ໃນຊຸມປີມໍ່ໆມານີ້, ໃນວົງການນັກຫຼີ້ນ audio ໄດ້ປະກົດມີຂະບວນການ Antique ໝາຍຄວາມວ່າທ່າອ່ຽງອະນຸລັກເຄື່ອງສຽງເກົ່າ, ຊອກຫາບັນດາຄຸນຄ່າທີ່ຊ້ອມແຝງຢູ່ໃນບັນດາເຄື່ອງສຽງເກົ່າ. ບັນດາ ວິທະຍຸ, ຈັກຫຼີ້ນແຜ່ນສຽງ, ແອັມ, ສາຍກາດແຊັດເກົ່າ ທີ່ຖືກຫຼົງລືມໄປແລ້ວ, ປະຈຸບັນນີ້ ຢູ່ໃນກຳມືຂອງຜູ້ຫຼີ້ນເຄື່ອງເກົ່າ ພັດກາຍເປັນຂອງມີຄ່າຫາຍາກ. ເຊີນທ່ານຊອກຮູ້ “ຂະບວນການຫຼີ້ນເຄື່ອງສຽງເກົ່າຢູ່ຮ່າໂນ້ຍ“ ຜ່ານບົດຂຽນຂອງນັກຂ່າວ To Tuan
(ພາບ: tag.webbuonban.com)
ໃນທຸກໆວັນເສົາ, ວັນອາທິດ, ບັນດາຜູ້ນິຍົມດົນຕີ ຊື່ງລວມມີນັກເສບ, ນັກດົນຕີ, ລັດຖະກອນ, ນັກຂ່າວ, ນັກທຸລະກິດ….ໄດ້ເຕົ້າໂຮມກັນຢູ່ຮ້ານກາເຟ Phong drum ຢູ່ທາງຮ່ອມນ້ອຍໆ ເຮືອນເລກທີ 25 ຖະໜົນ Tran Xuan Soan Ha Noi. ເຈົ້າຂອງຮ້ານເຄີຍເປັນນັກຕີກອງໃນວົງດົນຕີນັກສຶກສາຫວຽດນາມ ຮຽນຢູ່ ເຊັກສໂລວາກີ, ເຮືອນຂອງອ້າຍແມ່ນບ່ອນເຕົ້າໂຮມຂອງເພື່ອນມິດຜູ້ນິຍົມດົນຕີ, ມີຄວາມຮູ້ດ້ານດົນຕີ. ອ້າຍ Phong ແມ່ນ 1 ໃນບັນດາຜູ້ສະສົມເຄື່ອງສຽງທີ່ມີຊື່ສຽງຢູ່ນະຄອນຫຼວງ. ສິ່ງທີ່ສ້າງຄວາມປະທັບໃຈ ແລະ ດູດດື່ມໃຈຜູ້ຄົນທີ່ມາແຫ່ງນີ້ ແມ່ນໄດ້ເຫັນປະຈັກຕາການວາງສະແດງບັນດາເຄື່ອງສຽງເກົ່າ, ແປກປະຫຼາດ ແລະ ອຸດົມສົມບູນ ດ້ວຍບັນດາລຳໂພງ Warren Junior, ບັນດາເຄື່ອງສຽງເກົ່າ, ແປກທີ່ມີຍີ່ຫໍ້ Teac, Sony, Panasonic, Akai…. ຂອງຍີ່ປຸ່ນ ແລະ ບັນດາເຄື່ອງແປກປະຫຼາດອື່ນໆ. ພິເສດກ່ວາ ນັ້ນແມ່ນຍາມໃດ ດົນຕີໃນຮ້ານກາເຟແຫ່ງນີ້ກໍ່ມີຄວາມ ຟົດຟື້ນ ດ້ວຍບັນດາບົດດົນຕີທີ່ລືຊື່ ຊື່ງໄດ້ຫຼີ້ນດ້ວຍເຄື່ອງສຽງເກົ່າ, ຜ່ານລຳໂພງທີ່ມີມາກ່ອນນີ້ສີບໆປີ, ຊ້ຳບໍ່ໜຳ ເກົ່າແກ່ຮອດຮ້ອຍປີ. Pham Van Phuong ຜູ້ມັກຫຼີ້ນລຳໂພງເກົ່າທີ່ມີຊື່ງສຽງຢູ່ຮ່າໂນ້ຍໃຫ້ຮູ້ວ່າ:
