(VOVWORLD) -ກ່າວຄຳເຫັນທີ່ວາລະໄຂກອງປະຊຸມສຸດຍອດອະນາຄົດໃນຂອບເຂດສັບປະດາຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 79 ໃນວັນທີ 22 ກັນຍາ ຢູ່ ນິວຢອກ, ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມໂຕເລີມ ໄດ້ເນັ້ນຫນັກຢ່າງແຮງເຖິງຜົນງານດ້ານວິທະຍາສາດ, ເຕັກໂນໂລຊີ ຕ້ອງຮັບໃຊ້ຄວາມກ້າວຫນ້າສັງຄົມ, ມຸ່ງໄປເຖິງມະນຸດ, ປົດປ່ອຍມະນຸດ, ພັດທະນາມະນຸດຢ່າງຮອບດ້ານ. ຄວາມຈິງ, ຫວຽດນາມ ພວມສຸມໃສ່ບຸລິມະສິດພັດທະນາວິທະຍາສາດ, ນະວັດຕະກຳ ແລະ ຖືນີ້ແມ່ນການເລືອກເຟັ້ນຍຸດທະສາດ, ເພື່ອບຸກທະລຸ, ຮັບໃຊ້ຄວາມກ້າວຫນ້າສັງຄົມ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ກ່າວຄຳເຫັນທີ່ວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 79. (ພາບ: TTXVN) |
ຫວຽດນາມ ພວມໃນໄລຍະສຳຄັນໃຫ້ແກ່ການຫັນປ່ຽນທິດໄປຍັງພື້ນຖານເສດຖະກິດ ດິຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະພວມໃຫ້ບຸລິມະສິດພັດທະນາຢ່າງແຮງດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳເພື່ອບຸກທະລຸກ່ຽວສະມັດຕະພາບ, ຄຸນນະພາບ ແລະ ເພີ່ມກຳລັງແກ້ງແຍ່ງຂອງພື້ນຖານເສດຖະກິດ.
ການເລືອກເຟັ້ນຍຸດທະສາດ
ກ່າວຄຳເຫັນທີ່ການໂອ້ລົມສົນທະນາກ່ຽວກັບການພັດທະນາຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ AI ເມື່ອວັນທີ 22 ກັນຍາ ຢູ່ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ເນັ້ນຫນັກວ່າ: ຫວຽດນາມ ກຳນົດການພັດທະນາປະເທດຊາດຢ່າງວ່ອງໄວ, ໝັ້ນຄົງ, ຍືນຍົງ ໂດຍອີງໃສ່ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ. ການພັດທະນາຂະແຫນງອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ, ເລືອກເຟັ້ນຍຸດທະສາດ, ບຸລິມະສິດໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ. ນີ້ແມ່ນຫນຶ່ງບັນດາບຸກທະລຸຍຸດທະສາດເພື່ອພັດທະນາເສດຖະກິດສັງຄົມຂອງປະເທດຊາດ.
“ ກ່ຽວກັບ 3 ບຸກທະລຸຍຸດທະສາດ ລະບອບລະບຽບການ ພື້ນຖານໂຄງລ່າງ ການພັດທະນາແຫລ່ງຊັບພະຍາກອນມະນຸດ, ພວກຂ້າພະເຈົ້າສຸມໃສ່ຕົ້ນຕໍເຂົ້າເລື່ອງຫັນເປັນດິຈີຕອນ ໂດຍອີງໃສ່ການພັດທະນາວິທະຍາສາດເຕັກໂນໂລຊີສູງ. ຕົວຢ່າງຄື ກ່ຽວກັບການປັບປຸງລະບອບລະບຽບການໃຫ້ສົມບູນແບບໃນພື້ນຖານເສດຖະກິດ ດິຈີຕອນ, ກໍ່ສ້າງພື້ນຖານໂຄງລ່າງແບບຍືນຍົງ, ພວກຂ້າພະເຈົ້າຈະຮັບປະກັນການສະຫນອງແຫລ່ງພະລັງງານສະອາດ ແລະແຫລ່ງນ້ຳເໝາະສົມ ເພື່ອພັດທະນາ ພ້ອມທັງຮັບປະກັນດ້ານພື້ນຖານໂຄງລ່າງຢ່າງສະດວກ, ບໍ່ພຽງແຕ່ທາງອາກາດ, ທາງທະເລ ແລະ ທາງບົກ, ທາງລົດໄຟພາຍໃນປະເທດ ກໍ່ມີການເຊື່ອມຕໍ່ກັບສາກົນ”
ໃນຕົວຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ຍຸດທະສາດພັດທະນາອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ຫວຽດນາມຮອດປີ 2030 ແລະວິໄສທັດຮອດປີ 2050. ຕາມນັ້ນແລ້ວ ໄລຍະ 1 (ແຕ່ນີ້ຮອດປີ 2030), ຂອບຂະຫນາດລາຍຮັບອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ ບັນລຸກວ່າ 25 ຕື້ USD/ປີ ດ້ວຍກວ່າ 50.000 ນັກວິສາວະກອນ, ບັນດິດ. ໄລຍະ 2 (2030 – 