(vovworld) - ຕະຫຼາດໃນເມື່ອກ່ອນ, ຕະຫຼາດໃນຕົວເລືອງ, ຕະຫຼາດຊານນະຄອນ... ບັນດາຈຸດພິເສດຂອງຕະຫຼາດເຫຼົ່ານັ້ນລ້ວນແຕ່ໄດ້ຮັບການວາດພາບຢ່າງມີຊີວິດຊີວາໃນຮ້ານວາງສະແດງຢູ່ຫໍພິພິດທະພັນແມ່ຍິງຫວຽດນາມ.
ກະຈາດ, ກະບຽນ.. ເທິງກອງເຟືອງ, ກົກເຂົ້າ, ຕັ້ງຢູ່ໃຈກາງຫໍວາງສະແດງ
(ພາບ: ອິນເຕີແນດ)
ຕະຫຼາດໃນເມື່ອກ່ອນ ດ້ວຍເຄື່ອງຂອງທີ່ລຶ້ງເຄີຍຄື: ກະຈາດ, ກະບຽນ.. ເທິງກອງເຟືອງ, ກົກເຂົ້າ, ຕັ້ງຢູ່ໃຈກາງຫໍວາງສະແດງ, ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ, ພິເສດແມ່ນຜູ້ອາຍຸສູງ, ເພາະວ່າເຄື່ອງຂອງເຫຼົ່ານັ້ນ ໄດ້ຕິດພັນກັບເຂົາເຈົ້າໃນເມື່ອກ່ອນ. ປ້າ ຫງວຽນທິແຫ້ງ, ຫວນຄືນວ່າ:
“ຕະຫຼາດໃນເມື່ອກ່ອນສ້າງຄວາມອົບອູ່ນຫຼາຍ, ຜູ້ໄປຕະຫຼາດກໍ່ບໍ່ຟ້າວຟັ່ງຄືໃນປະຈຸບັນ, ພາຍຫຼັງຊື້ສິນຄ້າບາງຢ່າງແລ້ວ, ເຂົາເຈົ້າກໍ່ເລາະກິນເຂົ້າໜົມ,ອ້ອຍ, ກິນຂອງວ່າງ, ຮອດຕອນທ່ຽງຈຶ່ງກັບເມືອບ້ານ.“
ຮູບພາບຕະຫຼາດບ້ານນາ
(ພາບ: ອິນເຕີແນດ)
ເຄື່ອງຂອງທີ່ຈັດວາງສະແດງຢູ່ທີ່ນີ້ຄືດັ່ງເລື່ອງລາວກ່ຽວກັບຕະຫຼາດໃນເມື່ອກ່ອນ ດ້ວຍມ່ານກັ້ງໄມ້ໄຜ່ທີ່ເກົ່າແກ່, ກອງເຟືອງ, ກົກເຂົ້າ, ຊຸມໄກ່, ແຊກ, ຄານຫາບ, ກະຈາດ, ກະບຽນ... ໄດ້ເຮັດໃຫ້ຜູ້ຊົມຫຼາຍຄົນຫວນຄືນອະນຸສອນແຫ່ງຍາມເຍົາໄວຂອງຕົນ ແລະ ຕະຫຼາດໃນປະຈຸບັນ, ດ້ວຍຮ້ານຂາຍຂອງແຫ້ງ, ນຳ້ຊາທີ່ລຶ້ງເຄີຍ ແລະ ຕະຫຼາດໃນອະນາຄົດອີກ, ອັນໄດ້ສ້າງຄວາມນຶກຄິດໃຫ້ແກ່ຜູ້ຊົມ. ຢູ່ທີ່ນີ້, ແຂກມາຢາມສາມາດແບກຫາບສິນຄ້າທົດລອງໄດ້.
ຄວາມອຶກກະທຶກຄຶກໂຄມ, ເຕັມໄປດ້ວຍສຽງເວົ້າສຽງຫົວຂອງຜູ້ຊື້, ຜູ້ຂາຍ ແມ່ນຈຸດພິເສດສະເພາະຂອງຕະຫຼາດ. ຕະຫຼາດຄົງຕົວ ແລະ ພັດທະນາພ້ອມກັບ ນະຄອນ. ປະຈຸບັນ, ຢູ່ຮ່າໂນ້ຍມີຕະຫຼາດຫຼາຍແຫ່ງພຽງແຕ່ແມ່ນຄວາມຊົງຈຳເທົ່ານັ້ນ, ເພາະມັນໄດ້ກາຍເປັນສູນການຄ້າ. ເອື້ອຍ Sigrid Wertheim ມາຈາກ ອີຕາລີ ໄດ້ສັງເກດເຄື່ອງຂອງທີ່ວາງສະແດງຢູ່ທີ່ນີ້ຢ່າງລະອຽດ, ແລະ ສະແດງຄວາມພາກພູມໃຈເມື່ອໄດ້ຊົມຮູບເງົາເອກະສານກ່ຽວກັບການປ່ຽນແປງຂອງຕະຫຼາດຮ່າໂນ້ຍ ຜ່ານແຕ່ລະໄລຍະ.
