ພິທີປຸກລະດົມ ຂໍ້ລິເລີ່ມ ອາຊຽນຂຽວ ຢ່າງເປັນທາງການ (ພາບ: ສູນກາງ ACB)

ດ້ວຍການເຂົ້າຮ່ວມຂອງຫຼາຍຝ່າຍທີ່ກ່ຽວຂ້ອງ, ຂໍ້ລິເລີ່ມ ອາຊຽນຂຽວ ໄດ້ຕັ້ງເປົ້າໝາຍປຸກຕົ້ນໄມ້ຂຽວທຳມະຊາດຢ່າງໜ້ອຍສຸດ 10 ລ້ານຕົ້ນ ແລະ ຟື້ນຟູບັນດາປ່າ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ໃນຮອບເວລາ 10 ປີຈະມາເຖິງ. ຂໍ້ລິເລີ່ມຈະຮັບຮູ້, ມອບຂອງຂວັນ ໃຫ້ແກ່ບັນດາສ່ວນບຸກຄົນ, ອົງການຈັດຕັ້ງມາຈາກບັນດາປະເທດສະມາຊິກ ອາຊຽນ ມີບັນດາການເຄື່ອນໄຫວ, ໂຄງການປູກຕົ້ນໄມ້ເປັນປ່າປະກອບສ່ວນເຂົ້າໃນການຟື້ນຟູລະບົບຊີວະພາບ, ປັບປຸງສະຫວັດດີການ ແລະ ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ, ໂຄງການສະແດງໃຫ້ເຫັນການຮ່ວມມື ແລະ ຄຳໝັ້ນສັນຍາຢ່າງແຮງ ລະຫວ່າງ 10 ປະເທດສະມາຊິກ ອາຊຽນ ໃນການອະນຸລັກຮັກສາຊີວະນາໆພັນ ແລະ ຟື້ນຟູລະບົບຊີວະພາບໃນພາກພື້ນ.