ລາງວັນ “ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ Make in Viet Nam” - ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດດີ​ຈີ​ຕອນ ຫວຽດ​ນາມ

(VOVWORLD) -ລາງວັນ “ຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Viet Nam” ແມ່ນລາງວັນຢ່າງເປັນທາງການໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ເປັນເຈົ້າພາບພິຈາລະນາ ແລະ ມອບລາງວັນປະຈຳປີໃຫ້ແກ່ບັນດາອົງການຈັດຕັ້ງ, ວິສາຫະກິດ ຫວຽດນາມ ທີ່ມີຜະລິດຕະພັນເຕັກໂນໂລຢີດີຈີຕອນດີເດັ່ນ ເຊິ່ງໄດ້ຮັບການຄົ້ນຄວ້າ, ອອກແບບ, ປະດິດສ້າງ, ຜະລິດຢູ່ ຫວຽດນາມ, ແກ້ໄຂບັນດາບັນຫາຂອງ ຫວຽດນາມ ແລະ ຂອງຍຸກສະໄໝ. ໂດຍໄດ້ຈັດຂຶ້ນມາແຕ່ປີ 2020, ລາງວັນດັ່ງກ່າວໄດ້ສ້າງກຳລັງຜັກດັນຢ່າງໃຫຍ່ຫຼວງ ຕໍ່ບັນດາວິສາຫະກິດດີຈີຕອນ ຫວຽດນາມ, ຊຸກຍູ້ການພັດທະນາຂະແໜງອຸດສາຫະກຳ ເຕັກໂນໂລຢີດີຈີຕອນ ຫວຽດນາມ.

ນີ້ແມ່ນລາງວັນລະດັບຊາດກ່ຽວກັບຜະລິດຕະພັນເຕັກໂນໂລຢີດີຈີຕອນ, ດ້ວຍຂອບຂະໜາດໃຫຍ່ໃນທົ່ວປະເທດ, ໄດ້ເຕົ້າໂຮມສ່ວນບຸກຄົນ, ອົງການຈັດຕັ້ງ, ວິສາຫະກິດໃນວົງການເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານຂອງ ຫວຽດນາມ.

 
ລາງວັນ “ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ Make in Viet Nam” - ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດດີ​ຈີ​ຕອນ ຫວຽດ​ນາມ - ảnh 1ພິທີປະກາດລາງວັນ ຜະລິດຕະພັນເຕັກໂນໂລຢີ ດີຈີຕອນ Make in Viet Nam 2021 (ພາບ: TTXVN)

ລາງວັນດັ່ງກ່າວໄດ້ສ້າງຂະບວນການແຜ່ຂະຫຍາຍຢ່າງຕັ້ງໜ້າ. ຫຼາຍຜະລິດຕະພັນທີ່ຍາດໄດ້ລາງວັນ ໄດ້ປະກອບສ່ວນສຳຄັນເຂົ້າໃນວິວັດການຫັນເປັນດີຈີຕອນຂອງບັນດາອົງການລັດຖະບານ, ວິສາຫະກິດ, ປະຊາຊົນ. ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຟານເຕິມ ໃຫ້ຮູ້ວ່າ:

“ຈຸດປະສົງຂອງການແຂ່ງຂັນໃຫ້ລາງວັນນີ້ແມ່ນເພື່ອແນໃສ່ຍ້ອງຍໍຊົມເຊີຍບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ທີ່ດີເດັ່ນ ໃນການປະຕິບັດຍຸດທະສາດ Make in Vietnam, ພ້ອມທັງໜູນຊ່ວຍ, ສົ່ງເສີມການລົງທຶນ, ໂຄສະນາການຄ້າ, ກະຕຸ້ນການບໍລິໂພກຢູ່ພາຍໃນປະເທດ ແລະ ໜູນຊ່ວຍການສົ່ງອອກໃຫ້ແກ່ບັນດາຜະລິດຕະພັນການບໍລິການ, ມາດຕະການ ແລະ ຮູບແບບດຳເນີນທຸລະກິດຂອງບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ. ຜ່ານການຜັນຂະຫຍາຍ, ລາງວັນຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam ໄດ້ສ້າງຂະບວນການທີ່ໄດ້ແຜ່ຂະຫຍາຍໄດ້ເປັນຢ່າງດີ, ຊຸກຍູ້ການພັດທະນາຂອງຂະແໜງເຕັກໂນໂລຢີດີຈີຕອນ ຫວຽດນາມ. ຫຼາຍຜະລິດຕະພັນທີ່ຍາດໄດ້ລາງວັນນັ້ນ ແມ່ນໄດ້ປະກອບສ່ວນໂດຍກົງໃຫ້ແກ່ອົງການ, ສຳນັກງານ, ລັດຖະບານ, ວິສາຫະກິດ ແລະ ປະຊາຊົນ ໃນການປະຕິບັດການຫັນເປັນດີຈີຕອນ”.

