Mobile Money: ມາດ​ຕະ​ການ​ທາງ​ການ​ເງິນ​ທີ່​ປອດ​ໄພ ແລະ ສະ​ດວກ​ສະ​ບາຍ

(VOVWORLD) -ເພື່ອປະຕິບັດ ແຜນຮ່າງພັດທະນາການຊຳລະໂດຍບໍ່ໃຊ້ເງິນສົດ ໄລຍະ 2021  2025 ຂອງ ລັດຖະບານ ແລະ ດຳລັດສະບັບໃໝ່ແທນໃຫ້ດຳລັດສະບັບເລກທີ 101/2012/ດລ - ລບ ກ່ຽວກັບການຊຳລະເງິນໂດຍບໍ່ໃຊ້ເງິນສົດ, ແຕ່ທ້າຍປີ 2021, ບັນດາບໍລິສັດໂທລະຄົມມະນາຄົມຂະໜາດໃຫຍ່ຢູ່ ຫວຽດນາມ ຄື VNPT, Viettel ແລະ Mobifone ໄດ້ຕັ້ງໜ້າຜັນຂະຫຍາຍການທົດລອງມາດຕະການຊຳລະເງິນໃໝ່ ມີຊື່ວ່າ Mobile Moneyໃນເບື້ອງຕົ້ນ ໄດ້ຮັບການຕີລາຄາວ່າ ແມ່ນມາດຕະການດ້ານການເງິນທີ່ປອດໄພ, ສະດວກ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຫຼາຍຢ່າງຢູ່ ຫວຽດນາມ.
Mobile Money:  ມາດ​ຕະ​ການ​ທາງ​ການ​ເງິນ​ທີ່​ປອດ​ໄພ ແລະ ສະ​ດວກ​ສະ​ບາຍ - ảnh 1Mobile Money ແມ່ນມາດຕະການດ້ານການເງິນ ເອື້ອອຳນວຍຄວາມສະດວກໃຫ້ປະຊາຊົນສາມາດໂອນ - ຮັບເງິນ, ໃຊ້ຈ່າຍ, ຊື້ເຄື່ອງຂອງ, ຊຳລະຄ່າບໍລິການຕ່າງໆ... ຜ່ານໂທລະສັບມືຖື (ພາບ: Linh Anh)
 
  Mobile Money ແມ່ນມາດຕະການດ້ານການເງິນ ເອື້ອອຳນວຍຄວາມສະດວກໃຫ້ປະຊາຊົນສາມາດໂອນ - ຮັບເງິນ, ໃຊ້ຈ່າຍ, ຊື້ເຄື່ອງຂອງ, ຊຳລະຄ່າບໍລິການຕ່າງໆ... ຜ່ານໂທລະສັບມືຖື ແລະ ບໍ່ຈຳເປັນຕ້ອງຜ່ານຝ່າຍເປັນກາງໃດ. ນີ້ແມ່ນບັນຊີທີ່ບັນຈຸເງິນ, ຕິດພັນກັບເບີໂທລະສັບມືຖືຂອງຜູ້ຊົມໃຊ້. ຈຸດທີ່ແຕກຕ່າງ ແມ່ນຈຸດດີທີ່ສຸດຂອງ Mobile Money ເມື່ອທຽບໃສ່ກະເປົາເງິນເອເລັກໂຕນິກຕ່າງໆ ນັ້ນແມ່ນ, ຜູ້ຊົມໃຊ້ຕ້ອງເຊື່ອມຕໍ່ກັບບັນຊີທະນາຄານໃດໜຶ່ງ ເພື່ອຮັບ ຫຼື ໂອນເງິນ, ໃນຂະນະນັ້ນ ສຳລັບ Mobile Money, ຜູ້ຊົມໃຊ້ບໍ່ຈຳເປັນຕ້ອງມີບັນຊີຢູ່ທະນາຄານ, ກໍ່ສາມາດເຕີມເງິນໂດຍກົງເຂົ້າໃນບັນຊີ Mobile Money ເພື່ອໃຊ້ຈ່າຍ. ນອກຈາກນັ້ນແລ້ວ, ສຳລັບກະເປົາເງິນເອເລັກໂຕນິກອື່ນໆ ແມ່ນຮຽກຮ້ອງໃຫ້ຜູ້ຊົມໃຊ້ຕ້ອງຕັ້ງຄ່າ ໂປຼແກຼມ ໃນໂທລະສັບມືຖື smartphone ຈຶ່ງສາມາດນຳໃຊ້ໄດ້, ສ່ວນ Mobile Money, ໂທລະສັບມືຖືທົ່ວໄປ ໂດຍພື້ນຖານແລ້ວກໍສາມາດນຳໃຊ້ມາດຕະການນີ້ເພື່ອຊຳລະ ແລະ ໂອນເງິນໄດ້, ຊ່ວຍໃຫ້ການນຳໃຊ້ Mobile Money ມີຄວາມງ່າຍດາຍ ແລະ ສະດວກກວ່າຫຼາຍຢ່າງ. ພາຍຫຼັງນຳໃຊ້ມາໄດ້ໄລຍະໜຶ່ງ, ເອື້ອຍ ຫງວຽນຫາຍເດື່ອງ, ເຈົ້າຂອງຮ້ານສັບພະສິນຄ້າ ຢູ່ເມືອງ ຮ່າດົງ, ຮ່າໂນ້ຍ ແບ່ງປັນດ້ວຍຄວາມພາກພູມໃຈວ່າ:

