Media /
ໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ປະເທດອັງກິດ, ປະຊາຊົນໄດ້ມາເຕົ້າໂຮມເປັນກຸ່ມໃຫຍ່ຢູ່ແຄມແມ່ນ້ຳ Thames , ເມື່ອໂມງໃຫຍ່ Big Ben ໄດ້ດັ່ງຂຶ້ນ 12 ບາດ, ເຂົາເຈົ້າໄດ້ພ້ອມກັນຮັບຊົມການຍິງບັ້ງໄຟດອກທີ່ງາມຕາ.
ກໍເຊັ່ນດຽວກັນກັບບຸນເຕັດຢູ່ຫວຽດນາມ, ອັງກິດກໍມີປະເພນີ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ຜູ້ໄປອວຍພອນປີໃໝ່ຢູ່ຄອບຄົວ ຕ້ອງແມ່ນຜູ້ຊາຍທີ່ໃຫຍ່ສູງ, ຜົມສີເຂັ້ມ, ນຳເຂົ້າຈີກ້ອນໜຶ່ງ, ເຫຼົ້າ ວິດສກີ ກວດໜຶ່ງ ແລະ ຖ່ານໄມ້ 2-3 ກ້ອນ ພ້ອມກັບເກືອເຂົ້າໄປເຮືອນເພື່ອອວຍພອນເຈົ້າຂອງເຮືອນດ້ວຍຄຳອວຍພອນອັນຈົບງາມທີ່ສຸດ.
ຊາວຝະລັ່ງເຊື່ອໝັ້ນວ່າ ການຈັດງານລ້ຽງຕ້ອນຮັບປີໃໝ່ ຈະນຳຄວາມຈະເລີນ ແລະ ໂຊກດີມາສູ່ທຸກໆຄົນ.
ຊາວແອັສປາຍມີປະເພນີກິນໝາກອາງູ່ນ 12 ໜ່ວຍໃນຈຸດເວລາ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ໝາຍເຖິງນຳຄວາມສຸກມາໃຫ້ຄອບຄົວໃນທັງ 12 ເດືອນໃນປີ.
ຊາວ ບຣາຊິວ ມີປະເພນີແກວງງ່າດອກໄມ້ຂາວລົງສູ່ຄື້ນຟອງທະເລເພື່ອໄຫ້ວອາໄລນາງເທວະທະເລ Yemanja. ແຕ່ລະປີ, ມີປະຊາຊົນນັບພັນຄົນປະຕິບັດປະເພນີນີ້ ດ້ວຍຄວາມຫວັງວ່າ ພະນາງຈະນຳຄວາມໂຊກດີມາສູ່ເຂົາເຈົ້າໃນປີໃໝ່.
ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຊາວແດນໝາກຈະແກວງຈານເກົ່າໃສ່ປະຕູເຮືອນຂອງຄອບຄົວເພື່ອນບ້ານໃກ້ຄຽງ. ພວກເຂົາເຊື່ອວ່າ ຍິ່ງມີຈານແຕກຫຼາຍໃບຢູ່ໜ້າປະຕູໃນຕອນເຊົ້າວັນທີ 1 ຂອງປີໃໝ່, ຄອບຄົວນັ້ນ ກໍຈະຍິ່ງມີຄວາມໂຊກດີ ແລະ ມີເພື່ອນໃໝ່ຫຼາຍຄົນໃນປີໃໝ່.
