ໂລໂລຈ໋າຍ - ຄວາມງາມທີ່ອ່ອນນ້ອມຢູ່ເຂດເໜືອສຸດ ຫວຽດນາມ ປະກາຍແຈ້ງໃນທົ່ວໂລກ
(VOVWORLD) - ໂດຍກາຍໜ້າບັນດາສະຖານທີ່ນັບຮ້ອຍແຫ່ງໃນທົ່ວໂລກທີ່ເຂົ້າຮ່ວມການລົງສະໝັກຄັດເລືອກ, ຫວ່າງແລ້ວນີ້ UN Tourism ໄດ້ເຊີດຊູໝູ່ບ້ານ ໂລໂລຈ໋າຍ ຂອງ ຫວຽດນາມ ແມ່ນໝູ່ບ້ານທ່ອງທ່ຽວດີທີ່ສຸດໃນປີ 2025.
 |
| ໝູ່ບ້ານ ໂລໂລຈ໋າຍ (ຂຶ້ນກັບແຂວງ ຮ່າຢາງ ເກົ່າ, ປັດຈຸບັນແມ່ນແຂວງ ຕຽນກວາງ) ຕັ້ງຢູ່ຕີນພູ ໂຣ່ງ, ໃກ້ກັບຈຸດເໜືອສຸດທີ່ສັກສິດ. |
 |
| ໝູ່ບ້ານນ້ອຍຂອງຊາວເຜົ່າ ໂລໂລ ແຕ່ດົນນານມາແລ້ວໄດ້ກາຍເປັນສະຖານທີ່ທີ່ບໍ່ອາດພາດໄດ້ຂອງແຂກງທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດເມື່ອມາພູພຽງຫີນ ໂດ່ງວັນ. |
 |
| ວັນທີ 17 ຕຸລາ, ຢູ່ແຂວງ ເຈີຈຽງ (Zhejiang), ຈີນ ອົງການທ່ອງທ່ຽວ ສປຊ (UN Tourism) ໄດ້ເຊີດຊູໝູ່ບ້ານ ໂລໂລຈ໋າຍ, ຕາແສງ ລຸ້ງກູ້, ແຂວງ ຕວຽນກວາງ ຂອງ ຫວຽດນາມ ແມ່ນໜຶ່ງໃນບັນດາໝູ່ບ້ານທ່ອງທ່ຽວດີທີ່ສຸດໃນປີ 2025. |
 |
| ເຫດການໝູ່ບ້ານ ໂລໂລຈ໋າຍ ໄດ້ຮັບການເຊີດຊູແມ່ນ “ໝູ່ບ້ານທ່ອງທ່ຽວດີທີ່ສຸດໃນປີ 2025” ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງ ຕວຽນກວາງ ເທົ່ານັ້ນ ຫາກຍັງແມ່ນການຢັ້ງຢືນການເດີນທີ່ຖືກທິດຂອງ ຫວຽດນາມ ໃນການພັດທະນາການທ່ອງທ່ຽວແບບຍືນຍົງ, ຕິດພັນກັບການອະນຸລັກຮັກສາມໍລະດົກ. |
 |
| ສະຖານທີ່ແຫ່ງນີ້ຍັງແມ່ນຫໍພິພະທະພັນທີ່ມີຊີວິດກ່ຽວກັບສະຖາປັດຕະຍາກຳ, ວັດທະນະທຳ ແລະ ການດຳລົງຊີວິດຂອງພໍ່ແມ່ປະຊາຊົນເຜົ່າ ໂລໂລ. |
 |
| ເຮືອນແຕ່ລະຫຼັງດ້ວຍຫຼັງຄາມຸງດິນຂໍ ໄດ້ຄົງຕົວມາເປັນເວລາຫຼາຍຮ້ອຍປີ. |
 |
| ໂລໂລຈ໋າຍ ມີສະເໜ່ດຶງດູດແຂກທ່ອງທ່ຽວດ້ວຍຄວາມລຽບງ່າຍ |
 |