“ລຳໂພງເກົ່າແມ່ນເຄື່ອງສຽງທີ່ເຮົາມັກທີ່ສຸດ ຍ້ອນມັນໄດ້ເຮັດດ້ວຍວັດຖຸທີ່ມີຄ່າຫາຍາກ ແລະ ປະຈຸບັນ ເຂົາເຈົ້າເກືອບຄືວ່າບໍ່ຜະລິດອີກແລ້ວ, ຕົວຢ່າງຄືຫົວລຳໂພງເຮັດດ້ວຍແມ່ເຫຼັກ, ເຈ້ຍລຳໂພງເຮັດດ້ວຍແລນ ຫລືຂົນສັດ. ພິເສດ ຟັງສຽງດົນຕີຜ່ານເຄື່ອງສຽງເຫຼົ່ານັ້ນມີຄວາມດູດດືມໃຈທີ່ສຸດ”
(ພາບ:hifivietnam.vn)
ໂດຍແມ່ນຜູ້ນິຍົມດົນຕີ, ເຄີຍຮຽນຢູ່ໂຮງຮຽນດົນຕີ ແຕ່ Pham Van Phuong ມັກສ້ອມແປງແລະຕົບແຕ່ງລຳໂພງເກົ່າປະເພດຕ່າງທີ່ສຸດ, ອ້າຍ Pham Van Phuong ເວົ້າວ່າ:
“ເມື່ອນຳໃຊ້ບັນດາເຄື່ອງອຸປະກອນເກົ່າ ຜະລິດກ່ອນນີ້ນັບຮ້ອຍປີແລ້ວ, ເກືອບຄືວ່າເພໝົດແລ້ວ ແຕ່ເຮົາໄດ້ຊອກຫາ, ສ້ອມແປງເຄືນໃໝ່ໄດ້ ຈະເຮັດໃຫ້ເຮົາມີຄວາມຮູ້ສຶກດີໃຈ ແລະ ເຮົາມີຄວາມເມົາມົວນຳໃຊ້ລຳໂພງເຫຼົ່ານັ້ນ“
ຕ່າງກັບອ້າຍ Phuong, ອ້າຍ Binh ແມ່ນຜູ້ອຳນວຍການວິສາຫະກິດ ແຕ່ພັດມີຄວາມນິຍົມຢາກສະສົມບັນດາຊຸດເຄື່ອງສຽງທີ່ລືຊື່. ຫ້ອງຟັງດົນຕີຂອງອ້າຍແມ່ນຫໍພິພິຕະພັນນ້ອຍແຫ່ງໜື່ງ ດ້ວຍບັນດາເຄື່ອງສຽງທີ່ລືຊື່ຄື: ຫົວອ່ານ CD 727 ຂອງ Studer ປະເທດສະວິດ, ຫົວອ່ານ Philips CD 101 ລຸ້ນທຳອິດ, ລຳໂພງ Tannoy Monitor Super Gold 12B…. ແລະ ເຄື່ອງສຽງອື່ນໆຫຼາຍຢ່າງທີ່ມີຄຸນຄ່າ. ສຳລັບອ້າຍແລ້ວ, ເຄື່ອງສຽງແຕ່ລະເຄື່ອງລ້ວນແຕ່ມີຄຸນຄ່າດ້ານປະຫວັດສາດ ແລະ ທັງຄຸນຄ່າດ້ານເຕັກໂນໂລຊີຢ່າງແທ້ຈິງ.
ເບິ່ງລວມແລ້ວ, ຜູ້ຫຼີ້ນເຄື່ອງສຽງເກົ່າກໍ່ມີຈຸດພິເສດສະເພາະຂອງໃຜມັນ ແຕ່ເຂົາເຈົ້າລ້ວນແຕ່ເຄົາລົບບັນດາຄຸນຄ່າອັນແທ້ຈິງ ແລະ ກໍ່ໄດ້ຜ່ານຜ່າວັນເວລາ, ເກັບກຳບົດຮຽນໄດ້ຫຼາຍ ແລະ ກໍ່ຕ້ອງເສຍເງິນທອງບໍ່ໜ້ອຍໃຫ້ແກ່ຄວາມເມົາມົວກັບສຽງດົນຕີຂອງເຂົາເຈົ້າ…