ເພື່ອກ້າວເຂົ້າສູ່ປີໃໝ່ທີ່ມີຄວາມໂຊກດີ, ຊາວ ສກົດແລນ ຈະຊອກຫາວິທີເຊື້ອເຊີນບັນດາອ້າຍບາວທີ່ເປັນຄົນເຈົ້າຊູ້, ຜິວດຳແດງ ມາອວຍພອນປີໃໝ່ໃນຈຸດເວລາທຳອິດເມື່ອກ້າວເຂົ້າສູ່ປີໃໝ່ ດ້ວຍຄວາມເຊື່ອໝັ້ນວ່າ ເປັນການຕັດສິນຄວາມໂຊກດີໃຫ້ແກ່ເຈົ້າຂອງເຮືອນໃນຮອບ 12 ປີຂອງປີໃໝ່.
ໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ບັນດາຄອບຄົວຢູ່ ເອກົວດໍ ກໍເຕົ້າໂຮມກັນຢູ່ໜ້າບ້ານ ແລະ ພ້ອມກັນຈູດເຜົາຕຸກກະຕາເຟືອງ. ຢູ່ປະເທດນີ້, ເຂົາເຈົ້າເຊື່ອວ່າ ວຽກງານນີ້ ຈະຊ່ວຍຊຳລະລ້າງຊວຍ, ສິ່ງທີ່ບໍ່ຈົບບໍ່ງາມໃນ 12 ເດືອນທີ່ຜ່ານມາ ແລະ ຈະນຳຄວາມໂຊກດີ, ສິ່ງທີ່ຈົບງາມ, ຄວາມມ່ວນຊື່ນໃນປີໃໝ່.
ຢູ່ຟີລິບປິນ, ຮູບວົງມົນ ເປັນສັນຍາລັກໃຫ້ແກ່ໂຊກ ລາບ ແລະ ຄວາມອຸດົມສົມບູນ, ດັ່ງນັ້ນຮອດຄ່ຳຄືນ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ປະຊາຊົນກໍເຄີຍນຸ່ງເຄື່ອງທີມີຮູບວົງມົນ ແລະ ໃສ່ຜ້າຄຸມໂຕມີລວດລາຍວົງມົນ, ເອົາເງິນຫຼຽນໃຫ້ເດັກ. ນີ້ກໍເປັນການເຊື່ອໝັ້ນວ່າ ໃນຕະຫຼອດປີໃໝ່ ຈະບໍ່ຕ້ອງເປັນຫ່ວງນຳເລື່ອງຫາເງິນ.
ຊາວເກຼັກມີປະເພນີ ຫໍ່ເງິນຫຼຽນດ້ວຍເຈ້ຍຊືນ, ແລ້ວກໍຍັດໃສ່ເຂົ້າຈີ່ຫຼືເຂົ້າໜົມ Cake , ຫຼັງຈາກນັ້ນ, ກໍນຳໄປປີ້ງ. ຜູ້ໃດກິນເຂົ້າໜົມຖືກຕອນທີ່ມີເງິນຫຼຽນນັ້ນ ຈະມີຄວາມໂຊກດີໃນປີໃໝ່.
ຢູ່ຕວກກີ, ເມື່ອສຽງລະຄັງດັງກ້ອງກັງວານຂຶ້ນໃນ ໃນຈຸດເວລາທຳອິດຂອງປີໃໝ່, ທຸກຄົນຈະເປີດປະຕູໜ້າບ້ານ ແລະ ໂຮ່ຍເກືອລົງໃສ່ຂັ້ນໄດ. ເຂົາເຊື່ອໝັ້ນວ່າ ນີ້ຈະເປັນການນຳຄວາມສະຫງົບສຸກ ກໍຄືຄວາມອີ່ມໜຳສຳລານມາສູ່ຄອບຄົວໃນປີໃໝ່.

10 ປະເພນີຕ້ອນຮັບບຸນປີໃໝ່ສາກົນທີ່ປະທັບໃຈໃນໂລກ

(VOVWORLD) -ຕ້ອນຮັບຈຸດເວລາທຳອິດຂອງປີໃໝ່, ແຕ່ລະປະເທດໃນໂລກຕາງກໍມີວິທີສະເພາະຂອງຕົນທີ່ຈັບໃຈເພື່ອຮັບຕ້ອນບັນດາສິ່ງທີ່ຈົບງາມ.

VOV