        “ເມື່ອຍັງບໍ່ທັນມີການບໍລິການ Mobile Money ນີ້, ລູກຄ້າມາຊື້ເຄື່ອງແລ້ວ ປະສົບກັບຄວາມຫຍຸ້ງຍາກບໍ່ໜ້ອຍໃນການໂອນເງິນຊຳລະ. ແຕ່ວ່າ, ປັດຈຸບັນນີ້, ລູກຄ້າພຽງແຕ່ກະທຳການດຽວເທົ່ານັ້ນ ຂ້າພະເຈົ້າກໍໄດ້ຮັບເງິນແລ້ວ ດ້ວຍໂທລະສັບຂາວດຳແຕ່ໜ່ວຍດຽວ. ສະດວກທີ່ສຸດ”.

Mobile Money:  ມາດ​ຕະ​ການ​ທາງ​ການ​ເງິນ​ທີ່​ປອດ​ໄພ ແລະ ສະ​ດວກ​ສະ​ບາຍ - ảnh 2ທ່ານ ຟ້າມຕ໊ຽນຢຸງ, ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ (ພາບ: Vietnam+)

        ຕາມຜູ້ຕາງໜ້າທະນາຄານແຫ່ງລັດແລ້ວ, ເລື່ອງ Mobile Money ສາມາດເຄື່ອນໄຫວໂດຍບໍ່ຈຳເປັນຕ້ອງມີບັນຊີທະນາຄານໄດ້ຊ່ວຍໃຫ້ການບໍລິການນີ້ ມີຜູ້ຊົມໃຊ້ເປັນຈຳນວນຫຼາຍຢູ່ ຫວຽດນາມ. ພິເສດ, ຜູ້ອາຍຸສູງ ຫຼື ຜູ້ທີ່ຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ເວລາໄປເປີດບັນຊີທະນາຄານ ແມ່ນຫຍຸ້ງຍາກທີ່ສຸດ. ຍິ່ງໄປກວ່ານັ້ນ, Mobile Money ສາມາດນຳໃຊ້ໄດ້ຢ່າງງ່າຍດາຍ ສຳລັບການຊື້-ຂາຍສິນຄ້າທົ່ວໄປໃນຊີວິດປະຈຳວັນ, ເປັນຕົ້ນແມ່ນການຊື້ເຄື່ອງຢູ່ຮ້ານສັບພະສິນຄ້າ, ຂອງກິນແຄມທາງ, ຊື້ປຶ້ມ, ໜັງສືພິມ... ຊ່ວຍຈຳກັດການໃຊ້ເງິນສົດ ແລະ ມຸ່ງໄປເຖິງພື້ນຖານເສດຖະກິດດີຈີຕອນບໍ່ໃຊ້ເງິນສົດໃນອະນາຄົດ.  ທ່ານ ຟ້າມຕ໊ຽນຢຸງ, ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ເຊື່ອໝັ້ນວ່າ:

        “ສຳລັບເປົ້າໝາຍລູກຄ້າຈຳນວນຫຼາຍ ກໍຄື ແບບວິທີເຊິ່ງພວກເຮົາໄດ້ຜັນຂະຫຍາຍການຊຳລະໂດຍບໍ່ໃຊ້ເງິນສົດໃນໄລຍະຜ່ານມາ, ຂ້າພະເຈົ້າຫວັງວ່າ ລະບົບຊີວະພາບດີຈີຕອນ ຈະຂະຫຍາຍກວ້າງອອກ ແລະ ປະຊາຊົນທີ່ໃຊ້ Mobile Money ສາມາດຊື້ເຄື່ອງຂອງ, ຊຳລະການຊື້ສິນຄ້າ, ການບໍລິການໄດ້ຫຼາຍປະເພດ...”

