ເອີ​ລົບ ແລະ ບັນ​ດາ​ມາດ​ຕະ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ຮັບ​ມື​ກັບ​ໂລກ​ລະ​ບາດ

(VOVWORLD) -  ຈຸດໃຈກາງຂອງໂລກໃນປະຈຸບັນ ຍັງແມ່ນຄວາມມານະພະຍາຍາມຂອງປະເທດຕ່າງໆ ແລະ ບັນດາອົງການຈັດຕັ້ງສາກົນ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ແລະ ການຟື້ນຟູເສດຖະກິດ. ເອີລົບ ກໍ່ເຊັ່ນດຽວກັນ ຊື່ງພວມຄ່ອຍໆປັບຕົວ ແລະ ມີມາດຕະການຊຸກຍູ້ການເຕີບໂຕເສດຖະກິດ ໃນສະພາບການທີ່ບັນດາປະເທດໃນພາກພື້ນ ລ້ວນແຕ່ໄດ້ປະຕິບັດການສັກວັກຊິນສຳເລັດໂດຍໄວ.
ເອີ​ລົບ ແລະ ບັນ​ດາ​ມາດ​ຕະ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ຮັບ​ມື​ກັບ​ໂລກ​ລະ​ບາດ - ảnh 1

(ພາບປະກອບ: Getty Images)

    ໂດຍໄດ້ຮັບມືກັບການແຜ່ລະບາດຂອງໂລກລະບາດໂຄວິດ 19 ມາຫຼາຍຮອບນັ້ນ, ລັດຖະບານບັນດາປະເທດອີຢູ ບັງຄັບຕ້ອງຮັກສາບັນດາມາດຕະການສະກັດກັ້ນໃນບໍລິເວນກ້ວາງ. ຜົນຕາມມາທີ່ແນ່ນອນ ນັ້ນແມ່ນ ສະພາບຄວາມຫຍຸ້ງຍາກຂອງບັນດາວິສາຫະກິດໃນເກືອບທຸກຂົງເຂດ. ແຕ່ເຖິງແນວນັ້ນກໍ່ຕາມ, ດ້ວຍຫຼາຍມາດຕະການ, ເສດຖະກິດເອີລົບ ພວມມີສັນຍານເຕີບໂຕທີ່ຕັ້ງໜ້າ.

ຜ່ອນຜັນມາດຕະການຄວບຄຸມໂລກລະບາດແມ່ນ “ໄມ້ງັດ” ຟື້ນຟູພື້ນຖານເສດຖະກິດ

   ຕາມການຕີລາຄາໂດຍສັງເຂບແລ້ວ, ພາກພື້ນເອີລົບ ພວມສືບຕໍ່ໃຫ້ເຫັນບັນດາສັນຍານຟື້ນຟູທີ່ຕັ້ງໜ້າ ເມື່ອບັນດາປະເທດໄດ້ຜ່ອນຜັນຫຼາຍມາດຕະການຈຳກັດ ເພື່ອແນໃສ່ສະກັດກັ້ນໂລກລະບາດໂຄວິດ 19 ແລະ ການໜູນຊ່ວຍຢ່າງລຽນຕິດຂອງບັນດາລັດຖະບານ.

ເອີ​ລົບ ແລະ ບັນ​ດາ​ມາດ​ຕະ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ຮັບ​ມື​ກັບ​ໂລກ​ລະ​ບາດ - ảnh 2

 ສາຍຕ່ອງໂສ້ຜະລິດລົດໂອໂຕຂອງບໍລິສັດ Mercedes ຢູ່ເຢຍລະມັນ (ພາບ: AFP)

   ກຳລັງໜູນໃຫ້ແກ່ການຟື້ນຟູເສດຖະກິດຂອງບັນດາປະເທດອີຢູ ແມ່ນການລົງທຶນຂອງວິສາຫະກິດ (ໃນຂົງເຂດການຜະລິດ). ບາງນະໂຍບາຍສຳຄັນຄື: ລາຍການເຮັດວຽກໄລຍະສັ້ນ, ໜູນຊ່ວຍບັນດາວິສາຫະກິດໄດ້ປະຕິບັດ. ຫວ່າງແລ້ວນີ້, ທະນາຄານສູນກາງເອີລົບ ໄດ້ຍົກລະດັບຄາດຄະເນການເຕີບໂຕເສດຖະກິດພາກພື້ນ Eurozone ຂື້ນ 5% ໃນປີ 2021 (ສູງກ່ວາລະດັບ 4,6% ທີ່ໄດ້ຍົກອອກມາໃນການຄາດຄະເນກ່ອນນັ້ນ).

