Phenikaa ປະຕິບັດຄວາມຄາດຫວັງຢາກພັດທະນາຄວາມເກັ່ງກ້າສາມາດ ແລະ ພູມປັນຍາ ຫວຽດ

(VOVWORLD) - ກຸ່ມບໍລິສັດ Phenikaa, ແມ່ນເຄື່ອງໝາຍການຄ້ານຳໜ້າ, ມີອິດທິພົນຊື່ສຽງຢູ່ ຫວຽດນາມ ແລະ ສາກົນ ກ່ຽວກັບວັດສະດຸທີ່ກ້າວໜ້າ, ວັດສະດຸນຳໃຊ້ໃນລະບົບນິເວດລະດັບສູງ, ຜະລິດຕະພັນອັດສະລິຍະ, ວິທີການແກ້ໄຂແບບອັດສະລິຍະ ແລະ ການຜະລິດອັດສະລິຍະ ທີ່ຫາກໍ່ເປີດນຳໃຊ້ໂຮງງານເອເລັກໂຕນິກອັດສະລິຍະ ແລະ ເຄື່ອງໝາຍ ຫຼອດໄຟ Led  ສ່ອງແສງສະຫວ່າງPhenikaa Lighting ເພື່ອສຸຂະພາບແຫ່ງທຳອິດຢູ່ ຫວຽດນາມ. ດ້ວຍລະບົບນິເວດຄົບວົງຈອນ ຕາມຮູບແບບ 3 ຮ່ວມສຳພັນລະຫວ່າງ (ການສຶກສາ - ວິທະຍາສາດ - ການຜະລິດດຳເນີນທຸລະກິດ), Phenikaa ພວມຄ່ອຍໆປະຕິບັດຄວາມຄາດຫວັງປະກອບສ່ວນເຂົ້າໃນການພັດທະນາຄວາມເກັ່ງກ້າສາມາດ ແລະ ພູມປັນຍາ ຫວຽດ, ສ້າງບັນດາຜົນງານໃນການຄົ້ນຄ້ວາວິທະຍາສາດ, ເຕັກໂນໂລຢີ ທີ່ມີລັກສະນະນຳໃຊ້ເປັນສ່ວນໃຫຍ່ເຂົ້າໃນການດຳລົງຊີວິດຢູ່ລະດັບສູງ, ມີຜົນສະທ້ອນຢ່າງບຸກທະລຸໃນຂະແໜງເສດຖະກິດ ແລະ ວິທະຍາສາດ ຂອງຫວຽດນາມ.



Phenikaa ປະຕິບັດຄວາມຄາດຫວັງຢາກພັດທະນາຄວາມເກັ່ງກ້າສາມາດ ແລະ ພູມປັນຍາ ຫວຽດ - ảnh 1ທ່ານໂຮ່ຊວັນນັງ, ປະທານກຸ່ມບໍລິສັດ Phenikaa (ພາບ: baodautu.vn)

 

 ໃນໂລກ, ຮູບແບບລະບົບເຊື່ອມຕໍ່ລະຫວ່າງ ວິສາຫະກິດ, ມະຫາວິທະຍາໄລ ແລະ ບັນດາສູນຄົ້ນຄ້ວາວິທະຍາສາດ ໄດ້ກາຍເປັນບັນຫາທົ່ວໄປ ແລະ ໄດ້ພິສູດໃຫ້ເຫັນປະສິດທິຜົນ. ຢູ່ ຫວຽດນາມ, ຮູບແບບນີ້ ກໍ່ພວມຄ່ອຍໆໄດ້ສ້າງຕັ້ງຂຶ້ນ ແລະ ນຳເຂົ້າເຄື່ອນໄຫວ. ເຖິງຢ່າງໃດກໍ່ຕາມ, ສ່ວນຫຼາຍຍັງແມ່ນການເຊື່ອມຕໍ່ລະຫວ່າງບັນດາຫົວໜ່ວຍເອກະລາດ, ກະແຈກກະຈາຍ; ມີພຽງແຕ່ຈຳນວນຫນ້ອຍວິສາຫະກິດ ອາດຈະສ້າງຕັ້ງ ແລະ ພັດທະນາພາຍໃນກຸ່ມ ຄືລະບົບນິເວດທີ່ຄົບຖ້ວນເພື່ອເປັນເຈົ້າການໃນການເຄື່ອນໄຫວຮູບແບບເຊື່ອມຕໍ່ນີ້ດ້ວຍກຳລັງແຮງພາຍໃນ. ແລະ Phenikaa ໄດ້ປະຕິບັດພາລະກຳນີ້.