ໄລຍະຜ່ານມາ, ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ໄດ້ຕັ້ງໜ້າຂຸດຄົ້ນ, ໝູນໃຊ້ເຕັກໂນໂລຢີດີຈີຕອນໃໝ່ຢ່າງມີປະສິດທິຜົນ, ຈາກນັ້ນ ເປັນເຈົ້າຂອງເຕັກໂນໂລຢີຫຼັກແຫຼ່ງຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4, ແກ້ໄຂບັນດາບັນຫາຂອງ ຫວຽດນາມ, ພິເສດ ແມ່ນໝູນໃຊ້ບັນດາເຕັກໂນໂລຢີທີ່ຫາກໍພົ້ນເດັ່ນຄື ປັນຍາປະດິດ (AI), ວິເຄາະຂໍ້ມູນຂະໜາດໃຫຍ່ (Big Data), IoT, ຫັນຂັ້ນຕອນ Robotic ເປັນອັດຕະໂນມັດ.

ມີຫຼາຍຜະລິດຕະພັນໄດ້ຮັບການໝູນໃຊ້ຢ່າງກວ້າງຂວາງ, ປະກອບສ່ວນປ່ຽນແປງວິຖີການດຳລົງຊີວິດຫຼາຍຢ່າງຂອງປະຊາຊົນຢູ່ຫຼາຍໝູ່ບ້ານຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກ. ການເຄື່ອນໄຫວຂອງປະຊາຊົນ, ວິສາຫະກິດໄດ້ຫັນເປັນດີຈີຕອນຜ່ານການຜັນຂະຫຍາຍການນຳໃຊ້ບັນດາພື້ນຖານດີຈີຕອນ ຫວຽດນາມ, ຊ່ວຍປະຊາຊົນ, ວິສາຫະກິດຊົມໃຊ້ຄວາມສະດວກ ກໍຄື ຜົນປະໂຫຍດໂດຍກົງຈາກການຫັນເປັນດີຈີຕອນ. ປະຊາຊົນໄດ້ຊົມໃຊ້ການບໍລິການການແພດທີ່ມີຄຸນນະພາບສູງ, ເຂົ້າເຖິງມາດຕະການຮຽນ, ເຮັດວຽກຈາກທາງໄກ, ໄດ້ຮັບຄວາມຮູ້, ຂໍ້ມູນຕ່າງໆ ຮັບໃຊ້ການດຳລົງຊີວິດ… ມີລູກຄ້າຜູ້ໜຶ່ງເຊິ່ງເປັນອາຈານ ໄດ້ແບ່ງປັນວ່າ:

“ການປະຕິວັດ 4.0 ແມ່ນການເຊື່ອມຕໍ່. ພວກຂ້າພະເຈົ້າສາມາດຄຸ້ມຄອງການເຄື່ອນໄຫວຂອງນັກຮຽນໄດ້ທັງໝົດ ໂດຍຜ່ານການເຊື່ອມຕໍ່. ພວກເຮົາກໍສາມາດຄວບຄຸມຂໍ້ມູນທັງໝົດຂອງນັກຮຽນໃນລະບົບ ເຊີເວີ ແລະ ນີ້ແມ່ນພື້ນຖານເພື່ອໄຈ້ແຍກ, ຄຸ້ມຄອງຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນການໃຫ້ຄຳປຶກສາ, ແນະນຳອາຊີບໃຫ້ແກ່ພວກນ້ອງໃນອະນາຄົດ”.

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນໂລກ ໃນການປະກາດໃຊ້ບັນດາໂຄງການ ແລະ ຍຸດທະສາດກ່ຽວກັບການຫັນເປັນດີຈີຕອນລະດັບຊາດ. ບັນດາວິສາຫະກິດ ຍັງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດໃນການພັດທະນາ ເມື່ອໄດ້ໜູນຊ່ວຍທຶນຮອນຫັນເປັນດີຈີຕອນຈາກແຫຼ່ງງົບປະມານຂອງລັດ. ສິ່ງດັ່ງກ່າວ ໄດ້ນຳ ຫວຽດນາມ ກາຍເປັນປະເທດທີ່ມີຄວາມຮັບຮູ້ສູງກ່ຽວກັບການຫັນເປັນດີຈີຕອນ. ພ້ອມດຽວກັນນັ້ນ, ຍຸດທະສາດດັ່ງກ່າວໄດ້ສ້າງໂອກາດໃຫ້ແກ່ວິສາຫະກິດຫຼາຍແຫ່ງບືນຕົວຂຶ້ນ, ສ້າງບາດກ້າວບຸກທະລຸ ດ້ວຍການປະຕິວັດອຸດສາຫະກຳ. ໂຄງການຫັນເປັນດີຈີຕອນລະດັບຊາດຂອງ ຫວຽດນາມ ໄດ້ວາງເປົ້າໝາຍ ເພີ່ມລະດັບໃນຕາຕະລາງຈັດອັນດັບລັດຖະບານເອເລັກໂຕນິກຂອງ ສປຊ ໃຫ້ນອນໃນກຸ່ມ 70 ໃນປີ 2025 ແລະ ກຸ່ມ 50 ໃນປີ 2030 ຕາມລຳດັບ (ເຊິ່ງປັດຈຸບັນ, ຫວຽດນາມ ຢູ່ອັນດັບ 86/193 ປະເທດ ແລະ ເຂດແຄວ້ນ). ພ້ອມດຽວກັນນັ້ນ, ເສດຖະກິດດີຈີຕອນ ຈະປະກອບສ່ວນ 30% GDP ຂອງທັງປະເທດ ແລະ ສະມັດຕະພາບແຮງງານປະຈຳປີ ມີການເຕີບໂຕຢູ່ໃນລະດັບສູງກວ່າ 8%.