        ບໍ່ພຽງແຕ່ນຳໃຊ້ໄດ້ຢ່າງງ່າຍດາຍເທົ່ານັ້ນ, Mobile Money ກໍໄດ້ຮັບການປ້ອງກັນຢ່າງປອດໄພດ້ວຍການຮັກສາຊື່ ແລະ ນາມສະກຸນຂອງຜູ້ໃຊ້ຈາກກໍລະນີຫຼອກລວງ ຫຼື ຍາດຊີງເອົາແບບຜິດກົດໝາຍ. ຜູ້ຕາງໜ້າບັນດາບໍລິສັດໂທລະຄົມມະນາຄົມ ຜັນຂະຫຍາຍບໍລິການນີ້ ໄດ້ຢັ້ງຢືນດ້ວຍຄວາມໝັ້ນໃຈວ່າ ລະດັບຄວາມປອດໄພຂອງ Mobile Money ແມ່ນສູງທີ່ສຸດ. ທ່ານ ເງິນຢຽນຮີ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ VNPT  ຢັ້ງຢືນວ່າ ການບໍການ Mobile Money ໂດຍ VNPT ຜັນຂະຫຍາຍ ໄດ້ປະມວນເອົາບັນດາເຕັກໂນໂລຢີທີ່ທັນສະໄໝໃນຂະແໜງທະນາຄານ ແລະ ໂທລະຄົມມະນາຄົມ ເປັນຕົ້ນແມ່ນ ການກຳນົດຊື່ ແລະ ນາມສະກຸນທາງເອເລັກໂຕນິກ eKYC, AI/Bigdata, Machine Learning, QR code; ບັນດາມາດຕະການຊຳລະ ທີ່ໄດ້ສຳຜັດຄື NFC, ຄື້ນສຽງບັນຊີ Mobile Money ໄດ້ຮັບການຄຸ້ມຄອງຢູ່ໃນລະບົບພື້ນຖານໂຄງລ່າງເຕັກນິກທີ່ປອດໄພ, ບັນລຸມາດຕະຖານຮັກສາຄວາມລັບສາກົນຄື PCI - DSS. ພ້ອມດຽວກັນນັ້ນ, ເງິນໃນບັນຊີ Mobile Money ທະນາຄານແຫ່ງລັດ ຫວຽດນາມ ກໍໄດ້ຮັບປະກັນ ດ້ວຍຂໍ້ກຳນົດຕ່າງໆ ໂດຍບໍ່ຕ່າງຫຍັງກັບບັນຊີທະນາຄານ. ທ່ານ ເງິນຢຽນຮີ ເນັ້ນໜັກວ່າ:

        “ກ່ຽວກັບດ້ານບໍລິຫານຄວາມສ່ຽງ, VNPT ໄດ້ໝູນໃຊ້ບັນດາຂັ້ນຕອນ ແລະ ເຄື່ອງມືຄວບຄຸມບໍລິຫານຄວາມສ່ຽງຢ່າງເຄັ່ງຄັດ ເພື່ອຮັບປະກັນໃຫ້ລູກຄ້ານຳໃຊ້ບໍລິການ Mobile Money ຂອງ VNPT ດ້ວຍຄວາມປອດໄພທີ່ສຸດ”.

        ການຄາດຄະເນຂອງບັນດາອົງການຈັດຕັ້ງການເງິນສາກົນ ໃຫ້ຮູ້ວ່າ ຂອບຂະໜາດຂອງການບໍລິການ Mobile Money ທົ່ວໂລກ ອາດຈະບັນລຸ 12 ຕື້ USD ໃນປີ 2024, ປະກອບສ່ວນ 0,5% ເຂົ້າໃນການເຕີບໂຕເສດຖະກິດ. ຢູ່ ຫວຽດນາມ, ຮອດທ້າຍປີ 2021 ມີ ເບີໂທລະສັບມືຖືປະມານ 130 ລ້ານເບີ ໄດ້ນຳໃຊ້ ແລະ ລະດັບການປົກຄຸມຄື້ນໂທລະສັບມືຖືຈະກວມເອົາເຖິງ 99,8% ຈຳນວນປະຊາກອນ. ໃນຂະນະນັ້ນ, ປະຊາຊົນປະມານ 60 ລ້ານຄົນ, ເທົ່າກັບ 69% ປະຊາກອນ, ຍັງບໍ່ທັນມີບັນຊີທະນາຄານ. ນີ້ໄດ້ຮັບຖືວ່າ ແມ່ນພື້ນຖານ ແລະ ເງື່ອນໄຂສະດວກເພື່ອຜັນຂະຫຍາຍການປະຕິບັດທົດລອງການບໍລິການ Mobile Money ແນ່ນອນວ່າ ຈະປະສົບຜົນສຳເລັດ, ມຸ່ງໄປເຖິງການຜັນຂະຫຍາຍບໍລິການທີ່ມີຄວາມສາມາດບົ່ມຊ້ອນນີ້ຢ່າງເປັນທາງການ ແລະ ນຳໃຊ້ເປັນປົກກະຕິ./.

ຕອບກັບ

ຂ່າວ/ບົດ​ອື່ນ