ທ່ານໂຮ່ຊວັນນັງ, ປະທານກຸ່ມບໍລິສັດ Phenikaa ແບ່ງປັນວ່າ, ກ່ອນນີ້ 3 ປີ, ລະບົບນິເວດ Phenikaa ໄດ້ສ້າງຂຶ້ນດ້ວຍ 3 ເສົາຄ້ຳຫຼັກນັ້ນແມ່ນ: ວິສາຫະກິດ - ການສຶກສາບຳລຸງສ້າງ - ການຄົ້ນຄ້ວາວິທະຍາສາດ ດ້ວຍຄາດຫວັງຢາກປະກອບສ່ວນເຂົ້າໃນການພັດທະນາພອນສະຫວັນ ແລະ ພູມປັນຍາ ຫວຽດ. ທ່ານກ່າວວ່າ:

 ໃນລະບົບວິເວດນີ້, ພ້ອມກັບການສ້າງຕັ້ງສະຖາບັນຄົ້ນຄ້ວາ, ສູນຄົ້ນຄ້ວາທີ່ໄດ້ລົງທຶນຕິດຕັ້ງວັດຖຸອຸປະກອນ ພວກຂ້າພະເຈົ້າກໍ່ສ້າງໂຄງປະກອບມະຫາວິທະຍາໄລ Phenikaa ຄືນໃໝ່ ຕາມຮູບແບບມະຫາວິທະຍາໄລປ່ຽນແປງໃໝ່ປະດິດຄິດສ້າງ, ລົງຕົວຈິງ ແລະ ຫັນຄວາມສາມາດບົ່ມຊ້ອນຂອງໄວໜຸ່ມໃຫ້ປະກົດຜົນເປັນຈິງ. ດ້ວຍຍຸດທະສາດ ແລະ ຮັບຮູ້ລະດັບຄວາມສຳຄັນຂອງວິທະຍາສາດເຕັກໂນໂລຢີໃນຍຸກສະໄໝຫັນເປັນດີຈີຕອນ, ພາຍຫຼັງ 3 ປີນັບແຕ່ເວລາພວກຂ້າພະເຈົ້າເລີ່ມດຳເນີນລະບົບນັ້ນ ມາຮອດປັດຈຸບັນລະບົບວິເວດ Phenika ລວມມີ 3 ຂົງເຂດ ບັນລຸໄດ້ຜົນງານເບື້ອງຕົ້ນທີ່ເປັນໜ້າຊື່ນຊົມ.

ລະບົບນິເວດດ້ວຍຮູບແບບ 3 ຂົງເຂດ (ການສຶກສາ - ວິທະຍາສາດ - ການຜະລິດດຳເນີນທຸລະກິດ) ໄດ້ຮັບຖືວ່າ ແມ່ນຍຸດທະສາດພັດທະນາເປັນເຈົ້າການ ແລະ ຍືນຍົງຂອງກຸ່ມບໍລິສັດ. ດ້ວຍຮູບແບບນີ້, Phenikaa ພວມຫັນວິໄສທັດກາຍເປັນກຸ່ມບໍລິສັດເຕັກໂນໂລຢີ - ອຸດສາຫະກຳແຖວໜ້າບົນພື້ນຖານການຜະລິດອັດສະລິຍະ, ເຕັກໂນໂລຢີອັດສະລິຍະ ແລະ ວັດສະດຸອັດສະລິຍະເປັນເທື່ອລະກ້າວ.

 ການ ມີ 2 ສະມາຊິກໃໝ່ໃນລະບົບນິເວດ Phenikaa ທີ່ຫາກໍ່ໄດ້ເປີດຕົວຫວ່າງມໍ່ໆມານີ້ (ເດືອນ ກໍລະກົດ 2022) ແມ່ນໂຮງງານເອເລັກໂຕນິກອັດສະລິຍະ Phenikaa ແລະ ເຄື່ອງໝາຍ ຫຼອດໄຟ Led  ສ່ອງແສງສະຫວ່າງ Phenikaa Lighting ທັງແມ່ນໝາກຜົນຈາກການເຄື່ອນໄຫວຮູບແບບ 3 ຂົງເຂດ, ທັງແມ່ນຕ່ອງໂສ້ສຳຄັນເພື່ອແນໃສ່ເພີ່ມທະວີກຳລັງໃຫ້ແກ່ລະບົບວິເນດ Phenikaa. ທ່ານ ໂຮ່ຊວັນນັງ, ປະທານກຸ່ມບໍລິສັດ Phenikaa ໃຫ້ຮູ້ວ່າ:

ໃນວິວັດການດຳເນີນທຸລະກິດ, ພວກຂ້າພະເຈົ້າຖືເນື້ອໃນຈິດໃຈມະນຸດສະທຳ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ພວກຂ້າພະເຈົ້າຕັດສິນໃຈເດີນຕາມທິດ ບຸກທະລຸ ສ້າງທ່າໄດ້ປຽບໃນການແກ້ງແຍ້ງ. ພວກຂ້າພະເຈົ້າໄດ້ເຕົ້າໂຮມບັນດານັກວິທະຍາສາດ, ນັບແຕ່ຂົງເຂດກົງຈັກ ຕະຫຼອດຮອດເອເລັກໂຕນິກ, ຟີຊິກເຕັກນິກ, ປັນຍາປະດິດ… ສ້າງຜະລິດຕະພັນໜຶ່ງເຊິ່ງເຮັດແນວໃດໃຫ້ຜູ້ນຳໃຊ້ຮູ້ສຶກສະດວກທີ່ສຸດ, ເໝາະສົມກັບທ່າອ່ຽງຫັນເປັນດີຈີຕອນທີ່ສຸດ. ໃນນັ້ນ, ພວກຂ້າພະເຈົ້າ ໄດ້ສ້າງບັນດາຜະລິດຕະພັນສ່ອງແສງສະຫວ່າງດ້ວຍເປົ້າາຍເພື່ອສຸຂະພາບຂອງມະນຸດ ແລະ ມຸ່ງໄປເຖິງການເປັນເຈົ້າການໃນລະບົບການສະໜອງ.

ບັນດາຜະລິດຕະພັນໄດ້ຮັບການຜະລິດຢູ່ໂຮງງານເອເລັກໂຕນິກ ອັດສະລິຍະ Phenikaa ດ້ວຍຂັ້ນຕອນຄວບຄຸມຄຸນນະພາບຢ່າງເຂັ້ມງວດ ຕາມມາດຖານສາກົນ. ໄປຄຽງຄູ່ກັບການສຸມໃສ່ການຜັນຂະຫຍາຍບັນດາວິທີການອອກແບບ, Phenikaa ຍັງສົມທົບກັບບັນດາຄູ່ຮ່ວມມືຕ່າງປະເທດ ເພື່ອຄ່ອຍໆຍົກລະດັບບັນດາຜະລິດຕະພັນນັ້ນບົນພື້ນຖານເຕັກໂນໂລຢີຫຼັກ. ທ່ານ Peter Neslon, ຜູ້ອຳນວຍການຮັບຜິດຊອບຜະລິດຕະພັນທົ່ວໂລກກ່ຽວກັບ LED ສ່ອງແສງສະຫວ່າງ ກຸ່ມບໍລິສັດ AMS Osram ຕີລາຄາວ່າ:

Phenikaa ພວມລົງມືເຂົ້າວິວັດການຜະລິດຜະລິດຕະພັນໃຫ້ແກ່ພາກພື້ນພວມພັດທະນາ, ວັດທະນາຖາວອນ, ພາກພື້ນພວມມີການເຕີບໂຕຢູ່ລະດັບໄວທີ່ສຸດໃນໂລກ. ໄປຄຽງຄູ່ກັບຄວາມໄວໃນການເຕີບໂຕ GDP ຢ່າງແຮງ, ອາຊີຕາເວັນອອກສ່ຽງໃຕ້ ຍັງແມ່ນເຂດທີ່ມີວິທີການແກ້ໄຂອັດສະລິຍະເປັນຈຳນວນຫຼາຍ. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ໄດ້ຮ່ວມເດີນທາງກັບ Phenikaa, ໂດຍແມ່ນສ່ວນໜຶ່ງຂອງລະບົບນິເວດນີ້ ບໍ່ພຽງແຕ່ໃນຖານະເປັນນັກສະໜອງເທົ່ານັ້ນ ຫາກຍັງໄດ້ເຂົ້າຮ່ວມຕະຫຼາດຜ່ານບັນດາຜະລິດຕະພັນທີ່ມີເຄື່ອງໝາຍດຽວກັນກັບ Phenikaa.

ປັດຈຸບັນ, Phenikaa Lighting ພວມມີ ຜະລິດຕະພັນ LED 5 ຊະນິດຫຼັກລວມມີ: Essenaa, Balagraa, Sunaa, Healthaa và Tunaturaa.