2040): ເປົ້າໝາຍ ຫວຽດນາມ ຈະກາຍເປັນຫນຶ່ງໃນບັນດາສູນ ກ່ຽວກັບອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ, ເອເລັກໂຕນິກທົ່ວໂລກ; ພັດທະນາອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ, ເອເລັກໂຕນິກ; ສົມທົບລະຫວ່າງການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະFDI. ໄລຍະ 3: ແຕ່ປີ 2040 – 2050 ຫວຽດນາມ ວາງຄາດໝາຍກາຍປະເທດຂຶ້ນກັບກຸ່ມບັນດາປະເທດນຳຫນ້າໂລກກ່ຽວກັບອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ , ເປັນເຈົ້າການຄົ້ນຄ້ວາ, ພັດທະນາໃນຂົງເຂດ ເຄິ່ງຊັກນຳໄຟຟ້າ, ເອເລັກໂຕນິກ. ກ່ອນນັ້ນ ຫວຽດນາມ ກໍ່ໄດ້ມີຄວາມເອົາໃຈໃສ່ ສ້າງ ກອບນິຕິກຳ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການໃຫ້ບຸລິມະສິດດຶງດູດການລົງທຶນ ແລະພັດທະນາ ເຄິ່ງຊັກນຳໄຟຟ້າ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ເຂົ້າຮ່ວມ ທີ່ການໂອ້ລົມສົນທະນາ ດ້ວຍຫົວຂໍ້ "ເພີ່ມທະວີການຮ່ວມມື ຫວຽດນາມ - ອາເມລິກາ ໃນການພັດທະນາຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ. (ພາບ: VOV) |
ຮັບໃຊ້ຄວາມກ້າວຫນ້າສັງຄົມ
ວິໄສທັດຂອງ ຫວຽດນາມ ສຳລັບຂະແຫນງອຸດສາຫະກຳເຄື່ອງຊັກນຳໄຟຟ້າ ໄດ້ຮັບການຕີລາຄາວ່າ ແມ່ນເຕັມໄປດ້ວຍຄວາມສຸມໃສ່ຢ່າງສູງ. ຫວຽດນາມ ໄດ້ ແລະ ພວມນັບມື້ນັບດຶງດູດຫລາຍກຸ່ມບໍລິສັດໃຫຍ່ໃນຂະແຫນງ….. ມາຈາກ ອາເມລິກາ, ສເກົາຫລີ, ຍີ່ປຸ່ນ, ໄຕ້ຫວັນ (ຈີນ), ໂຮນລັງ.. ພ້ອມກັນນັ້ນ ມີບໍລິສັດຫລາຍແຫ່ງຢູ່ພາຍໃນປະເທດ ກໍ່ໄດ້ເຂົ້າຮ່ວມຕະຫລາດຄື: Viettel, FPT, VNChip,. ຕາມທ່ານ Rizwan Khan, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດໃຫ້ຄຳປຶກສາ Acclime ຫວຽດນາມ ແລ້ວ, ຖ້າຫວນຄືນ 10 ປີຜ່ານມາ, ບັນດາຂໍ້ກຳນົດໄດ້ສ້າງຂຶ້ນແມ່ນມີປະໂຫຍດຕໍ່ວິສາຫະກິດ.
ທ່ານ ຫງວຽນຈິຢູງ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:
“ຂະແຫນງ ເຄິ່ງຊັກນຳໄຟຟ້າ ແມ່ນອີງໃສ່ຫລາຍປັດໄຈ. ທີຫນຶ່ງ ຕ້ອງສ້າງລະບົບນິເວດ. ຕ້ອງມີກົນໄກ, ນະໂຍບາຍຫນູນຊ່ວຍ, ຕ້ອງມີແຫລ່ງຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງທີ່ດີ. ທັງໝົດລ້ວນແຕ່ຕ້ອງມີຄວາມຄົບຊຸດ. ພວກຂ້າພະເຈົ້າ ກໍ່ພວມປະຕິຮູບບັນດາລະບຽບການບໍລິຫານໃຫ້ແກ່ກົດໝາຍວ່າດ້ວຍການລົງທຶນຢ່າງແຮງ ເພື່ອໃຫ້ມີຄວາມສະດວກ, ດູດດຶ່ມໃຫ້ແກ່ບັນດານັກລົງທຶນ, ຈະດຶງດູດຫລາຍນັກລົງທຶນ ທີ່ໄດ້, ພວມເຂົ້າມາລົງທຶນ ຢູ່ ຫວຽດນາມ. ຂ້າພະເຈົ້າຫວັງວ່າ ນີ້ຈະແມ່ນການປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ພື້ນຖານເສດຖະກິດໃນໄລຍະຈະມາເຖິງ”
ຫວຽດນາມ ມີຫລາຍສຸດແມ່ນ 3 -5 ປີ ເພື່ອແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງພື້ນຖານໂຄງລ່າງ ແລະ ກຳລັງແຮງງານ ເພື່ອບັນລຸໃຫ້ໄດ້ເປົ້າໝາຍຂອງຕົນ. ໃນສະພາບການບັນດາປະເທດອື່ນພວມຢູ່ໃນການຊ່ວງເສັງເພື່ອໃຫ້ກາຍເປັນສ່ວນຫນຶ່ງຂອງລະບົບມູນຄ່າ ເຄິ່ງຊັກນຳໄຟຟ້າ, ຄວາມເປັນເອກະພາບກ່ຽວກັບນະໂຍບາຍ ສົມທົບກັບປະສິດທິຜົນການຜັນຂະຫຍາຍໃນສະພາບຕົວຈິງ ຈະຊ່ວຍ ຫວຽດນາມ ບັນລຸບາດກ້າວບຸກທະລຸ.