  ບັນດາສັນຍານຟື້ນຟູນີ້ ກ່ອນອື່ນໝົດ ແມ່ນຍ້ອນການຍົກເລີກບັນດາມາດຕະການຈຳກັດການປ້ອງກັນ ຕ້ານໂລກລະບາດ ຊື່ງເຮັດໃຫ້ຄວາມເຊື່ອໝັ້ນຂອງວິສາຫະກິດ ແລະ ຜູ້ບໍລິໂພກໄດ້ເພີ່ມຂຶ້ນໃນທົ່ວທະວີບ. ໃນໄຕມາດທີ 2 ປີ 2021, ລາຍຮັບຂາຍຍ່ອຍໄດ້ຄ່ອຍໆຟື້ນຟູໃນລະດັບກ່ອນເກີດໂລກລະບາດໂຄວິດ 19 ແລະ ຕະຫຼາດຫຼັກຊັບຂອງພາກພື້ນ ໄດ້ເພີ່ມຂຶ້ນບັນລຸລະດັບສະຖິຕິ. ນັບແຕ່ວັນທີ 1 ກໍລະກົດປີ 2021 ເປັນຕົ້ນມາ, ທຸກປະເທດສະມາຊິກອີຢູ ໄດ້ຮັບຮູ້ຢ່າງເປັນທາງການ ສຳລັບແຂກທ່ອງທ່ຽວທີ່ມາຈາກບັນດາປະເທດ ທີ່ມີໜັງສືຢັ້ງຢືນກັນພະຍາດໂຄວິດ 19 ດີຈີຕອນອີຢູ. ຜ່ານນັ້ນ ໄດ້ສ້າງເງື່ອນໄຂໄປມາຢ່າງສະດວກສະບາຍກ່ວາ, ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວພື້ນຖານເສດຖະກິດຄືນໃໝ່, ພິເສດແມ່ນຂະແໜງທ່ອງທ່ຽວ. ຕາມທ່ານນາງປະທານທະນາຄານສູນກາງເອີລົບ  (ECB) Christine Lagarde, ແລ້ວ, ພື້ນຖານເສດຖະກິດຂອງ Eurozone ພວມຢູ່ໃນທ່າເຕີບໂຕຢ່າງແຮງ, ແຕ່ວ່າ, ລະດັບການຟື້ນຟູໃນຕົວຈິງ ຍັງຂຶ້ນກັບເລື່ອງບັນດາປະເທດເອີລົບ ເດັດດ່ຽວປະຕິບັດບັນດາມາດຕະການປ້ອງກັນ, ຕ້ານ ໂລກລະບາດໂຄວິດ 19 ເພື່ອຮັບປະກັນວ່າ ການແຜ່ລະບາດຂອງບັນດາໄວຣັດສາຍພັນໃໝ່ ບໍ່ສ້າງຜົນກະທົບທີ່ຫຍໍ້ທໍ້ ໃຫ້ພື້ນຖານເສດຖະກິດ. 

   ຄຽງຄູ່ກັນນັ້ນ, ນັກເສດຖະກິດເກືອບທັງໝົດ ລ້ວນແຕ່ເຊື່ອໝັ້ນວ່າ, ເອີລົບ ຈະຫຼີກລ້ຽງໄດ້ບັ້ນລອກດາວອື່ນອີກ ທີ່ອາດຈະເຮັດໃຫ້ພື້ນຖານເສດຖະກິດຖືກຢຸດສະງັກ ຄືດັ່ງການລອກດາວຄັ້ງກ່ອນໆ ຊື່ງໄດ້ຍູ້ພາກພື້ນນີ້ ຕົກເຂົ້າສູ່ການຊຸດໂຊມສອງຄັ້ງ ໃນຮອບເວລາ 18 ເດືອນຜ່ານມາ. ການວິເຄາະໄຈ້ແຍກຂໍ້ມູນນີ້ໄດ້ຊີ້ໃຫ້ເຫັນວ່າ, ການສັກວັກຊິນກັນໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ຈຳນວນຜູ້ຕິດເຊື້ອພະຍາດ ແລະ ບັນດາໄວຣັດສາຍພັນໃໝ່ ຫລຸດລົງຫຼາຍພໍສົມຄວນ; ພ້ອມນັ້ນມາດຕະການຈຳກັດທີ່ມີຂອບຂະໜາດໃຫ່ຍ ອາດຈະບໍ່ໄດ້ນຳໃຊ້ຢູ່ເອີລົບ ໃນໄລຍະຈະມາເຖິງ.

