ຄົ້ນຫາ ຊາຮວິ່ງ - ສະຖານທີ່ມີຫາດຊາຍທະເລສວຍງາມທີ່ສຸດຢູ່ ກວ໋າງຫງາຍ ວັນອາທິດ ທີ 14 ເມສາ ຄ.ສ. 2024 | 19:55:06 (VOVWORLD) - ຊາຮວິ່ງ ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ແຂວງ ກວ໋າງຫງ່າຍ, ມີຫາດຊາຍທະເລທີ່ສວຍງາມ. ຢູ່ທີ່ນີ້ ມີໝູ່ບ້ານ ງໍ່ກໍ, ໜອງ ອານເຄ ເຊິ່ງແມ່ນປູສະນີຍະສະຖານລະດັບຊາດພິເສດ. ມາ ຊາຮວິ່ງ, ແຂກທ່ອງທ່ຽວອາດຈະຮູ້ສຶກໄດ້ເຖິງວິຖີການດຳລົງຊີວິດຂອງຊາວປະມົງ ແລະ ບັນຍາກາດທີ່ຄຶກຄັກຂອງ ໝູ່ບ້ານທະເລ. ຊາຮວິ່ງ ມີຊື່ເກົ່າແມ່ນ ຊາຮວ່າງ, ຍ້ອນເຂດທະເລຢູ່ແຫ່ງນີ້ມີຫາດຊາຍສີເຫຼືອງທີ່ເປັນເອກະລັກສະເພາະ. ແຕ່ມາຮອດສະໄໝເຈົ້າຊີວິດ ຫງວຽນຮວ່າງ ຈຶ່ງປ່ຽນຊື່ເປັນ ຊາຮວິ່ງ. ຊາຮວິ່ງ ເບິ່ງຈາກມູມສູງ. ຊາຮວິ່ງ ຂຶ້ນກັບເທດສະບານ ດຶກໂຝ ແຂວງ ກວ໋າງຫງາຍ ມີນັບຮ້ອຍຄອບຄົວດຳລົງຊີວິດດ້ວຍອາຊີບຫາສິນໃນນ້ຳ. ບັນຍາກາດຄຶກຄື້ນຂອງຕະຫຼາດປາ ຊາຮວິ່ງ ຍາມຮຸ່ງເຊົ້າເມື່ອກຳປັ່ນຫາປາກັບເຂົ້າຝັ່ງ. ຊາວປະມົງກັບການດຳລົງຊີວິດປະຈຳວັນ, ເຖິງວ່າລຳບາກແດ່ ແຕ່ກໍ່ມີຄວາມສຸກ ເບີກບານໃຈ. ຮູບພາບອອກແຮງງານທີ່ລຶ້ງເຄີຍຂອງຊາວປະມົງໝູ່ບ້ານທະເລ ຊາຮວິ່ງ. ແມ່ຍິງໝູ່ບ້ານ ຊາຮວິ່ງ. ໝູ່ບ້ານ ງໍ່ກໍ ແມ່ນສະຖານທີ່ທ່ອງທ່ຽວດຶງດູດແຂກທ່ອງທ່ຽວ ເມື່ອມາ ຊາຮວິ່ງ. ນີ້ແມ່ນບ່ອນຖ່າຍຮູບທີ່ລຶ້ງເຄີຍຂອງແຂກທ່ອງທ່ຽວຫຼາຍຄົນ ເມື່ອມາໝູ່ບ້ານເກົ່າແກ່ນີ້. ໝູ່ບ້ານ ຫີນເກົ່າແກ່ ງໍ່ກໍ ພົ້ນເດັ່ນດ້ວຍແຖວຖ້ານຫີນທີ່ຈັດລຽງກ່າຍກັນຂຶ້ນກັນແບບທຳມະຊາດ ໂດຍບໍ່ນຳໃຊ້ຫຍັງຕິດ. ມູມໜຶ່ງຢູ່ທະເລ ງໍ່ກໍ. ຍາມຮຸ່ງເຊົ້າຢູ່ທະເລ ຊາຮວິ່ງ. ຍາມຮຸ່ງເຊົ້າ ແລະ ຄ້ອຍຄ່ຳຍາມແລງຂອງແຕ່ລະວັນ, ຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວມັກໄປຍ່າງຢູ່ຫາດຊາຍ ເພື່ອຟັງສຽງລົມ, ສຽງຄື້ນທະເລ ແລະ ຊົມຄວາມງາມຂອງທະເລຊາຮວິ່ງ. ປະຕູທະເລ ຊາຮວິ່ງ ຖ້ຳແອ່ນ ແມ່ນຖ້ຳທຳມະຊາດຖ້ຳໜຶ່ງຢູ່ ຊາຮວິ່ງ, ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວ ແສງແດດຍາມຮຸ່ງເຊົ້າຢູ່ໜອງ ອານເຄ ຊາຮວິ່ງ ມີໝູ່ບ້ານ ເຕິນຢຽມ ທີ່ມີຊື່ສຽງ ດ້ວຍອາຊີບເຮັດເກືອ ມາແຕ່ດົນນານ. Tag VOV VOVworld ຕອບກັບ ສົ່ງ ຂ່າວ/ບົດອື່ນ ຢໍ່ຈືນຫອຍ - ເຍື່ອງອາຫານຍາມບຸນເຕັດ ພ້ອມກັບທະຫານຢູ່ເຂດທະເລໝູ່ເກາະທາງທິດຕາເວັນຕົກສ່ຽງໃຕ້ ຫໍ່ເຂົ້າຕົ້ມຕ້ອນຮັບບຸນເຕັດ ຖະໜົນ ຮ່າງມ໊າ ເຕັມໄປດ້ວຍສີສັນຂອງບຸນປີໃໝ່ປະຈຳຊາດ ຮ່າໂນ້ຍເຫຼື້ອມຍິບຍັບຜ່ານງານວາງສະແດງ “ທຽນກວາງ”
ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບອະດີດການນຳຂັ້ນສູງຂອງລາວ ແລະ ສິ້ນສຸດການເຄື່ອນໄຫວຢ້ຽມຢາມ ລາວ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