ຊອກ​ຫາ​ມາດ​ຕະ​ການ​ຫັນ​ເປັນ ດິ​ຈີ​ຕອນ​ແຫ່ງ​ຊາດ, ນຳ​ຫວຽດ​ນາມ ພັດ​ທະ​ນາ​​ກະ​ໂດດ​ຂັ້ນຢ່າງວ່ອງ​ໄວ

(VOVWORLD) -ເອກະສານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດການຫັນເປັນດິຈີຕອນແຫ່ງຊາດ ແມ່ນຫນ້າທີ່ສຳຄັນຍິ່ງ, ຕິດພັນກັບ 3 ເສົາຄ້ຳຕົ້ນຕໍ ນັ້ນແມ່ນ ລັດຖະບານດິຈີຕອນ, ພື້ນຖານເສດຖະກິດດິຈີຕອນ, ສັງຄົມດິຈີຕອນໃນໄລຍະຜ່ານມາ, ຫວຽດນາມ ມີຄວາມເອົາໃຈໃສ່ເປັນພິເສດທີ່ວຽກງານຫັນປ່ຽນດີຈີຕອນ, ມຸ່ງໄປເຖິງລັດຖະບານດິຈີຕອນ, ພື້ນຖານເສດຖະກິດດິຈີຕອນ . ມີຫລາຍໂຄງການ, ມາດຕະການ ໄດ້ຍົກອອກມາ ເພື່ອແນໃສ່ເປົ້າໝາຍຊອກຫາ ແລະ ແບ່ງປັນບັນດາມາດຕະການຫັນເປັນດິຈີຕອນ ເພື່ອຊ່ວຍ ຫວຽດນາມ ພັດທະນາກະໂດດຂັ້ນ, ປະກອບສ່ວນນຳ ຫວຽດນາມ ກາຍເປັນປະເທດພັດທະນາຢ່າງຈະເລີນຮຸ່ງເຮືອງ.

ຊອກ​ຫາ​ມາດ​ຕະ​ການ​ຫັນ​ເປັນ ດິ​ຈີ​ຕອນ​ແຫ່ງ​ຊາດ, ນຳ​ຫວຽດ​ນາມ ພັດ​ທະ​ນາ​​ກະ​ໂດດ​ຂັ້ນຢ່າງວ່ອງ​ໄວ - ảnh 1ທ່ານ ຫງວຽນຮູຍຢູ໋ງ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ (ພາບ: ຖາວແອັງ)

 

 ໃນເວລາກວ່າ 2 ປີເມື່ອທ່ານນາຍົກລັດຖະມົນຕີ ເຊັນອະນຸມັດ “ໂຄງການຫັນເປັນດິຈີຕອນແຫ່ງຊາດ ຮອດປີ 2025, ການກຳນົດທິດຮອດປີ 2030”, ພາລະກິດແຫ່ງການຫັນເປັນດິຈີຕອນແຫ່ງຊາດ ບັນລຸໄດ້ບັນດາໝາກຜົນຕັ້ງຫນ້າຢ່າງຈະແຈ້ງໃນເບື້ອງຕົ້ນ ພິແສດ ແມ່ນຄວາມຮັບຮູ້ກ່ຽວກັບການຫັນເປັນດິຈີຕອນແຫ່ງຊາດໃນອົງການລັດ, ວິສາຫະກິດ ແລະ ທົ່ວປວງຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ອາດເຫັນໄດ້ວ່າ ເຕັກໂນໂລຊີດິຈີຕອນ ພວມແຜ່ຂະຫຍາຍ ແລະ ແຊກຊຶມເຂົ້າເຖິງທຸກການເຄື່ອນໄຫວຂອງຊີວິດເສດຖະກິດສັງຄົມຂອງທຸກທ້ອງຖິ່ນ, ກະຊວງ, ຂະແຫນງການ ແລະ ລັດຖະບານ ຫວຽດນາມ, ນຳມາເຊິ່ງປະສິດທິຜົນ ແລະ ແຜ່ກະຈາຍອອກກວ້າງ. ທ່ານ ໂດ໋ກົງແອງ, ຫົວຫນ້າກົມການຫັນເປັນລະບົບຄອມພິວເຕີ (computerize), ກະຊວງ ຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ຢັ້ງຢືນວ່າ:

“ ກ່ຽວກັບຄວາມຮັບຮູ້ຫັນເປັນດິຈີຕອນ ຕ້ອງປະຕິບັດໃນທົ່ວປວງຊົນ ແລະ ຮອບດ້ານ. ການຫັນເປັນດິຈີຕອນ ບໍ່ພຽງແຕ່ແມ່ນເຕັກໂນໂລຊີ, ບໍ່ພຽງແຕ່ແມ່ນບັນຫາຊື້ອຸປະກອນເຕັກໂນໂລຊີເທົ່ານັ້ນ ຫາກຍັງແມ່ນບັນຫາຂອງລະບອບ ແລະ ນະໂຍບາຍ, ຄວາມຮັບຮູ້ ແລະ ກຳລັງຄວາມສາມາດຂອງອົງການ. ຜົນສຳເລັດຂອງວຽກງານຫັນເປັນດິຈີຕອນ, ເຕັກໂນໂລຊີ ປະກອບພຽງແຕ່ 20%, ສ່ວນ 80% ແມ່ນອີງໃສ່ຄວາມຮັບຮູ້ ແລະ ກຳລັງຄວາມສາມາດຈັດຕັ້ງຜັນຂະຫຍາຍ. ການຫັນເປັນດິຈີຕອນ ສຳຄັນທີ່ສຸດແມ່ນການເຂົ້າຮ່ວມຂອງທຸກຄົນ, ທຸກພາກສ່ວນໃນອົງການ, ທຸກພາກສ່ວນໃນສັງຄົມ.”

ການປະກອບສ່ວນຂອງເສດຖະກິດດິຈີຕອນໃຫ້ແກ່ພື້ນຖານເສດຖະກິດ ນັບມື້ນັບເພີ່ມຂຶ້ນ. ຈຳນວນວິສາຫະກິດເຕັກໂນໂລຊີ ສ້າງຕັ້ງໃຫມ່ ເພີ່ມຂຶ້ນຢ່າງວ່ອງໄວ. ສັງຄົມດິຈີຕອນ ດ້ວຍຈຸດສຸມແມ່ນພົນລະເມືອງດິຈີຕອນ, ໄດ້ຮັບຄວາມເອົາໃຈໃສ່ພັດທະນາ. ບັນລຸໄດ້ໝາກຜົນດັ່ງກ່າວກໍ່ຍ້ອນມີການເຂົ້າຮ່ວມຢ່າງຂ້ຽວຂາດຂອງລັດຖະບານ, ເປັນຕົ້ນແມ່ນກະຊວງຖະແຫລງຂ່າວ ແລະ ສື່ສານ.

ເກືອບ 3 ປີຜ່ານມາ, ດ້ວຍບົດບາດນຳຫນ້າໃນວຽກງານຫັນເປັນດິຈີຕອນ ຢູ່ ຫວຽດນາມ, ກະຊວງ ຖະແຫລງຂ່າວ ແລະ ສື່ສານ ໄດ້ຊອກຫາມາດຕະການ, ປຸກລຸກຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຜະລິດຕະພັນເຕັກໂນໂລຊີຂອງບັນດາວິສາຫະກິດຢ່າງບໍ່ຢຸດຢັ້ງ. ທ່ານ ຫງວຽນຮູຍຢູ໋ງ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ສື່ສານ  ຢັ້ງຢືນ: ບັນດາວິສາຫະກິດເຕັກໂນໂລຊີ ຂອງຫວຽດນາມ ຕ້ອງມີຄວາມເຊື່ອໝັ້ນວ່າ ຕົນເອງຕ້ອງແມ່ນຜູ້ມີຄວາມສາມາດແກ້ໄຂສະພາບການຢ່າງດີທີ່ສຸດ ແລະ ຜ່ານນັ້ນ ກວມເອົາຕະຫລາດຫັນເປັນດິຈີຕອນພາຍໃນປະເທດໄດ້.