ຊຸກຍູ້ ບ້ວງເງິນກະຕຸ້ນການຟື້ນຟູເສດຖະກິດ

   ນັບແຕ່ເດືອນມິຖຸນາປີ 2021, ສະຫະພາບເອີລົບ ຫຼືອີຢູ ໄດ້ເລີ່ມປ່ອຍບ້ວງເງິນຟື້ນຟູເສດຖະກິດ ຈາກກອງທຶນຟື້ນຟູຫຼັງ ໂລກລະບາດໂຄວິດ 19 ທີ່ມີມູນຄ່າ 750 ຕື້ເອີໂຣ ເພື່ອສ້າງວຽກເຮັດງານທຳ ແລະ ໜູນຊ່ວຍບັນດາວິສາຫະກິດ ຢູ່ບັນດາພື້ນຖານເສດຖະກິດ ຖືກຜົນສະທ້ອນຈາກ ໂລກລະບາດໂຄວິດ 19. ກອງທຶນຟື້ນຟູເສດຖະກິດຫຼັງໂລກລະບາດໂຄວິດ 19 ແມ່ນສ່ວນໜຶ່ງໃນບ້ວງງົບປະມານໄລຍະຍາວຮອດປີ 2027 ຂອງອີຢູ, ເພື່ອແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງດ້ານເສດຖະກິດ ແລະ ສັງຄົມພາຍຫຼັງໂລກລະບາດໂຄວິດ 19. ກາງເດືອນກໍລະກົດ, ອີຢູ ກໍ່ໄດ້ຮັບຮອງເອົາຢ່າງເປັນທາງການແຜນການຟື້ນຟູ ໂດຍ 12 ປະເທດຍື່ນສະເໜີ, ເພື່ອແນໃສ່ເປີດທາງໃຫ້ແກ່ການປ່ອຍບ້ວງເງິນອຸປະຖຳ ແລະ ໃຫ້ກູ້ຢືມທຳອິດຂອງກຸ່ມນີ້.

   ດ້ວຍການໜູນຊ່ວຍນີ້, ບັນດາປະເທດສະມາຊິກ ສາມາດເລີ່ມປະຕິຮູບ ແລະ ລົງທຶນໃສ່ການຟື້ນຟູ, ປັບປຸງ ແລະ ຫັນປ່ຽນພື້ນຖານເສດຖະກິດ. ພ້ອມກັບການຍູ້ແຮງບັ້ນສັກວັກຊິກກັນພະຍາດໂຄວິດ 19, ແຜນການຟື້ນຟູທີ່ມີລັກສະນະບາດລ້ຽວທີ່ມີມູນຄ່າ 750 ຕື້ເອີໂຣ (ກ່ວາ 890 ຕື້ USD) ທີ່ຖືກຖືວ່າ ແມ່ນບັນດາປັດໄຈນຳອີຢູ ຫລຸດພົ້ນອອກຈາກການຊຸດໂຊມ, ຄ່ອຍໆຟື້ນຟູການເຕີບໂຕ ໃນສະພາບການທີ່ໂລກລະບາດ ຍັງບໍ່ທັນໄດ້ຮັບການຄວບຄຸມຢ່າງສົມບູນ. ບັນດາປັດໄຈນີ້ ຖືກຖືວ່າແມ່ນໄມ້ງັດທີ່ສຳຄັນ ເຮັດໃຫ້ເສດຖະກິດຫຼາຍປະເທດເອີລົບ ບັນລຸລະດັບການເຕີບໂຕໃນຊຸມເດືອນຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