”ຂ້າພະເຈົ້າເອງມັກຕະຫຼາດທີ່ສຸດ. ຕະຫຼາດມີຄວາມອຶກກະທຶກຄຶກໂຄມ ແລະ ມີຫຼາຍກິ່ນທີ່ແຕກຕ່າງກັນ… ມັນເຮັດໃຫ້ຜູ້ຄົນທັງຫຼາຍສາມາດຮັບຮູ້ໄດ້ຊີວິດປະຈຳວັນຂອງຊາວຫວຽດນາມໃນເມື່ອກ່ອນ. ມີຫຼາຍສິ່ງທີ່ຈັບອົກຈັບໃຈກ່ຽວກັບຕະຫຼາດ ແລະ ມັນຕ່າງກັບຮ້ານຊັບພະສິນຄ້າຫຼາຍ. ເພາະວ່າໃນຮ້ານຊັບພະສິນຄ້າພຽງແຕ່ມີການເຄື່ອນໄຫວຊື້ຂາຍສິນຄ້າເທົ່ານັ້ນ… ສ່ວນຕະຫຼາດຍັງແມ່ນບ່ອນເພືອໃຫ້ເຂົາເຈົ້າພົບປະ, ຖາມສະຍາຍກັນ. ຂ້າພະເຈົ້າຄິດວ່າຕະຫຼາດແມ່ນພາກສ່ວນສຳຄັນທີ່ສຸດໃນຊີວິດຂອງຊາວຫວຽດນາມ, ພິເສດແມ່ນຊາວຮ່າໂນ້ຍ.”
ຮູບພາບຕະຫຼາດໃນເມື່ອກ່ອນ
(ພາບ: ອິນເຕີແນດ)
ມັນຕ່າງກັບເຂດວາງສະແດງຕະຫຼາດໃນເມື່ອກ່ອນ, ເຂດຕະຫຼາດບ້ານນາພັດອຶກກະທຶກຄຶກໂຄມ, ໜ້າແໜ້ນ ດ້ວຍຜູ້ຊື້, ຜູ້ຂາຍ, ຮ້າຍຂາຍເຄື່ອງທີ່ເຮັດດ້ວຍໄມ້ໄຜ່, ຕັ່ງໄມ້, ສິນຄ້າພິເສດທີ່ມາຈາກເຂດບ້ານນາທາງພາກເໜືອ. ຢູ່ເດີນຫໍພິພິດທະພັນ ຍັງວາງຂາຍຜະລິດຕະພັນກະເສດພິເສດຫຼາຍປະເພດຂອງຊາວກະສີກອນຄື: ເຂົ້າໜົມດຸກ, ເຂົ້າຂຽບປີ້ງອີກ. ປ້າ ເລທິທູ, ມາຈາກແຂວງຮຶງອຽນ, ແບ່ງປັນວ່າ:
”ຂ້າພະເຈົ້າເຫັນອັນໃດກໍ່ມັກ. ຢູ່ບ່ອນຂາຍອາຫານ ມີອາຫານແຊບນົວຫຼາຍເຍື່ອງ, ຜູ້ຂາຍມີຄວາມສຸພາບອ່ອນນ້ອມ. ຕະຫຼາດບ້ານນາໄດ້ວາດພາບບັນຍາກາດຕະຫຼາດໃນເມື່ອກ່ອນຢ່າງຄົບຖ້ວນ ແລະ ລະອຽດ. ຂ້າພະເຈົ້ານິຍົມຫຼາຍ”.
ເຂົ້າໜົມປະເພດຕ່າງໆທີ່ຂາຍໃນງານວາງສະແດງຕະຫຼາດບ້ານນາ
(ພາບ: ອິນເຕີແນດ
ງານວາງສະແດງຕະຫຼາດໃນເມື່ອກ່ອນ ແລະ ຕະຫຼາດບ້ານນາ ໄດ້ຢືນຢັນໃຫ້ເຫັນວ່າ ຕະຫຼາດຮ່າໂນ້ຍ ໃນປະຈຸບັນ ແມ່ນພາກສ່ວນໜຶ່ງຂອງປະຫວັດສາດ, ວັດທະນະທຳຮ່າໂນ້ຍ, ເຖິງວ່າຈະອຶກກະທຶກຄຶກໂຄມ, ຫຼືບາງເທື່ອຈັດຂຶ້ນບໍ່ຖືກຕາມແຜນຜັງຕົວເມືອງກໍ່ຕາມ, ແຕ່ມັນພັດແມ່ນການເຄື່ອນໄຫວທີ່ຂາດບໍ່ໄດ້ໃນຊີວິດຂອງຊາວຫວຽດນາມ ເວົ້າລວມ ແລະ ຊາວນະຄອນຫຼວງເວົ້າສະເພາະ.