ໄປຄຽງຄູ່ກັບລັກສະນະທີ່ມີປະສິດທິຜົນຂອງລະບົບນິເວດ Phenikaa ດ້ວຍ ຮູບແບບ 3 ຂົງເຂດ, ການກຳເນີດຂອງໂຮງງານເອເລັກໂຕນິກອັດສະລິຍະ Phenikaa ແລະ ເຄື່ອງໝາຍ Phenikaa Lighting ກໍ່ເພື່ອແນໃສ່ປະຕິບັດຄວາມມຸ່ງມາດປາດຖະໜາຢາກໄດ້ປະກອບສ່ວນເຂົ້າໃນການພັດທະນາ ຄວາມເກັ່ງກ້າສາມາດ ແລະ ພູມປັນຍາ ຫວຽດ. ຈາກນັ້ນ ສ້າງບັນດາຜົນງານໃນການຄົ້ນຄ້ວາວິທະຍາສາດ, ເຕັກໂນໂລຢີທີ່ມີລັກສະນະນຳໃຊ້ສູງໃນການດຳລົງຊີວິດ, ນຳມາເຊິ່ງບັນດາຜະລິດຕະພັນ "Make in Vietnam" ທີ່ມີຄຸນນະພາບທີ່ໂດດເດັ່ນ ເພື່ອຊີວິດທີ່ອັດສະລິຍະ, ມີຄວາມສະດວກໃຫ້ແກ່ມະນຸດ. ທ່ານ ຫງວຽນກວັນ ອະດີດລັດຖະມົນຕີກະຊວງວິທະນາສາດແລະ ເຕັກໂນໂລຢີ ຫວຽດນາມ ຢັ້ງຢືນວ່າ:

ພັກ ແລະ ລັດ ມີຄວາມເອົາໃຈໃສ່ເປັນພິເສດເຖິງການເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳ ຄັ້ງທີ 4. ນາຍົກລັດຖະມົນຕີ ກໍ່ໄດ້ປະກາດໃຊ້ຂໍ້ຕົກລົງກ່ຽວກັບໂຄງການຫັນເປັນດີຈີຕອນແຫ່ງຊາດ. ຂ້າພະເຈົ້າດີໃຈຫຼາຍ Phenikaa ແມ່ນກຸ່ມບໍລິສັດອຸດສາຫະກຳນຳໜ້າໃນຂົງເຂດຫັນເປັນດີຈີຕອນ, ຍ້ອນວ່າ ເປົ້າໝາຍສຸດທ້າຍຂອງການຫັນເປັນດີຈີຕອນແມ່ນສ້າງບັນດາຜະລິດຕະພັນອັດສະລິຍະເພື່ອຮັບໃຊ້ໃຫ້ແກ່ສັງຄົມ, ຈາກເຕັກໂນໂລຢີອັດສະລິຍະຕະຫຼອດຮອດຄົມມະນາຄົມອັດສະລິຍະ, ໂຮງງານອັດສະລິຍະ… ມຸ່ງໄປເຖິງປະເທດອັດສະລິຍະ. ເພາະສະນັ້ນ, ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ຜະລິດຕະພັນຂອງ Phenikaa, ນີ້ແມ່ນຜະລິດຕະພັນທີ່ມີຄວາມໝາຍສຳຄັນ ຍ້ອນວ່ານັ້ນແມ່ນຜະລິດຕະພັນທີ່ໄດ້ຜະລິດຈາກປະຊາຊົນຫວຽດນາມ.

    ການຄຸ້ມຄອງບໍລິຫານຢ່າງໂປ່ງໄສຕາມທຳນຽມຂອງສາກົນ, ການເຄື່ອນໄຫວຢ່າງມີປະສິດທິຜົນເພື່ອຜົນປະໂຫຍດອັນກົມກຽວລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ, ຖືຄວາມໝັ້ນຄົງຂອງສະພາບແວດລ້ອມນິເວດ ແລະ ສັງຄົມແມ່ນຄວາມຮຽກຮ້ອງຕ້ອງການເປັນຕາຍຂອງວິສາຫະກິດ. ດ້ວຍການກຳນົດທິດນັ້ນ, ກຸ່ມບໍລິສັດ Phenikaa ໄດ້ ແລະ ພວມສືບຕໍ່ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ເພື່ອສ້າງຜະລິດຕະພັນ Make in Vietnam ທີ່ມີເຕັກໂນໂລຢີສູງ, ຄຸນນະພາບກ້າວກະໂດດຂັ້ນ ນຳມາເຊິ່ງການດຳລົງຊີວິດທີ່ອັດສະລິຍະ, ມີຜົນປະໂຫຍດເພື່ອສຸຂະພາບຂອງມະນຸດ, ນຳຜະລິດຕະພັນຂອງຊາວຫວຽດນາມ ໄປຂາຍຢູ່ຕະຫຼາດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