Festival ທັງລອງ - ຮ່າໂນ້ຍ 2025: ພາບທີ່ເຕັມໄປດ້ວຍສີສັນວັດທະນະທຳທີ່ໄດ້ເຕົ້າໂຮມຢູ່ ວັນມຽວ
Hai Ha -  
(VOVWORLD) - ຢູ່ເຂດສັກກະລະບູຊາຂອງ ວັນມຽວ - ກວັກຕືຢາມ, Festival ທັງລອງ - ຮ່າໂນ້ຍ 2025 ໄດ້ສ້າງເປັນພາບທີ່ເຕັມໄປດ້ວຍສີສັນ, ແຫ່ງເຕົ້າໂຮມສິ່ງຍອດຍິ່ງຂອງໝູ່ບ້ານອາຊີບ, ອາຫານການກິນ ແລະ ວັດທະນະທຳຂອງບັນດາເຂດພາກ, ສ້າງເປັນການສະແດງມໍລະດົກທີ່ເຕັມໄປດ້ວຍອາລົມຈິດຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ.
 |
| ພິທີໄຂດ້ວຍຫົວຂໍ້ “ເຕົ້າໂຮມມໍລະດົກ” ຈັດຂຶ້ນໃນຕອນເຊົ້າວັນທີ 01 ພະຈິກ, ຢູ່ເຮືອນຫໍ ຖາຍຮອັກ - ວັນມຽວ, ເປັນການເປີດສາກໃຫ້ບັນດາການເຄື່ອນໄຫວຂອງ Festival ທັງລອງ - ຮ່າໂນ້ຍ 2025. |
 |
| ເຂດ ວັນໝຽວ - ກວັກຕືຢາມ ໄດ້ເຕົ້າໂຮມບັນດາວັດທະນະທຳບັນດາເຂດພາກ. |
 |
| ສະແດງວັດທະນະທຳຄ້ອງ ໄຕງວຽນ ຢູ່ງານບຸນ |
 |
| ນັກສິລະປິນ H Bowh Hmok (ແຂວງ ດັກລັກ) ແນະນຳເຕັກນິກການປັກແສ່ວທີ່ເປັນມູນເຊື້ອໃຫ້ແກ່ແຂກທ່ອງທ່ຽວຮັບຊົມຢູ່ ວັນໝຽວ - ກວັກຕືຢາມ |
 |
| ເຂດວາງສະແດງຊຸດເສື້ອຍາວ ເຫ້ວ ຢູ່ Festival - ແຫ່ງທີ່ເປັນວັດທະນະທຳສະໄໝເຈົ້າຊີວິດ ຫງວຽນ ປະສົມກັບຈິດໃຈປະດິດຄິດສ້າງຍຸກສະໄໝປະຈຸບັນ. |
 |
| ນາຍຊ່າງ ບ້ານຜື ກິມເຊີນ ສານກຸບ, ກະຕ່າ ແລະ ສາດຜື ທີ່ໄດ້ເຮັດແບບຫັດຖະກຳຢ່າງລະອຽດລະອໍ, ຮັກສາມູນເຊື້ອຫັດຖະກຳທີ່ມີມາແຕ່ດົນນານຂອງ ນິງບິ່ງ. |
 |
| ນັກສິລະປະການດີເດັ່ນ ເລວັນງວຽນ, ບ້ານປັກແສ່ວ ຄວ້າຍໂນ້ຍ, ຕາແສງ ເຈືອງເຢືອງ, ນະຄອນ ຮ່າໂນ້ຍ ແນະນຳເຕັກນິກການປັກແສ່ວທີ່ເປັນມູນເຊື້ອຢູ່ງານ Festival. |
 |
| ຮ້ານວາງສະແດງຢູ່ Festival ທັງລອງ - ຮ່າໂນ້ຍ ໄດ້ນຳມາເຊິ່ງການລົງຕົວຈິງທີ່ມີຊີວິດຊີວາ, ຊ່ວຍໃຫ້ແຂກທ່ອງທ່ຽວຮູ້ສຶກໄດ້ເຖິງຄວາມງາມທີ່ລະອຽດອ່ອນ ແລະ ຄຸນຄ່າວັດທະນະທຳທີ່ມີມາແຕ່ດົນນານຂອງອາຊີບຕ່ຳແຜ່ນ ຫວຽດນາມ. |
 |
| ນັກສິລະປິນເຮັດແຕ່ລະຂັ້ນຕອນຢ່າງລະອຽດລະອໍ, ພາແຂກທ່ອງທ່ຽວໄດ້ລົງຕົວຈິງໃນຄວາມຍອດຍິ່ງ, ຄວາມຄ່ອງແຄ້ວ ແລະ ຄຸນຄ່າມາແຕ່ດົນນານຂອງອາຊີບຫັດຖະກຳ ຮ່າໂນ້ຍ. |
 |
| ກຸບ ບ້ານຈວງ ໄດ້ວາງສະແດງຢູ່ Festival ທັງລອງ - ຮ່າໂນ້ຍ, ສະແດງໃຫ້ເຫັນເຕັກນິກທີ່ເປັນມູນເຊື້ອ ແລະ ຄວາມງາມທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງນະຄອນຫຼວງ. |
 |
| ຜະລິດຕະພັນຂອງໝູ່ບ້ານຢໍ່ ເອຶອກເລ້ ບໍ່ພຽງແຕ່ແມ່ນອາຫານການກິນເທົ່ານັ້ນ, ຫາກຍັງແມ່ນສັນຍາລັກດ້ານວັດທະນະທຳ ແລະ ຈິດໃຈອາຊີບທີ່ເປັນມູນເຊື້ອຂອງ ຮ່າໂນ້ຍ ອີກດ້ວຍ. |
 |
| ເຂດອາຫານການກິນ Festival ທັງລອງ - ຮ່າໂນ້ຍ ໄດ້ຊ່ວຍໃຫ້ແຂກທີ່ມາຢ້ຽມຊົມໄດ້ລອງຊິມລົດຊາດແບບດັ້ງເດີມ, ມີຄວາມຮູ້ສຶກໄດ້ເຖິງວັດທະນະທຳດ້ານອາຫານການກິນທີ່ມີມາແຕ່ດົນນານຂອງ ຮ່າໂນ້ຍ ແລະ ບັນດາເຂດພາກຂອງ ຫວຽດນາມ. |
Hai Ha