| ຢູ່ໝູ່ບ້ານແຫ່ງນີ້, ບັນດາເຮືອນຫຼັງຕ່າງໆໄດ້ຮັບການອະນຸລັກຮັກສາ, ບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອ ບໍ່ຖືກຫັນເປັນການຄ້າ ເຊິ່ງໄດ້ຮັບການເສີມຂະຫຍາຍດ້ວຍຄວາມເຄົາລົບ. |
 |
| ມີເຮືອນຫຼາຍຫຼັງໄດ້ຫັນປ່ຽນກາຍເປັນ homestay ດ້ວຍສະຖາປັດຕະຍາກຳທີ່ໄດ້ຮັກສາໄວ້ຄືເກົ່າ, ນຳມາເຊິ່ງບັນຍາກາດສະຖານທີ່ພັກຜ່ອນທີ່ອົບອຸ່ນ ແລະ ເປັນເອກະລັກສະເພາະ. |
 |
| ການທ່ອງທ່ຽວຢູ່ໝູ່ບ້ານ ໂລໂລຈ໋າຍ ມີການຖືເປັນສຳຄັນເຖິງລັກສະນະວົງຄະນະຍາດ, ເຊິ່ງແມ່ນສະຖານທີ່ທີ່ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ເບິ່ງຊົມເທົ່ານັ້ນ ຫາກຍັງໄດ້ລົງຕົວຈິງ, ໂອ້ລົມ, ຊອກຮູ້ກ່ຽວກັບຊີວິດການເປັນຢູ່ຂອງຊາວທ້ອງຖິ່ນອີກດ້ວຍ. |
 |
| ດື່ມຊາ ຫຼື ກາເຟ ແລະ ຄົ້ນຫາວັດນະທະນຳທ້ອງຖິ່ນ |
 |
| ບັນດາເຄື່ອງລະຫຼິ້ນພື້ນເມືອງ, ພິທີກຳການເຫຼື້ອມໃສ, ວັດທະນະທຳທີ່ເປັນມູນເຊື້ອ ພວມໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ ໃນການເຄື່ອນໄຫວການທ່ອງທ່ຽວພັດທະນາເສດຖະກິດ ສັງຄົມ ແບບຍືນຍົງ. |
 |
| ຊຸດອາພອນຂອງແມ່ຍິງຊາວເຜົ່າ ໂລໂລ ສີດຳ ມີຄວາມເດັ່ນງາມ ຍາມໃດກໍ່ ແມ່ນຈຸດດຶງດູດແຂກທ່ອງທ່ຽວ ແລະ ແມ່ນແຫຼ່ງບັນດານໃຈໃຫ້ແກ່ນັກຖ່າຍຮູບເມື່ອມາຢາມ ໝູ່ບ້ານ ໂລໂລຈ໋າຍ. |
 |
| ຄວາມສຸດຈິດສຸດໃຈ, ຮັກແພງແຂກຄົນຂອງປະຊາຊົນແມ່ນປັດໄຈຫຼັກແຫຼ່ງ ຊ່ວຍໃຫ້ ໂລໂລຈ່໋າຍ ໄດ້ຮັບການເຊີດຊູຈາກ UN Tourism |
 |
| ບໍ່ວ່າໃນລະດູການໃດ, ໂລໂລຈ໋າຍ ກໍ່ໄດ້ປົກຄຸມດ້ວຍຄວາມງາມທີ່ໂຣແມນຕິກ. |
 |
| ນາມມະຍົດ ໝູ່ບ້ານທ່ອງທ່ຽວດີທີ່ສຸດ 2025 ແມ່ນກຳລັງໜູນເພື່ອໃຫ້ໝູ່ບ້ານ ໂລໂລຈ໋າຍ ສືບຕໍ່ພັດທະນາການທ່ອງທ່ຽວສີຂຽວ, ມີຄວາມຮັບຜິດຊອບ, ປົກປັກຮັກສາສິ່ງແວດລ້ອມ ແລະ ສີສັນວັດທະນະທຳໃຫ້ແກ່ຄົນລຸ້ນຫຼັງ. |