮັບສຽງສະໜັບສະໜູນລື່ນກາຍໃນບັນດາການຢັ່ງຫາງສຽງເມື່ອມໍ່ໆມານີ້ໃນຂອບເຂດທົ່ວປະເທດ. ແລະ ໃນຕົວຈິງ, ຄືດັ່ງການຄາດຄະເນ, ການໂຕ້ວາທີໄດ້ດຳເນີນໄປຢ່າງດຸເດືອດນັບແຕ່ນາທີທຳອິດຈົນເຖິງນາທີສຸດທ້າຍ. ຕາມການຕີລາຄາຈາກວົງການນັກໄຈ້ແຍກແລ້ວ, ໃນການໂຕ້ວາທີຄັ້ງນີ້, ປະທານາທິບໍດີ Barak Obama ໄດ້ສະແດງທ່າທີຢ່າງເຂັ້ມແຂງ ແລະ ໄດ້ຮັບການ ສະໜັບສະໜູນຜ່ານສາຍຕາຂອງຜູ້ມີສິດເລືອກຕັ້ງ. ຜ່ານການຢັ່ງຫາງສຽງພາຍຫຼັງການໂຕ້ວາທີ ໄດ້ໃຫ້ເຫັນວ່າ 46%ຈຳນວນຜູ້ຕິດຕາມທາງໂທລະພາບຕ່າງກໍຖືວ່າ ປະທານາທິບໍດີ Barak Obama ສາມາດຕ່າວປິ້ນສະພາບການ ແລະ ໄດ້ຍາດໄຊຊະນະໃນການໂຕ້ວາທີ ໃນຂະນະທີ່ມີ 39% ຈຳນວນຜູ້ຕິດຕາມທາງໂທລະພາບສະໜັບສະໜູນທ່ານ Mitt Romney. 73% ມີຄຳເຫັນວ່າ ທ່ານ Barak Obama ໄດ້ອະພິປາຍດີເກີນຄາດ ແລະ 37% ມີຄຳເຫັນສັງເກດເຊັ່ນດຽວກັນກ່ຽວກັບທ່ານ Mitt Romney. ແຕ່ໃນການຢັ່ງຫາງສຽງອື່ນໂດຍ Reuters/Ipsos ປະຕິບັດໂດຍບັງເອີນສຳລັບ 1.700 ຄົນນັ້ນ, ສັງເກດລວມ, ບັນດາຜູ້ມີສິດເລືອກຕັ້ງອາເມລິກາພັດພວມຕີລາຄາ ທ່ານ Mitt Romney ສູງກວ່າປະທານາທິບໍດີ Barak Obama ໃນຫຼາຍບັນຫາທີ່ສຳຄັນຄື ແຜນການຫຼຸດຜ່ອນການຂາດດູນງົບປະມານສະຫະລັດ. ບໍ່ພຽງແຕ່ເຊັ່ນນັ້ນ, ໃນບັນດາບັນຫາພົວພັນຕ່າງປະເທດຊຶ່ງຖືກຖືວ່າແມ່ນຂົງເຂດຂອງປະທານາທິບໍດີ Barak Obama ນັ້ນ, ແຕ່ທ່ານ Mitt Romney ກໍພວມສາມາດສ້າງບັນດາບາດກ້າວບຸກທະລຸ. ຕາມຜົນຂອງການຢັ່ງຫາງສຽງຂອງ Reuters/Ipsos , ປະຈຸບັນ ທ່ານ Romney ພວມຮັດແຄບໄລຍະຫ່າງກັບ ປະທານາທິບໍດີ Barak Obama ໃນບັນຫາສຳເນົານິວເຄຼຍຂອງອີຣານ ຂະນະທີ່ອັດຕາການສະໜັບສະໜູນສະຫງວນໃຫ້ແກ່ຜູ້ສະໝັກເລືອກຕັ້ງ 2 ທ່ານນີ້ ລື່ນກັນພຽງ 1% ເມື່ອທຽບໃສ່ 9% ກ່ອນນີ້ 2 ອາທິດ. ແລະ ສຳລັບບັນຫາການສູ້ຮົບຕ້ານກໍ່ການຮ້າຍ, ຂະນະທີ່ ອັດຕາການລື່ນກາຍກັນກ່ຽວກັບສຽງສະໜັບສະໜູນ ລະຫວ່າງທ່ານ Barak Obama ແລະ ທ່ານ Mitt Romney ໄດ້ຫຼຸດຈາກ 11% ລົງເຫຼືອພຽງ 3%. ແຕ່ຕາມຂໍ້ມູນການຢັ່ງຫາງສຽງຂອງ Reuters/Ipsos ໃຫ້ເຫັນວ່າ ທ່ານ Barak Obama ຍັງຄົງນຳໜ້າຕໍ່ຄູ່ແຂ່ງດ້ວຍອັດຕາ 41,5% ແລະ 39,1%ໃນຂົງເຂດພາສີອາກອນ; 40,9% ແລະ 37% ກ່ຽວກັບນະໂຍບາຍປ້ອງກັນຄວາມສະຫງົບສະຫງົບ.
ຕາມແຜນການແລ້ວ, ພາຍຫຼັງການໂຕ້ວາທີຄັ້ງນີ້, ການໂຕ້ວາທີຄັ້ງສຸດທ້າຍກ່ຽວກັບນະໂຍບາຍການຕ່າງປະເທດຈະຖືກຈັດຂຶ້ນໃນວັນທີ 22/10. ນີ້ຈະແມ່ນກາລະໂອກາດສຸດທ້າຍໃຫ້ແກ່ບັນດາຜູ້ສະໝັກເລືອກຕັ້ງໃນການດຶງດູດການສະໜັບສະໜູນຂອງຜູ້ມີສິດເລືອຕັ້ງ, ພິເສດແມ່ນບັນດາຜູ້ຍັງບໍ່ທັນຕັດສິນຈະປ່ອນບັດສະໜັບສະໜູນແກ່ຜູ້ໃດ. ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ, ເຖິງວ່າຕ້ອງພ້ອມກັນຮັບກຳລັງດັນກໍຕາມ, ແຕ່ກຳລັງດັນຂອງ ຜູ້ສະໝັກເລືອກຕັ້ງແຕ່ລະທ່ານແມ່ນບໍ່ຄືກັນຜ່ານການສົນທະນາແຕ່ລະຄັ້ງ. ໂດຍທົ່ວໄປແລ້ວ, ຈຳນວນຜູ້ຕິດຕາມບັນດາ ການໂຕ້ວາທີ ແມ່ນຄ່ອຍຫຼຸດລົງຜ່ານແຕ່ລະເທື່ອ. ສິ່ງດັ່ງກ່າວ ແມ່ນເຊັ່ນດຽວກັນກັບເລື່ອງຍາກທີ່ຈະຄາດຄະເນໄດ້ລວງໜ້າ ຜູ້ໃດຈະໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີອາເມລິກາ ໃນວັນທີ 6/11ທີ່ຈະມາເຖິງ.