 “ການຫັນເປັນ ດິຈີຕອນ ແມ່ນພາລະກິດຂອງທົ່ວປວງຊົນ ແລະ ຈະບັນລຸຜົນສຳເລັດ ຖ້າຫາກທົ່ວປວງຊົນເຂົ້າຮ່ວມ. ຫວຽດນາມ ແມ່ນປະເທດມີປະຊາຄົມວິສາຫະກິດເຕັກໂນໂລຊີເປັນຈຳນວນຫຼາຍ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ ແລະ ມີກຳລັງຄວາມສາມາດເປັນເຈົ້າຂອງເຕັກໂນໂລຢີ. ຄວາມຫວັງຂອງຜູ້ເຮັດວຽກງານເຕັກໂນໂລຢີ ຫວຽດນາມ ແມ່ນນຳເຕັກໂນໂລຢີເຂົ້າທຸກຂົງເຂດໃນການດຳລົງຊີວິດ.

ໂດຍຊອກຫາບັນດາວິທີການຫັນເປັນດີຈີຕອນ ຫວຽດນາມ ຢູ່ບັນດາຂົງເຂດ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ, ຊອກຫາວິທີເຮັດໃໝ່ທີ່ດີເດັ່ນໃຫ້ແກ່ບັນດາຂະແໜງການ, ຂົງເຂດ, ທ້ອງຖິ່ນ, ວິສາຫະກິດ, ປະຊາຄົມ… ຫວຽດນາມ ມີຫຼາຍວິທີໃນວິວັດການພັດທະນາ, ດ້ວຍທ່າໄດ້ປຽບທີ່ມີຄວາມເຂົ້າໃຈກ່ຽວກັບຕະຫຼາດພາຍໃນ, ຄວາມເຂົ້າໃຈກ່ຽວກັບຄວາມຕ້ອງການຂອງລູກຄ້າ, ວັດທະນະທຳປະຈຳຖິ່ນ, ກຽມພ້ອມທີ່ຈະຮັບໃຊ້ເມື່ອມີຄວາມຕ້ອງການ ແລະ ມີຄວາມເປັນເຈົ້າການ, ປະດິດຄິດສ້າງ, ອອກແບບ, ປ່ຽນແປງບັນດາຜະລິດຕະພັນການບໍລິການ ແລະ ວິທີການແກ້ໄຂຕາມຄວາມຕ້ອງການທີ່ແຕກຕ່າງກັນຂອງລູກຄ້າ, ບັນດາວິສາຫະກິດ ເຕັກໂນໂລຢີ ຫວຽດນາມ ພວມມີຫຼາຍກາລະໂອກາດເພື່ອເປັນເຈົ້າໃນການຮ່ວມມືກັບບັນດາບໍລິສັດມະຫາອຳນາດໃນໂລກ.

ໂດຍຢັ້ງຢືນການເຫັນເປັນດີຈີຕອນຕິດພັນກັບການພັດທະນາໄວ ແລະ ຍືນຍົງຂອງປະເທດ, ຕິດພັນກັບການຟື້ນຟູເສດຖະກິດໂດຍໄວ ແລະ ການພັດທະນາແບບຍືນຍົງໃນໄລຍະປັດຈຸບັນ, ຢູ່ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນໃນທ້າຍເດືອນເມສາ ປີ 2022, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງບັນດາໜ້າທີ່ ນັ້ນແມ່ນ:

ຕ້ອງມີຈິນຕະນາການບຸກທະລຸ ແລະ ວິໄສທັດຍຸດທະສາດ. ມີວິທີການເຮັດທີ່ເໝາະສົມ ແລະ ຕິດແທດຕົວຈິງ. ຕ້ອງລົງທຶນຢ່າງສົມເຫດສົມຜົນໃຫ້ແກ່ການສ້າງລະບອບລະບຽບການ, ເຕັກໂນໂລຢີ, ການບຳລຸງສ້າງແຫຼ່ງຊັບພະຍາກອນ, ການຄຸ້ມຄອງໃຫ້ສົມເຫດສົມຜົນ. ຕ້ອງຊຸກຍູ້ການຮ່ວມມືພາກລັດ - ເອກະຊົນໃນການຫັນເປັນດີຈີຕອນ, ຍົກສູງສະຕິຄວາມຮັບຮູ້, ມີການກະທຳຢ່າງຂ້ຽວຂາດ. ເພີ່ມທະວີວຽກງານໂຄສະນາໃຫ້ແກ່ທຸກຄົນ, ເປັນຕົ້ນແມ່ນປະຊາຊົນ ແລະ ວິສາຫະກິດເພື່ອສ້າງຄວາມເຫັນດີເຫັນພ້ອມ, ການຕອບສະໜອງ. ພ້ອມກັນນັ້ນ, ກໍຕັ້ງໜ້າສ້າງບັນດາຮາກຖານຂໍ້ມູນໃຫ້ສົມບູນແບບ, ຜັນຂະຫຍາຍໂຄງການພັດທະນາພົນລະເມືອງດີຈີຕອນ, ສົມທົບການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະ ການຮ່ວມມືສາກົນໃນວົງກ້ວາງ.

ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ຕ້ອງສ້າງ, ບູລະນະບາງເອກະສານນິຕິກຳໂດຍໄວ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຜັນຂະຫຍາຍໂຄງການ, ແຜນການ, ແຜນຮ່າງຫັນເປັນດີຈີຕອນແຫ່ງຊາດໃຫ້ແກ່ໄລຍະໄໝ່ໂດຍໄວ ເພື່ອຊຸກຍູ້ການພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນໂດຍໄວ, ຍືນຍົງ, ຮອບດ້ານ ແລະ ມີຈຸດສຸມ.

ປັດຈຸບັນ, ຫວຽດນາມ ຖືວັນທີ 10 ຕຸລາ ປະຈຳປີ ແມ່ນວັນຫັນເປັນດີຈີຕອນແຫ່ງຊາດ ດ້ວຍ 3 ເປົ້າໝາຍຫຼັກນັ້ນແມ່ນ: ຍູ້ແຮງວິວັດການຜັນຂະຫຍາຍບັນດາໜ້າທີ່ກ່ຽວກັບການຫັນເປັນດີຈີຕອນ, ຍົກສູງຄວາມຮັບຮູ້ຂອງປະຊາຊົນໃນທົ່ວສັງຄົມກ່ຽວກັບບົດບາດ, ຄວາມໝາຍ ແລະ ຜົນປະໂຫຍດຂອງການຫັນເປັນດີຈີຕອນ, ຊຸກຍູ້ການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ມີການກະທຳຢ່າງຄົບຊຸດຢູ່ທຸກຂັ້ນ ແລະ ມີການເຂົ້າຮ່ວມຂອງປະຊາຊົນເພື່ອຮັບປະກັນຜົນສຳເລັດຂອງການຫັນເປັນດີຈີຕອນ. ອາດຢັ້ງຢືນວາ, ຂະບວນການຫັນເປັນດີຈີຕອນພວມແຜ່ຂະຫຍາຍຢ່າງແຮງ ດ້ວຍສັນຍານທີ່ຕັ້ງໜ້າ. ຫວຽດນາມ ພວມຕັດສິນໃຈປະຕິບັດບັນດາໜ້າທີ່ເພື່ອສ້າງບາດກ້າວບຸກທະລຸ, ຊຸກຍູ້ການຫັນເປັນດີຈີຕອນແຫ່ງຊາດໃນລະຍະໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