ລາງວັນ “ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ Make in Viet Nam” - ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດດີ​ຈີ​ຕອນ ຫວຽດ​ນາມ - ảnh 2ທ່ານ ຫງວຽນຮຸຍຢຸງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ (ພາບ: TTXVN)

ເພາະສະນັ້ນ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຈຶ່ງຖືເປັນພາລະກຳໃນການສົ່ງເສີມວິສາຫະກິດ ຫວຽດນາມ ເສີມຂະຫຍາຍທ່າແຮງ ເພື່ອແນໃສ່ແກ້ໄຂສິ່ງທ້າທາຍຕ່າງໆຂອງ ຫວຽດນາມ ໃຫ້ເປັນຢ່າງດີທີ່ສຸດ, ຜ່ານນັ້ນຄອງໄດ້ຕະຫຼາດຫັນເປັນດີຈີຕອນຢູ່ພາຍໃນປະເທດ.  ທ່ານ ຫງວຽນຮຸຍຢຸງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມໄດ້ຢັ້ງຢືນວ່າ:

“ມາດຕະການເຊິ່ງກະຊວງຖະແຫຼງຂ່າວ ແລະ ການສື່ສານຊອກຫາວິທີປະຕິບັດ ນັ້ນແມ່ນພະຍາຍາມຍົກອອກມາດຕະການ, ຄົ້ນພົບບັນດາສິ່ງທ້າທາຍໃນປັດຈຸບັນຂອງສັງຄົມ ຫວຽດນາມ ເພື່ອມີການກຳນົດທິດ, ດຶງດູດການເຂົ້າຮ່ວມຂອງບັນດາວິສາຫະກິດ ພ້ອມກັນແກ້ໄຂບັນຫາ, ສິ່ງທ້າທາຍເຫຼົ່ານັ້ນ. ສິ່ງທີ່ວິສາຫະກິດຕ້ອງການທີ່ສຸດແມ່ນຕະຫຼາດ. ເມື່ອມີຕະຫຼາດແລ້ວ ຈະມີເຕັກໂນໂລຢີ, ມີວິສາຫາກິດ ແລະ ມີຜະລິດຕະພັນທີ່ດີ”.

ການພັດທະນາຜະລິດຕະພັນເຕັກໂນໂລຢີດີຈີຕອນ Make in Vietnam ແມ່ນເສັ້ນທາງເພື່ອໃຫ້ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ເປັນເຈົ້າຂອງເຕັກໂນໂລຢີ ແລະ ຜະລິດຕະພັນ, ໄປທັນກັບບັນດາປະເທດມະຫາອຳນາດໃນໂລກກ່ຽວກັບການຄົ້ນຄວ້າ, ພັດທະນາ ແລະ ໝູນໃຊ້ເຕັກໂນໂລຢີດີຈີຕອນໃໝ່. ເລື່ອງເຊີດຊູບັນດາຜະລິດຕະພັນດີຈີຕອນ Make in Viet Nam ແມ່ນກຳລັງໜູນ ເພື່ອໃຫ້ບັນດາວິສາຫະກິດດີຈີຕອນ ຫວຽດນາມ ສະແດງກຳລັງຄວາມສາມາດເປັນເຈົ້າຂອງກ່ຽວກັບເຕັກໂນໂລຢີ, ນຳ ຫວຽດນາມ ກາຍເປັນປະເທດເພີ່ງດ້ວຍຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໂດຍໄວ ແລະ ນີ້ກໍແມ່ນຂໍ້ກຸນແຈເພື່ອໃຫ້ ຫວຽດນາມ ບືນຂຶ້ນລະດັບສູງກວ່າໃນລະບົບມູນຄ່າ, ໄປທັນກັບບັນດາປະເທດພັດທະນາ ແລະ ປະກອບສ່ວນໃຫ້ແກ່ເຕັກໂນໂລຢີຂອງໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